ຂ່າວສານ

ຫວຽດ​ນາມ ສະ​ເໜີ UNESCO ມີ​ການ​ປະ​ພຶດ​ເປັນ​ພິ​ເສດ​ຕໍ່​ກັບ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

ວັນທີ 17 ກຸມພາ, ກອງປະຊຸມຄັ້ງທີ 19 ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ UNESCO ກ່ຽວກັບການປົກປ້ອງ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍສີສັນຂອງບັນດາຮູບແບບວັດທະນະທຳ ( ເອີ້ນຫຍໍ້ວ່າ ສົນທິສັນຍາ ປີ 2005) ຖືກໄຂຂຶ້ນຢູ່ສຳນັກງານອົງການ UNESCO ທີ່ປາຣີ, ປະເທດ ຝລັ່ງ.
  ທ່ານນາງ ຫງວຽນທິເວິນແອັງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ UNESCO ໃນກອງປະຊຸມ (ພາບ: TTXVN)  
ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມດ້ວຍຖານະເປັນໜຶ່ງໃນຈຳນວນ 24 ປະເທດສະມາຊິກຂອງຄະນະກຳມະການລະຫວ່າງລັດຖະບານຂອງສົນທິສັນຍາສະບັບດັ່ງກ່າວ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິເວິນແອັງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ UNESCO, ສະເໜີວ່າ ໃນໄລຍະຈະມາເຖິງ ຕ້ອງເອົາໃຈໃສ່ເປັນພິເສດເຖິງການຍົກສູງກຳລັງຄວາມສາມາດ, ແບ່ງປັນບົດຮຽນປະສົບການ, ເພີ່ມທະວີການຮ່ວມມືສາກົນ ແລະ ປະຕິບັດບັນດາຂໍ້ສະເໜີແນະ ກ່ຽວຂ້ອງເຖິງມາດຕາທີ 16 ຂອງ ສົນທິສັນຍາວ່າດ້ວຍ “ການປະພຶດແບບພິເສດສຳລັບບັນດາປະເທດພວມພັດທະນາ” ທີ່ໄດ້ຮັບການຮັບຮອງເອົາແລ້ວ. ຫວຽດນາມ ຈະສືບຕໍ່ຮ່ວມມືກັບປະຊາຄົມສາກົນ ເພື່ອແນໃສ່ຜັນຂະຫຍາຍສົນທິສັນຍາສະບັບປີ 2005 ໃຫ້ມີປະສິດທິຜົນ.

top