ໃນລະຫວ່າງວັນທີ 28 ຫາວັນທີ 30 ເມສາ, ຢູ່ສຳນັກງານ ສປຊ ປະຈຳ ນິວຢອກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດຂັ້ນສູງ ກ່ຽວກັບ “ສະພາບການຢູ່ຕາເວັນອອກກາງ ແລະ ບັນຫາ ປາແລັດສະຕິນ” ພາຍໃຕ້ການເປັນປະທານຂອງທ່ານ ລັດຖະມົນຕີການຕ່າງປະເທດ ບາເຣັນ, ປະເທດປະທານໝູນວຽນ ສະພາຄວາມໝັ້ນຄົງ ສປຊ ເດືອນ ເມສາ 2026.
ທ່ານອັກຄະລັດຖະທູດ ຫງວຽນຮວ່າງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮວ່າງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການສັບສົນຢູ່ຫຼາຍຈຸດຮ້ອນເຮັ່ງຢູ່ຕາເວັນອອກກາງ; ຄັດຄ້ານບັນດາການບຸກໂຈມຕີທາງທະຫານເລັ່ງໃສ່ບັນດາປະເທດທີ່ມີອະທິປະໄຕ, ໂດຍສະເພາະແມ່ນບັນດາປະເທດທີ່ໄດ້ຖະແຫຼງບໍ່ກ່ຽວຂ້ອງເຖິງການປະທະກັນ; ພ້ອມທັງ ກ່າວປະນາມບັນດາການກະທຳເປັນປໍລະປັກ ແນໃສ່ບຸກຄະລາກອນ ແລະ ສຳນັກງານຂອງ ສປຊ.
ເນື່ອງໃນໂອກາດນີ້, ທ່ານທ່ານອັກຄະລັດຖະທູດ ຫງວຽນຮວ່າງງວຽນ ກໍຮຽກຮ້ອງໃຫ້ປະຊາຄົມສາກົນ ບໍ່ປະໃຫ້ການຜັນແປຫວ່າງມໍ່ໆມານີ້ຢູ່ຕາເວັນອອກກາງ ເຮັດໃຫ້ບັນຫາ ປາແລັດສະຕິນ ຈ່າງຫາຍໄປ; ພ້ອມທັງຢັ້ງຢືນຄືນໃໝ່ວ່າ ຫວຽດນາມ ຢຶດໝັ້ນສະໜັບສະໜູນສິດຕັດສິນດ້ວຍຕົນເອງຂອງປະຊາຊົນ ປາແລັດສະຕິນ, ສະໜັບສະໜູນ ລັດ ປາແລັດສະຕິນ ກາຍເປັນສະມາຊິກສົມບູນຂອງ ສປຊ, ພ້ອມທັງສືບຕໍ່ສະໜັບສະໜູນມາດຕະການສອງລັດ ບົນພື້ນຖານເສັ້ນຊາຍແດນກ່ອນປີ 1967, ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ./.
(ແຫຼ່ງຄັດຈາກ VOV)