• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ທີ່​ກ່ຽວ​ຂ້ອງ​ເຖິງ​ສະ​ພາບ​ການ​ປັດ​ຈຸ​ບັນ​ຢູ່ ເວ​ເນ​ຊູ​ເອ​ລາ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຂໍ້ມູນຂ່າວກ່ຽວຂ້ອງເຖິງສະພາບການປັດຈຸບັນຢູ່ ເວເລຊູເອລາ.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ)

ວັນທີ 03 ມັງກອນ 2026, ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ກັບສະພາບການ ເວເລຊູເອລາ ໃນປັດຈຸບັນ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຂໍ້ມູນຂ່າວກ່ຽວຂ້ອງເຖິງສະພາບການປັດຈຸບັນຢູ່ ເວເລຊູເອລາ.

        ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍເຄົາລົບນັບຖືກົດໝາຍສາກົນ, ກົດບັດ ສປຊ ໃນນັ້ນ ມີຫຼັກການອະທິປະໄຕບັນດາປະເທດ, ບໍ່ນຳໃຊ້ອາວຸດ ແລະ ນາບຂູ່ນຳໃຊ້ກຳລັງອາວຸດໃນສາຍພົວພັນສາກົນ.

        ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ເຈລະຈາ, ແກ້ໄຂບັນດາຂໍ້ຂັດແຍ້ງ, ຄວາມບໍ່ລົງລອຍກັນບົນພື້ນຖານເຄົາລົບກົດໝາຍສາກົນ, ປະກອບສ່ວນຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງສຸມໃສ່ນຳພາ, ແຫຼ່ງກຳລັງໃຫ້ແກ່ບັນດາໂຄງການທາງລົດໄຟ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງສຸມໃສ່ນຳພາ, ແຫຼ່ງກຳລັງໃຫ້ແກ່ບັນດາໂຄງການທາງລົດໄຟ

ທ່ານ ເຈິ່ນຮົ່ງມິນ, ລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ ປະຈຸບັນ ໄດ້ອະນຸມັດຜ່ານແຜນນະໂຍບາຍລົງທຶນ 2 ໂຄງການ, ລວມມີ: ທາງລົດໄຟຄວາມໄວສູງ ເໜືອ - ໃຕ້ ແລະ ໂຄງການທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ.

Top