ຂ່າວສານ ຫວຽດນາມ ສະແດງບົດບາດຊຸກຍູ້ລັດທິຫຼາຍຝ່າຍຢ່າງແຮງ 10/04/2026 ວັນທີ 08 ເມສາ, ຢູ່ສຳນັກງານບັນດາອົງການ ສປຊ ປະຈຳ ວຽນນາ (ໂອຕາລິດ) ໄດ້ດຳເນີນກອງປະຊຸມລະຫວ່າງຫົວໜ້າຄະນະບັນດາປະເທດ ອາຊຽນ ແລະ ກຸ່ມ ອາເມລິກາ ລາຕິນ ແລະ Caribe (GRULAC) ເພື່ອແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການປະສານສົມທົບລະຫວ່າງສອງຂົງເຂດໃນບັນດາເວທີປາໄສຫຼາຍຝ່າຍຢູ່ ວຽນນາ. ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ (ພາບ: TTXVN) ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ກ່ຽວກັບຂົງເຂດນິວເຄຼຍ, ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ ໄດ້ເນັ້ນໜັກເຖິງບົດບາດເປັນໃຈກາງຂອງອົງການພະລັງງານປະລະມານູສາກົນ (IAEA) ໃນໂຄງການສ້າງຄຸ້ມຄອງບໍລິຫານນິວເຄຼຍທົ່ວໂລກ. ທ່ານເອກອັກຄະລັດຖະທູດ ກໍໃຫ້ຮູ້ວ່າ ຫວຽດນາມ ມີຄວາມເປັນກຽດເມື່ອໄດ້ດຳລົງບົດບາດປະທານບົ່ງຕົວໃນກອງປະຊຸມສຳຫຼວດກວດຄືນ NPT ຄັ້ງທີ 11 ໃນເດືອນ ເມສາ 2026 ແລະ ໄດ້ເຂົ້າເຖິງໜ້າທີ່ອັນສຳຄັນນີ້ດ້ວຍຈິດໃຈຄວາມຮັບຜິດຊອບ, ພາວະວິໄສ ແລະ ຊຸກຍູ້ການໂອ້ລົມສົນທະນາທີ່ມີຄວາມສ້າງສັນ ຜ່ານການປຶກສາຫາລືຢ່າງກວ້າງຂວາງໃນບັນດາກຸ່ມພາກພື້ນ ແລະ ບັນດາປະເທດສະມາຊິກ, ໃນນັ້ນ ມີບັນດາປະເທດ GRULAC. ໃນໄລຍະຈະມາເຖິງ, ອາຊຽນ ຈະສືບຕໍ່ເພີ່ມທະວີການສົມທົບກັບ GRULAC ໃນການຊຸກຍູ້ແບບວິທີເຂົ້າເຖິງຢ່າງດຸ່ນດ່ຽງ, ຮັບປະກັນລັກສະນະຄົບຖ້ວນຂອງສົນທິສັນຍາ, ພ້ອມດຽວກັນນັ້ນ ກໍຖືເປັນສຳຄັນເຖິງແງ່ມູມພັດທະນາຢ່າງຄົບຖ້ວນ, ພິເສດແມ່ນເສົາຄ້ຳ III ກ່ຽວກັບການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ລວມທັງການເພີ່ມທະວີການເຂົ້າເຖິງເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດ ແລະ ຊຸກຍູ້ການຮ່ວມມືທາງດ້ານເຕັກນິກ ໂດຍຜ່ານ IAEA. (ແຫຼ່ງຄັດຈາກ VOV)

ວັນທີ 08 ເມສາ, ຢູ່ສຳນັກງານບັນດາອົງການ ສປຊ ປະຈຳ ວຽນນາ (ໂອຕາລິດ) ໄດ້ດຳເນີນກອງປະຊຸມລະຫວ່າງຫົວໜ້າຄະນະບັນດາປະເທດ ອາຊຽນ ແລະ ກຸ່ມ ອາເມລິກາ ລາຕິນ ແລະ Caribe (GRULAC) ເພື່ອແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການປະສານສົມທົບລະຫວ່າງສອງຂົງເຂດໃນບັນດາເວທີປາໄສຫຼາຍຝ່າຍຢູ່ ວຽນນາ. ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ (ພາບ: TTXVN) ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ກ່ຽວກັບຂົງເຂດນິວເຄຼຍ, ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ ໄດ້ເນັ້ນໜັກເຖິງບົດບາດເປັນໃຈກາງຂອງອົງການພະລັງງານປະລະມານູສາກົນ (IAEA) ໃນໂຄງການສ້າງຄຸ້ມຄອງບໍລິຫານນິວເຄຼຍທົ່ວໂລກ. ທ່ານເອກອັກຄະລັດຖະທູດ ກໍໃຫ້ຮູ້ວ່າ ຫວຽດນາມ ມີຄວາມເປັນກຽດເມື່ອໄດ້ດຳລົງບົດບາດປະທານບົ່ງຕົວໃນກອງປະຊຸມສຳຫຼວດກວດຄືນ NPT ຄັ້ງທີ 11 ໃນເດືອນ ເມສາ 2026 ແລະ ໄດ້ເຂົ້າເຖິງໜ້າທີ່ອັນສຳຄັນນີ້ດ້ວຍຈິດໃຈຄວາມຮັບຜິດຊອບ, ພາວະວິໄສ ແລະ ຊຸກຍູ້ການໂອ້ລົມສົນທະນາທີ່ມີຄວາມສ້າງສັນ ຜ່ານການປຶກສາຫາລືຢ່າງກວ້າງຂວາງໃນບັນດາກຸ່ມພາກພື້ນ ແລະ ບັນດາປະເທດສະມາຊິກ, ໃນນັ້ນ ມີບັນດາປະເທດ GRULAC. ໃນໄລຍະຈະມາເຖິງ, ອາຊຽນ ຈະສືບຕໍ່ເພີ່ມທະວີການສົມທົບກັບ GRULAC ໃນການຊຸກຍູ້ແບບວິທີເຂົ້າເຖິງຢ່າງດຸ່ນດ່ຽງ, ຮັບປະກັນລັກສະນະຄົບຖ້ວນຂອງສົນທິສັນຍາ, ພ້ອມດຽວກັນນັ້ນ ກໍຖືເປັນສຳຄັນເຖິງແງ່ມູມພັດທະນາຢ່າງຄົບຖ້ວນ, ພິເສດແມ່ນເສົາຄ້ຳ III ກ່ຽວກັບການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ລວມທັງການເພີ່ມທະວີການເຂົ້າເຖິງເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດ ແລະ ຊຸກຍູ້ການຮ່ວມມືທາງດ້ານເຕັກນິກ ໂດຍຜ່ານ IAEA.
ບັນດາບົດຕໍ່ໄປ ໂທລະເລກ, ຈົດໝາຍ ແລະ ສານຊົມເຊີຍບັນດາການນຳຫຼັກແຫຼ່ງຂອງ ຫວຽດນາມ10/04/2026ຂ່າວສານທ່ານ Miguel Diaz Canel, ເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດ ກຸຍບາ ໄດ້ອວຍພອນທ່ານ ໂຕເລິມ ເນື່ອງໃນໂອກາດໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ ຫວຽດນາມ ຊົມເຊີຍຂໍ້ຕົກລົງຢຸດຍິງທີ່ ອາເມລິກາ ແລະ ອີຣານ ຫາກໍ່ບັນລຸໄດ້10/04/2026ຂ່າວສານສູ້ຊົມບັນລຸລະດັບເຕີບໂຕ 2 ຕົວເລກ, ຊຸກຍູ້ການເຕີບໂຕ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ10/04/2026ຂ່າວສານອາຊຽນ + 3 ປຶກສາຫາລືມາດຕະການຮັບມືກັບຜົນກະທົບດ້ານເສດຖະກິດຈາກການປະທະກັນ ຕາເວັນອອກກາງ10/04/2026ຂ່າວສານຜູ້ປະປະຈຳການຄະນະເລຂາທິການສູນກາງພັກ ຫວຽດນາມ ແລະ ລາວ ດຳເນີນການໂອ້ລົມສົນທະນາ09/04/2026ຂ່າວສານຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈິ່ນເກິມຕູ ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມື ຫວຽດນາມ - ລາວ09/04/2026ຂ່າວສານກອງປະຊຸມປະຈຳລັດຖະບານ ແລະ ປະຈຳຄະນະພັກລັດຖະບານ09/04/2026ຂ່າວສານ ອ່ານເພີ່ມ