• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ຕວັກ​ກີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ບົດ​ບາດ, ຖາ​ນະ​ຕຳ​ແໜ່ງ​ຂອງ​ຕວັກ​ກີ​ບົນ​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ, ກຳ​ນົດ​ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຢູ່​ພາກ​ພື້ນ
ທ່ານ​ພົນ​ໂທ ຫງວຽນ​ເຈື່ອງ​ທັ້ງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ​ ທ່ານ Yasar Guler ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຕວັກ​ກີ (ພາບ: ກະ​ຊວງ​ປ້ອງ​ກັນ​ປະ​ເທດ)

ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ ແລະ ການ​ບິນ​ອາ​ວະ​ກາດ (SAHA) 2026 ຢູ່​ຕວັກ​ກີ (5 – 9 ພຶດ​ສະ​ພາ) ວັນ​ທີ 6 ພຶດ​ສະ​ພາ, ທ່ານ​ພົນ​ໂທ ຫງ​ວຽນ​ເຈື່ອງ​ທັ້ງ, ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ Yasar Guler ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຕວັກ​ກີ.

ທ່ານ​ພົນ​ໂທ ຫງວຽນ​ເຈື່ອງ​ທັ້ງ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ບົດ​ບາດ, ຖາ​ນະ​ຕຳ​ແໜ່ງ​ຂອງ​ຕວັກ​ກີ​ບົນ​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ, ກຳ​ນົດ​ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຢູ່​ພາກ​ພື້ນ. ເພື່ອ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ສອງ​ຝ່າ​ຍ​ຕາມ​ທິດແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ພົນ​ໂທ ຫງວຽນ​ເຈື່ອງ​ທັ້ງ ສະ​ເໜີ ທ່ານ​ລັດ​ຖະ​ມົນ​ຕີ Yasar Guler ​ຊີ້​ນຳ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​​ຮັບ​ຜິດ​ຊອບ​ຂອງ​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ຮັກ​ສາ​ກົນ​ໄກ​ສົນ​ທະ​ນາ​ນະ​ໂຍ​ບາ​ຍ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ຢ່​າງ​ມີ​ປະ​ສິດ​ທິ​ຜົນ, ຍູ້​ແຮງ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ, ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ, ການ​ຄ້າ​ດ້ານ​ການ​ທະ​ຫານ.

ສ່ວນ​​ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຕວັກ​ກີ Yasar Guler ເນັ້ນ​ໜັກ​ວ່າ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ຕວັກ​ກີ​ຢູ່​ພາກ​ພື້ນ ອາ​ຊີ​ປາ​ຊີ​ຟິກ, ທ່ານ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກໃຫ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ນັບ​ມື້​ນັບ​ເລິກ​ເຊິ່ງກວ້າງ​ຂວາງ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

(ແຫຼ່ງຄັດຈາກ VOV)

ແຕ່ວັນທີ 07 ພຶດສະພາ, ຜັນຂະຫຍາຍບັນດາມາດຕະການສະກັດກັ້ນການກະທຳລະເມີດສິດຊັບສິນທາງປັນຍາຢ່າງຂ້ຽວຂາດ

ແຕ່ວັນທີ 07 ພຶດສະພາ, ຜັນຂະຫຍາຍບັນດາມາດຕະການສະກັດກັ້ນການກະທຳລະເມີດສິດຊັບສິນທາງປັນຍາຢ່າງຂ້ຽວຂາດ

ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນໂທລະເລກທີ 38/2026 ກ່ຽວກັບການສຸມໃສ່ຊີ້ນຳການປະຕິບັດບັນດາມາດຕະການຕໍ່ສູ້, ສະກັດກັ້ນ, ແກ້ໄຂການກະທຳລະເມີດສິດຊັບສິນທາງປັນຍາໃນຂອບເຂດທົ່ວປະເທດນັບແຕ່ວັນທີ 07 ພຶດສະພາ 2026 ຢ່າງຂ້ຽວຂາດ.

Top