• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ດ​ວງ​ດາວ​ພວມ​ຮຸ່ງ​ແຈ້ງ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງ​ທຶນ FDI

ຕາມບົດຂຽນແລ້ວ, ທຶນ FDI ຂອງ ຫວຽດນາມ ພວມມີທ່າເຕີບໂຕຢ່າງບໍ່ຢຸດຢັ້ງ. ປີ 2023, ຫວຽດນາມໄດ້ດຶງດູດເງິນລົງທຶນຈົດທະບຽນ FDI ກ່ວາ 36,6 ຕື້ USD, ເພີ່ມຂຶ້ນ 32%ເມື່ອທຽບໃສ່ກັບປີກາຍນີ້. ນີ້ແມ່ນລະດັບສູງສະຖິຕິໃນຫຼາຍປີມານີ້.
ພາບປະກອບ: TTXVN

ວັນທີ 18 ສິງຫາ, ເວັບໄຊ ໄດ້ເອົາລົງບົດວິເຄາະຂອງຜູ້ຂຽນສອງຄົນແມ່ນ ຫງວຽນຈາງ ແລະ Boris Sullivan ເຊິ່ງໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນແມ່ນສະຖານທີ່ນັດພົບຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແຖວໜ້າໂລກ, ດ້ວຍກຳລັງແຮງໜຸ່ມທີ່ມີຄວາມຂະຫຍັນຂັນເຄື່ອນ, ບັນດາສັນຍາການຄ້າ ທີ່ສະດວກ ແລະ ສະພາບແວດລ້ອມດ້ານການເມືອງທີ່ເປັນປົກກະຕິ. ຕາມບົດຂຽນແລ້ວ, ທຶນ FDI ຂອງ ຫວຽດນາມ ພວມມີທ່າເຕີບໂຕຢ່າງບໍ່ຢຸດຢັ້ງ. ປີ 2023, ຫວຽດນາມໄດ້ດຶງດູດເງິນລົງທຶນຈົດທະບຽນ FDI ກ່ວາ 36,6 ຕື້ USD, ເພີ່ມຂຶ້ນ 32%ເມື່ອທຽບໃສ່ກັບປີກາຍນີ້. ນີ້ແມ່ນລະດັບສູງສະຖິຕິໃນຫຼາຍປີມານີ້.

ບັນດາຜູ້ຂຽນ ໄດ້ຍົກອອກສາຍເຫດຈຳນວນໜຶ່ງທີ່ເຮັດໃຫ້ ຫວຽດນາມຮຸ່ງແຈ້ງຂຶ້ນ, ໃນນັ້ນຕ້ອງເວົ້າເຖິງປັດໄຈທຳອິດ ແມ່ນກຳລັງແຮງດ້ານເສດຖະກິດ. ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການຄາດຄະເນຈະມີການເຕີບໂຕແຕ່ 5 – 6%/ປີ, ດ້ວຍການບໍລິໂພກ, ການສົ່ງອອກ ແລະ ການລົງທຶນຢ່າງແຮງ. ຄວາມເປັນປົກກະຕິດ້ານການເມືອງ ນຳມາເຊິ່ງສະພາບແວດລ້ອມທີ່ຄາດຄະເນຢ່າງງ່າຍດາຍ, ເຊິ່ງແມ່ນສິ່ງທີ່ຫາຍາກຢູ່ບັນດາຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນ. ບົດຂຽນ ໄດ້ສະຫຼຸບວ່າ ຫວຽດນາມ ພົ້ນເດັ່ນຂຶ້ນຍ້ອນມີຄວາມຂະຫຍັນຂັນເຄື່ອນດ້ານເສດຖະກິດ, ມີທ່າໄດ້ປ່ຽບດ້ານຄ່າໃຊ້ຈ່າຍ ແລະ ບັນດານະໂຍບາຍຍຸດທະສາດ. ຄວາມສາມາດໃນການດຶງດູດການລົງທຶນເຕັກໂນໂລຢີສູງ ແລະ ການເຊື່ອມໂຍງເຂົ້າກັບລະບົບສະໜອງທົ່ວໂລກ ໄດ້ນຳຫວຽດນາມ ກາຍເປັນປະເທດນຳໜ້າ ກ່ຽວກັບການດຶງດູດ FDI ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານການ​ພົບ​ປະ​ກັບ​ນັກ​ປະ​ຕິ​ວັດ​​ຜູ້ອາ​ວຸ​ໂສ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານການ​ພົບ​ປະ​ກັບ​ນັກ​ປະ​ຕິ​ວັດ​​ຜູ້ອາ​ວຸ​ໂສ

ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງບັນດາການອຸທິດສ່ວນ, ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດານັກປະຕິວັດຜູ້ອາວຸໂສ, ບັນດາອະດີດກຳມະການສູນກາງພັກ, ບັນດາອະດີດການນຳອົງການຂອງພັກ, ແນວໂຮມປະເທດຊາດ, ອົງການການເມືອງ - ສັງຄົມຂັ້ນສູນກາງ.

Top