• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ກ່ຽວ​ກັບ blockchain ໃນ​ພາກ​ພື້ນເທື່ອລະກ້າວ

Blockchain ແມ່ນພື້ນຖານໂຄງລ່າງດີຈີຕອນຫຼັກແຫຼ່ງເຊິ່ງ ຫວຽດນາມ ກຳນົດແມ່ນເສົາຄ້ຳຍຸດທະສາດເພື່ອຊຸກຍູ້ພື້ນຖານເສດຖະກິດດີຈີຕອນ. ດ້ວຍລະບົບນິຕິກຳທີ່ນັບມື້ນັບສົມບູນແບບ ແລະ ລະບົບນິເວດພວມໄດ້ຮັບການກໍ່ສ້າງ, ຫວຽດນາມ ພວມຄ່ອຍໆຫັນເປັນປະເທດນຳໜ້າໃນພາກພື້ນກ່ຽວກັບ blockchain ໃນປີ 2030.
ພາບປະກອບ: VGP

Blockchain (ເຕັກໂນໂລຢີການຈັດເກັບຂໍ້ມູນ) ແມ່ນເຕັກໂນໂລຢີຊ່ວຍຫັນທຸກຂໍ້ມູນກາຍເປັນບັນດາ Block (ກ່ອງຈັດເກັບຂໍ້ມູນ) ທີ່ແຕກຕ່າງກັນ ແລະ ເຊື່ອມຕໍ່ບັນດາ Block ນີ້ກາຍເປັນ Blockchain, ຊ່ວຍປະຢັດຄ່າໃຊ້ຈ່າຍໃນການແລກປ່ຽນບໍລິການ, ເພີ່ມລັກສະນະໂປ່ງໄສ. ເຕັກໂນໂລຢີເຄີຍໄດ້ຮັບການນຳໃຊ້ເພືື່ອຫັນເປັນຊັບສິນທາງດິຈີຕອນ ແລະ ສ້າງກະເປົ໋າດີຈີຕອນ (Digital currency) ເພື່ອເກັບຮັກສາເງິນແບບດີຈີຕອນ.

ຍ້ອນການນຳໃຊ້ເຕັກໂນໂລຢີ Blockchain ເຊິ່ງຊັບສິນດີຈີຕອນ, ເງິນດີຈີຕອນປະເພດຕ່າງໆ ອາດສາມາດແລກປ່ຽນຄ້າຂາຍບັນດາ ແອັບ ຕະຫຼາດແລກປ່ຽນຄ້າຂາຍຂ້າມຊາຍແດນ, ຮັບປະກັນກຳມະສິດຂອງແຕ່ລະຄົນ. ຄາດວ່າ, ຮອດປີ 2030, ຄຸນຄ່າຊັບສິນດີຈີຕອນຈະບັນລຸປະມານ 10% GDP ທົ່ວໂລກ, ປະມານ 16.000 ຕື້ USD (ເພີ່ມຂຶ້ນທົບ 5 ເທົາເມື່ອທຽບໃສ່ປັດຈຸບັນ).

ດ້ວຍຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງ ແລະ ບໍ່ອາດຢູ່ນອກວິວັດການເຊື່ອມໂຍງເຂົ້າກັບສາກົນນີ້, ຫວຽດນາມ ໄດ້ປະຕິບັດສຳເລັດເອກະສານນິຕິກຳກ່ຽວກັບຊັບສິນດີຈີຕອນ, ເຕັກໂນໂລຢີ Blockchain ໂດຍໄວ ເພື່ອຊຸກຍູ້ການພັດທະນາຂອງພື້ນຖານເສດຖະກິດດີຈີຕອນ. ມະຕິເລກທີ 57 ຂອງກົມການເມືອງ ຫຼືຍຸດທະສາດແຫ່ງຊາດພັດທະນາ ຮອດປີ 2025, ການກຳນົດທິດຮອດປິ 2030 ໄດ້ວາງເປົ້າໝາຍລະອຽດ, ຮອດປີ 2030, ນຳ ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດນຳໜ້າພາກພື້ນ ແລະ ມີທີ່ຕັ້ງບົດບາດສາກົນກ່ຽວກັບການຄົ້ນຄ້ວາ, ພັດທະນາ ແລະ ນຳໃຊ້  Blockchain. ທ່ານ ໂດວັນທວດ, ຜູ້ອຳນວຍການຝ່າຍມາດຕະການ ແລະ ສະຖາປັດຕະຍາກຳ Blockchain ບໍລິສັດ 1Matrix, ໃຫ້ຮູ້ວ່າ:

ໃນໄລຍະຫຼາຍປີຜ່ານມາ, ພວກຂ້າພະເຈົ້າຍາມໃດກໍ່ລໍຄອຍລະບົບນິຕິກຳ ແລະ ປັດຈຸບັນ ຫວຽດນາມ ໄດ້ມີແລ້ວ. ນີ້ຈະແມ່ນພື້ນຖານສຳຄັນເພື່ອໃຫ້ບັນດາວິສາຫະກິດ ກໍ່ຄືບັນດາວິສາຫະກິດເຕັກໂນໂລຢີນະວັດຕະກຳ ອາດສາມາດອຸ່ນອ່ຽນໃຈພັດທະນາຢ່າງເຂັ້ມແຂງ ແລະ ສ້າງຄວາມເຮັ່ງມີໃນປະເທດຊາດຂອງຕົນ.

ໂດຍຢັ້ງຢືນການຫັນຊັບສິນດີຈີຕອນໃຫ້ຖືກຕ້ອງຕາມກົດໝາຍ ຈະຊ່ວຍກຳນົດທິດຕະຫຼາດດີຈີຕອນຢູ່ ຫວຽດນາມ ຕາມທິດຕັ້ງໜ້າ, ທ່ານ ໂຕເຈິ່ນຮວ່າ ຮອງຫົວໜ້າຄະນະພັດທະນາຕະຫຼາດຫຼັກຊັບ, ຄະນະກຳມະການຫຼັກຊັບ ຫວຽດນາມ ຖືວ່າ:

ນີ້ແມ່ນສັນຍານທີ່ດີທີ່ສຸດໃຫ້ແກ່ຕະຫຼາດ, ໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ ແລະ ທັງລັດອີກດ້ວຍ. ເມື່ອມີນິຍາມລວມ ແມ່ນທຸກສິ່ງທຸກຢ່າງຈະອີງຕາມນິຍາມນັ້ນເພື່ອສ້າງ, ພັດທະນາບັນດາແອັບ, ບັນດາພື້ນຖານເຄື່ອນໄຫວກ່ຽວກັບກາຮພົວພັນແລກປ່ຽນການເງິນ. ພວກເຮົາອາດສາມາດອີງຕາມສິ່ງນັ້ນເພື່ອສ້າງ ແລະ ປະຕິບັດໃນຂອບເຂດກົດໝາຍ, ໂດຍກົດໝາຍໄດ້ປົກປ້ອງ, ຮັບຮອງ. ປະຊາຊົນ ແລະ ວິສາຫະກິດມີຄວາມອຸ່ນອ່ຽໃຈເຄື່ອນໄຫວໃນຂົງເຂດນີ້.

ຄວາມໂປ່ງໃສກ່ຽວກັບດ້ານນິຕິກຳຈະກາຍເປັນການກະຕຸ້ນຢ່າງແຮງ, ແກ້ໄຂແຕ່ລະຂໍ້ຕິດຂັດ, ປົດປ່ອຍຄວາມສາມາດບົ່ມຊ້ອນປະດິດຄິດສ້າງ ແລະ ດຶງດູດການລົງທຶນເຂົ້າບັນດາແອັບ Blockchain ຢູ່ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດຈຸດສຸມຄືກະສິກຳ, ການເງິນ - ທະນາຄານ, ຕະຫຼາດຫຼັກຊັບ, ການຄ້າເອເລັກໂຕນິກ ແລະ ການບໍລິການສາທາລະນະ.

ໃນຍຸດທະສາດແຫ່ງຊາດພັດທະນາ Blockchain ຮອດປີ 2025, ກຳນົດທິດຮອດປີ 2030, ຫວຽດນາມ ກໍ່ພວມຊຸກຍູ້ການຮ່ວມມື, ສ້າງລະບົບນິເວດ Blockchain ຜ່ານການສ້າງລະບົບນິເວດເຕັກໂນໂລຢີຢ່າງເຂັ້ມແຂງ. ທ່ານ ຫວູກວັກຮຸ, ຜູ້ອຳນວຍການ NIC ຢັ້ງຢືນວ່າ:

ຫວຽດນາມ ພວມກ້າວເຂົ້າສູ່ໄລຍະຫັນປ່ຽນສຳຄັນພິເສດໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ທີ່ພວມດຳເນີນຢ່ງແຮງ ດ້ວຍບັນດາການບຸກທະລຸກ່ຽວກັບເຕັກໂນໂລຢີຍຸດທະສາດ, ການກຳນົດທິດຄືນໃໝ່ລະບົບມູນຄ່າທົ່ວໂລກ, ປ່ຽນແປງໂຄງປະກອບຂອງພື້ນຖານເສດຖະກິດ. ຫວຽດນາມ ຕັດສິນໃຈບໍ່ພຽງແຕ່ເຂົ້າຮ່ວມເທົ່ານັ້ນ ຫາກຍັງສ້າງທີ່ຕັ້ງບົດບາດຢ່າງໝັ້ນແກ່ນໃນຂົງເຂດຫຼັກແຫຼ່ງນີ້, ໂດຍຜ່ານການເປັນເຈົ້າການໃນການຊຸກຍູ້ການຮ່ວມມືກັບບັນດາປະເທດ, ພື້ນຖານເສດຖະກິດ, ກຸ່ມບໍລິສັດເຕັກໂນໂລຢີແຖວໜ້າໂລກຢ່າງເລິກເຊິ່ງກວ້າງຂວາງ ແລະ ຮອບດ້ານ.

ຊຸກຍູ້ການເຊື່ອມຕໍ່ໃນລະບົບນິເວດ, ໜູນຊ່ວຍບັນດາວິສາຫະກິດເລີ່ມຕົ້ນທຸລະກິດ Startup ປະດິດຄິດສ້າງ, ຍູ້ແຮງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດີຈີຕອນຄຸນນະພາບສູງ, ສືບຕໍ່ໜູນຊ່ວຍສ້າງສະພາບແວດລ້ອມທີ່ມີລະບອບລະບຽບການທີ່ສະດວກ, ທຸກວິທີການນີ້ ລ້ວນແຕ່ແມ່ນເງື່ອນໄຂເພື່ອໃຫ້ບັນດາແນວຄິດດ້ານເຕັກໂນໂລຢີ ອາດສາມາດພັດທະນາຢ່າງປອດໄສ ແລະ ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ດ​ວງ​ດາວ​ພວມ​ຮຸ່ງ​ແຈ້ງ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງ​ທຶນ FDI

ຫວຽດ​ນາມ - ດ​ວງ​ດາວ​ພວມ​ຮຸ່ງ​ແຈ້ງ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງ​ທຶນ FDI

ຕາມບົດຂຽນແລ້ວ, ທຶນ FDI ຂອງ ຫວຽດນາມ ພວມມີທ່າເຕີບໂຕຢ່າງບໍ່ຢຸດຢັ້ງ. ປີ 2023, ຫວຽດນາມໄດ້ດຶງດູດເງິນລົງທຶນຈົດທະບຽນ FDI ກ່ວາ 36,6 ຕື້ USD, ເພີ່ມຂຶ້ນ 32%ເມື່ອທຽບໃສ່ກັບປີກາຍນີ້. ນີ້ແມ່ນລະດັບສູງສະຖິຕິໃນຫຼາຍປີມານີ້.

Top