ຫວຽດນາມ ມີຄວາມສາມາດຢ່າງພຽງພໍເພື່ອຮັບປະກັນແຫຼ່ງສະໜອງເຊື້ອເພີງເປັນປົກກະຕິ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນໃນທຸກກໍລະນີຢ່າງມີປະສິດທິຜົນ.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)
ຕອນບ່າຍວັນທີ 23 ເມສາ, ຢູ່ກອງປະຊຸມນັດສາມັນກະຊວງການຕ່າງປະເທດ ຫວຽດນາມ, ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາມາດຕະການຂອງ ຫວຽດນາມ ແນໃສ່ຮັບປະກັນແຫຼ່ງສະໜອງເຊື້ອເພີງໃນສະພາບການພາກພື້ນຕາເວັນອອກກາງ ສືບຕໍ່ມີການຜັນແປຢ່າງສັບສົນ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ໄດ້ ແລະ ພວມເປັນເຈົ້າການຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ບໍ່ປະໃຫ້ເກີດສະພາວະຂາດແຄນແຫຼ່ງເຊື້ອເພີງຮັບໃຊ້ການຜະລິດ, ດຳເນີນທຸລະກິດ ແລະ ການບໍລິໂພກຂອງປະຊາຊົນ. ທ່ານນາງ ຢັ້ງຢືນຕື່ມອີກວ່າ: ຫວຽດນາມ ມີຄວາມສາມາດຢ່າງພຽງພໍເພື່ອຮັບປະກັນແຫຼ່ງສະໜອງເຊື້ອເພີງເປັນປົກກະຕິ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນໃນທຸກກໍລະນີຢ່າງມີປະສິດທິຜົນ.
ຕາມທ່ານນາງ ຟ້າມທູຮັ່ງ ແລ້ວ, ບັນດາອົງການເຈົ້າໜ້າທີ່ພ້ອມດ້ວຍບັນດາວິສາຫະກິດນຳເຂົ້າ - ສົ່ງອອກເຊື້ອເພີງຂອງ ຫວຽດນາມ ຍາມໃດກໍຮັກສາການຮ່ວມມືກັບບັນດາຄູ່ຮ່ວມມືຕ່າງປະເທດຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການປະຕິບັດບັນດາສັນຍາສະໜອງໄລຍະຍາວທີ່ໄດ້ລົງນາມແລ້ວຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມຄວາມຄືບໜ້າ. ນີ້ໄດ້ຮັບຖືວ່າ ແມ່ນມາດຕະການພື້ນຖານຊ່ວຍຮັກສາແຫຼ່ງສະໜອງເປັນປົກກະຕິ, ຫຼຸດຜ່ອນຜົນກະທົບຈາກບັນດາການຜັນແປທີ່ຜິດປົກກະຕິຂອງຕະຫຼາດພະລັງງານໂລກລົງ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍຕັ້ງໜ້າແລກປ່ຽນ, ເຮັດວຽກກັບບັນດາຄູ່ຮ່ວມມືອື່ນ ແນໃສ່ຫັນແຫຼ່ງສະໜອງເຊື້ອເພີງເປັນຫຼາກຫຼາຍ, ຫຼີກລ້ຽງການເອື່ອຍອີງໃສ່ຕະຫຼາດໃດໜຶ່ງ.
(ແຫຼ່ງຄັດຈາກ VOV)