ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງບັນດາການອຸທິດສ່ວນ, ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດານັກປະຕິວັດຜູ້ອາວຸໂສ, ບັນດາອະດີດກຳມະການສູນກາງພັກ, ບັນດາອະດີດການນຳອົງການຂອງພັກ, ແນວໂຮມປະເທດຊາດ, ອົງການການເມືອງ - ສັງຄົມຂັ້ນສູນກາງ.
ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ການພົບປະ
ຕອນເຊົ້າວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການພົບກັບບັນດານັກປະຕິວັດ ຜູ້ອາວຸໂສ, ອະດີດກຳມະການສູນກາງພັກ, ອະດີດການນຳບັນດາຄະນະ, ອົງການຂອງພັກ, ແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງ - ສັງຄົມ ຂັ້ນສູນກາງເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19/8/1945 - 19/8/2025) ແລະ ວັນຊາດ ຫວຽດນາມ (2/9/1945 - 2/9/2025). ເຊິ່ງມີການເຂົ້າຮ່ວມຂອງທ່ານປະທານປະເທດ ເລື່ອງເກືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງບັນດາການອຸທິດສ່ວນ, ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດານັກປະຕິວັດຜູ້ອາວຸໂສ, ບັນດາອະດີດກຳມະການສູນກາງພັກ, ບັນດາອະດີດການນຳອົງການຂອງພັກ, ແນວໂຮມປະເທດຊາດ, ອົງການການເມືອງ - ສັງຄົມຂັ້ນສູນກາງ. ເມື່ອແຈ້ງໃຫ້ຊາບກ່ຽວກັບສະພາບການປະເທດຊາດ, ແບ່ງປັນບັນດາໂອກາດ, ຂໍ້ສະດວກ ແລະ ສິ່ງທ້າທາຍຂອງປະເທດຊາດ ໃນປັດຈຸບັນ, ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມປາດຖະໜາ ໃນໄລຍະຈະມາເຖິງກັບບັນດາຜູ້ແທນ ເຂົ້າຮ່ວມການພົບປະສືບຕໍ່ເສີມຂະຫຍາຍມູນເຊື້ອອັນລ້ຳຄ່າ, ອຸທິດສ່ວນຄວາມເກັ່ງກ້າສາມາດ, ພູມປັນຍາ ຮ່ວມເດີນທາງພ້້ອມກັບພັກ, ກັບປະເທດຊາດ ແລະ ປະຊາຊົນ, ຕັດສິນໃຈກໍ່ສ້າງປະເທດຊາດວັດທະນາຖາວອນ, ມີຄວາມຜາສຸກໃນສັງກາດໃໝ່.
(ແຫຼ່ງຄັດຈາກ VOV)