ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ພົບປະກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Iwaya Takeshi
ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Iwaya Takeshi ,ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມຖືຍີ່ປຸ່ນແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈໃນຍຸກສະໄໝພັດທະນາໃໝ່, ທ່ານສະເໜີຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ ແລະ ຊຸກຍູ້ວິສາຫະກິດ ຍີ່ປຸ່ນມາລົງທຶນເຂົ້າບັນດາໂຄງການໃຫຍ່ຢູ່ ຫວຽດນາມ ໃນບັນດາຂົງເຂດຄື: ພື້ນຖານໂຄງລ່າງຕົວເມືອງ, ເສັ້ນທາງລົດໄຟຄວາມໄວສູງ, ພະລັງງານ…
ທີ່ການພົບປະລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຫັນບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນບັນດາຂົງເຂດເປັນລະອຽດ, ຈຸດສຸມແມ່ນຊຸກຍູ້ການເຊື່ອມຕໍ່ຍຸດທະສາດກ່ຽວກັບຄົມມະນາຄົມ, ການຮ່ວມມືເຊື່ອມຕໍ່ທາງລົດໄຟ; ຊຸກຍູ້ການຮ່ວມມືກ່ຽວກັບນະວັດຕະກຳ, ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ ແລະ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື.
ແລກປ່ຽນກັບທ່ານລັດຖະມົນຕີການຕ່າງປະເທດ ສະວິດ Ignazia Cassis, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ສະເໜີສົມທົບກັນຊຸກຍູ້ການເຈລະຈາສົນທິສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມ (ລວມມີ: ສະວິດ, ນອກແວ, ອຽກລັງ, ເລັກເຕນສະເຕນ), ທ່ານເນັ້ນໜັກວ່າຄວາມສາມາດບົ່ມຊ້ອນເພີ່ມທະວີລະຫວ່າງສອງພື້ນຖານເສດຖະກິດຈະຊ່ວຍນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ.
(ແຫຼ່ງຄັດຈາກ VOV)