• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສືບ​ຕໍ່​ຍືດ​ໝັ້ນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບ, ຫຼາຍ​ຝ່າຍ

ເນື່ອງໃນໂອກາດປີໃໝ່ ປີມະເມຍ 2026, ຕອນຄ່ຳວັນທີ 9 ກຸມພາ, ຢູ່ສຳນັງງານລັດຖະບານທີ່ ຮ່າໂນ້ຍ. ທ່ານຟ້າມມິນຈິງ ນາຍົກລັດຖະມົນຕີ ແລະ ພັນລະຍາ ເລທິບິກເຈິນ ໄດ້ຈັດງານລ້ຽງຄະນະທູຕານຸທູດ ລວມມີບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈຳ ຫວຽດນາມ.

  

(ພາບ: ລ້າຍຮວາ)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຕິດແທດເນື້ອໃນຈິດໃຈທັງໝົດ ແລະ ແມ່ນເປົ້າໝາຍຊື່ງກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມວາງອອກ, ນັ້ນແມ່ນ: ສືບຕໍ່ ຍືດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ເປັນເພື່ອນທີ່ດີ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັບທຸກປະເທດໃນໂລກ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນເພື່ອເປົ້າໝານສັນຕິພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ; ພ້ອມທັງໄດ້ກຳນົດວ່າ ການຕ່າງປະເທດແມ່ນໜ້າທີ່ສຳຄັນຍິ່ງ, ເປັນປະຈຳ. ຫວຽດນາມ ປາດຖະໜາສືບຕໍ່ໄດ້ຮັບການຮ່ວມເດີນທາງ ແລະ ການຊ່ວຍເຫຼືອອັນລ້ຳຄ່າຈາກເພື່ອມິດສາກົນ ເພື່ອພ້ອມກັນປະຕິບັດວິໄສທັດ “ຫວຽດນາມ ພັດທະນາຢ່າງຍືນຍົງ- ອາຊຽນຕິດພັນກັນ-ອາຊີວັດທະນາຖາວອນຮ່ວມກັນ-ໂລກແຫ່ງສັນຕິພາບ-ມວນມະນຸດສະເໝີພາບກ້າວຂຶ້ນ” ໃຫ້ປະກົດຜົນເປັນຈິງ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:

   ລະດູບານໃໝ່ປີມະເມຍ 2026 ບໍ່ພຽງແຕ່ເປີດສາກໃຫ້ແກ່ປີໃໝ່ເທົ່ານັ້ນຫາກຍັງເປີດສາກໃຫ້ແກ່ສັງກະລາດພັດທະນາໃໝ່ຂອງ ຫວຽດນາມ ອີກດ້ວຍດ້ວຍວິໄສທັດ 100 ປີເພື່ອໃຫ້ ຫວຽດນາມ ເຂັ້ມແຂງແຮງກ້າສິວິໄລວັດທະນາຖາວອນມີຄວາມຜາສຸກກ້າວຂຶ້ນຢ່າງໝັ້ນຄົງ, ວ່ອງໄວກ້າວຂຶ້ນສັງຄົມນິຍົມຢ່າງແຮງການເປີດສາກທັງໝົດລ້ວນແຕ່ຮຽກຮ້ອງໃຫ້ມີການກະທຳທີ່ແຂງແຮງແຕ່ຕ້ອງໄດ້ຮັບການນຳພາດ້ວຍຄຸນນະທາດອັນໝັ້ນແກ່ນເດັດດຽວຢືດໝັ້ນໃນການປ່ຽນໃໝ່ຈິນຕະນາການໄດ້ກຳນົດດ້ວຍວິໄສທັດຍຸດທະສາດດ້ວຍຈິດໃຈ “ມອງກ້ວາງເຫັນໄກຄິດເລິກເຮັດໃຫ່”.

(ແຫຼ່ງຄັດຈາກ VOV)

ສະ​ຖານ​ທູດ ຫວຽດ​ນ​າມ ປະ​ຈຳ ລາວ ຈັດ​ງານ​ລ້ຽງ​ຊົມ​ເຊີຍ​ພັກ, ຊົມ​ເຊີຍ​ລະ​ດູ​ບານ​ໃໝ່​ປີ​ມະ​ເມຍ 2026

ສະ​ຖານ​ທູດ ຫວຽດ​ນ​າມ ປະ​ຈຳ ລາວ ຈັດ​ງານ​ລ້ຽງ​ຊົມ​ເຊີຍ​ພັກ, ຊົມ​ເຊີຍ​ລະ​ດູ​ບານ​ໃໝ່​ປີ​ມະ​ເມຍ 2026

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າທີ່ຍາມໃດກໍໃຫ້ການໜູນຊ່ວຍສະຖານທູດ, ບັນດາອົງການຕາງໜ້າ, ວິສາຫະກິດ ແລະ ປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນ ແລະ ປະຕິບັດງານຢູ່ລາວ ຢ່າງທັນການ, ມີປະສິດທິຜົນ.

Top