ຂ່າວສານ ຫວຽດນາມ ສະເໜີ UNESCO ມີການປະພຶດເປັນພິເສດຕໍ່ກັບບັນດາປະເທດພວມພັດທະນາ 19/02/2026 ວັນທີ 17 ກຸມພາ, ກອງປະຊຸມຄັ້ງທີ 19 ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ UNESCO ກ່ຽວກັບການປົກປ້ອງ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍສີສັນຂອງບັນດາຮູບແບບວັດທະນະທຳ ( ເອີ້ນຫຍໍ້ວ່າ ສົນທິສັນຍາ ປີ 2005) ຖືກໄຂຂຶ້ນຢູ່ສຳນັກງານອົງການ UNESCO ທີ່ປາຣີ, ປະເທດ ຝລັ່ງ. ທ່ານນາງ ຫງວຽນທິເວິນແອັງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ UNESCO ໃນກອງປະຊຸມ (ພາບ: TTXVN) ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມດ້ວຍຖານະເປັນໜຶ່ງໃນຈຳນວນ 24 ປະເທດສະມາຊິກຂອງຄະນະກຳມະການລະຫວ່າງລັດຖະບານຂອງສົນທິສັນຍາສະບັບດັ່ງກ່າວ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິເວິນແອັງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ UNESCO, ສະເໜີວ່າ ໃນໄລຍະຈະມາເຖິງ ຕ້ອງເອົາໃຈໃສ່ເປັນພິເສດເຖິງການຍົກສູງກຳລັງຄວາມສາມາດ, ແບ່ງປັນບົດຮຽນປະສົບການ, ເພີ່ມທະວີການຮ່ວມມືສາກົນ ແລະ ປະຕິບັດບັນດາຂໍ້ສະເໜີແນະ ກ່ຽວຂ້ອງເຖິງມາດຕາທີ 16 ຂອງ ສົນທິສັນຍາວ່າດ້ວຍ “ການປະພຶດແບບພິເສດສຳລັບບັນດາປະເທດພວມພັດທະນາ” ທີ່ໄດ້ຮັບການຮັບຮອງເອົາແລ້ວ. ຫວຽດນາມ ຈະສືບຕໍ່ຮ່ວມມືກັບປະຊາຄົມສາກົນ ເພື່ອແນໃສ່ຜັນຂະຫຍາຍສົນທິສັນຍາສະບັບປີ 2005 ໃຫ້ມີປະສິດທິຜົນ. (ແຫຼ່ງຄັດຈາກ VOV)

ວັນທີ 17 ກຸມພາ, ກອງປະຊຸມຄັ້ງທີ 19 ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ UNESCO ກ່ຽວກັບການປົກປ້ອງ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍສີສັນຂອງບັນດາຮູບແບບວັດທະນະທຳ ( ເອີ້ນຫຍໍ້ວ່າ ສົນທິສັນຍາ ປີ 2005) ຖືກໄຂຂຶ້ນຢູ່ສຳນັກງານອົງການ UNESCO ທີ່ປາຣີ, ປະເທດ ຝລັ່ງ. ທ່ານນາງ ຫງວຽນທິເວິນແອັງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ UNESCO ໃນກອງປະຊຸມ (ພາບ: TTXVN) ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມດ້ວຍຖານະເປັນໜຶ່ງໃນຈຳນວນ 24 ປະເທດສະມາຊິກຂອງຄະນະກຳມະການລະຫວ່າງລັດຖະບານຂອງສົນທິສັນຍາສະບັບດັ່ງກ່າວ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິເວິນແອັງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ UNESCO, ສະເໜີວ່າ ໃນໄລຍະຈະມາເຖິງ ຕ້ອງເອົາໃຈໃສ່ເປັນພິເສດເຖິງການຍົກສູງກຳລັງຄວາມສາມາດ, ແບ່ງປັນບົດຮຽນປະສົບການ, ເພີ່ມທະວີການຮ່ວມມືສາກົນ ແລະ ປະຕິບັດບັນດາຂໍ້ສະເໜີແນະ ກ່ຽວຂ້ອງເຖິງມາດຕາທີ 16 ຂອງ ສົນທິສັນຍາວ່າດ້ວຍ “ການປະພຶດແບບພິເສດສຳລັບບັນດາປະເທດພວມພັດທະນາ” ທີ່ໄດ້ຮັບການຮັບຮອງເອົາແລ້ວ. ຫວຽດນາມ ຈະສືບຕໍ່ຮ່ວມມືກັບປະຊາຄົມສາກົນ ເພື່ອແນໃສ່ຜັນຂະຫຍາຍສົນທິສັນຍາສະບັບປີ 2005 ໃຫ້ມີປະສິດທິຜົນ.
ບັນດາບົດຕໍ່ໄປ ຊຸກຍູ້ການຮ່ວມມືເຕັກໂນໂລຢີຍຸດທະສາດ ຫວຽດນາມ - ອາເມລິກາ12/03/2026ຂ່າວສານບັນດາວາລະປຶກສາຫາລືສຸມໃສ່ຫຼາຍຫົວຂໍ້ສຳຄັນຄື: ການຮ່ວມມືໃນຂະແໜງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, Bigdata, Clouthing Computer, ຄວາມປອດໄພທາງໄຊເບີ. ເຂດພູສູງເຊີນລາ ກຽມພ້ອມໃຫ້ແກ່ວັນເລືອກຕັ້ງ12/03/2026ຂ່າວສານກວ໋າງນິງກະກຽມບັນດາ ວິທີການເລືອກຕັ້ງໃຫ້ແກ່ແຂກທ່ອງທ່ຽວ12/03/2026ຂ່າວສານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ: ວຽກງານກະກຽມໃຫ້ແກ່ການເລືອກຕັ້ງໄດ້ຜັນຂະຫຍາຍຢ່າງຄົບຊຸດ ແລະ ແໜ້ນແຟ້ນ12/03/2026ຂ່າວສານທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງຢ່າງຂ້ຽວຂາດ, ມີປະສິດທິຜົນກວ່າ12/03/2026ຂ່າວສານທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ12/03/2026ຂ່າວສານທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄປກວດກາວຽກງານກະກຽມການເລືອກຕັ້ງຢູ່ ແທັງຮວາ12/03/2026ຂ່າວສານ ອ່ານເພີ່ມ