ການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳສຳຄັນໃນສັງລວມສາຍພົວພັນແບບພິເສດລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ໂດຍໄດ້ຮັບການຊຸກຍູ້ຢ່າງມີປະສິດທິຜົນ ແລະ ນັບມື້ນັບແທດຈິງ, ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນ ແລະ ຮອບດ້ານ.
ນີ້ແມ່ນຄຳຢັ້ງຢືນຂອງທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຢູ່ກອງປະຊຸມພົບປະສອງຝ່າຍກັບຄູ່ຕຳແໜ່ງແຫ່ງ ສປປ. ລາວ, ທ່ານພົນເອກ ຄຳລຽງ ອຸທະໄກສອນ, ທີ່ດຳເນີນໃນຕອນເຊົ້າວັນທີ 10 ກໍລະກົດ, ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3 ຢູ່ແຂວງ ເງະອານ ຫວຽດນາມ.
ບັນຍາກາດຂອງກອງປະຊຸມພົບປະສອງຝ່າຍ (ພາບ: VNA)
ໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງງສະເໜີໃຫ້ສອງຝ່າຍ ຕ້ອງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະພາບການ, ລາດຕະເວນສອງຝ່າຍ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ, ຕໍ່ສູ້ປ້ອງກັນ, ຕ້ານອາຊະຍາກຳຂ້າມຊາດ; ທະວີຄູນຮູບແບບແຮກສ່ຽວ ຄ້າຍທະຫານປ້ອງກັນຊາຍແດນ ແລະ ກຸ່ມຊຸມຊົນຢູ່ສອງຟາກຊາຍແດນ. ພ້ອມດຽວກັນນັ້ນ, ສຸມໃສ່ຮັກສາການຮ່ວມມືບຳລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ຊຸກຍູ້ການຮ່ວມມືກ່ຽວກັບອຸດສາຫະກຳປ້ອງກັນຊາດ, ການຄ້າເສນາຮັກ; ປຶກສາຫາລືຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາກົນໄກເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະ ສາກົນ…
ສ່ວນທ່ານພົນເອກ ຄຳລຽງ ອຸທະໄກສອນ ເນັ້ນໜັກວ່າ ປີ 2027 ແມ່ນປີພິເສດຂອງສອງປະເທດ, ປີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2027) ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 50 ປີ (18/07/1977 – 18/07/2027). ດັ່ງນັ້ນ, 2 ຝ່າຍຕ້ອງສົມທົບກັນຈັດຫຼາຍກິດຈະກຳພົບປະແລກປ່ຽນທີ່ມີຄວາມໝາຍເພື່ອຂ່ຳນັບຮັບຕ້ອນບັນດາເຫດການນີ້.
(ແຫຼ໋ງຄັດຈາກ VOV)