ຂ່າວສານ ຫວຽດນາມ ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ 08/05/2025 ຕອນບ່າຍວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ຫົວໜ້າຄະນະເຈລະຈາລັດຖະບານ ຫວຽດນາມ ກ່ຽວກັບບັນດາບັນຫາການຄ້າ ກັບ ອາເມລິກາ, ໄດ້ເຮັດວຽກກັບບັນດາກຸ່ມບໍລິສັດ, ກຸ່ມບໍລິສັດໃຫຍ່ກ່ຽວກັບການຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ. ການເຮັດວຽກລະຫວ່າງການນຳກະຊວງອຸດສາຫະກຳ ແລະ ການຄ້າ ກັບບັນດາກຸ່ມບໍລິສັດ, ກຸ່ມບໍລິສັດໃຫຍ່ກ່ຽວກັບການຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ.ໃນກອງປະຊຸມ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເນັ້ນໜັກວ່າ ປັດຈຸບັນ ຫວຽດນາມ ມີຄວາມຕ້ອງການຊື້ສິນຄ້າ, ອຸປະກອນ, ການບໍລິການຈາກ ອາເມລິກາ ດ້ວຍຈຳນວນຫຼາຍ, ມູນຄ່າສູງ ແລະ ເປັນປົກກະຕິ. ນີ້ລ້ວນແຕ່ແມ່ນບັນດາຜະລິດຕະພັນທີ່ ອາເມລິກາ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ເຖິງຢ່າງໃດກໍຕາມ, ການແລກປ່ຽນການຄ້າລະຫວ່າງສອງປະເທດ ຍັງບໍ່ທັນສົມກັບກໍາລັງບົ່ມຊ້ອນ. ທ່ານ ຫງວຽນຮົ່ງຢຽນ ກໍຖືວ່າ ທັງສອງປະເທດ ລ້ວນແຕ່ຕ້ອງສຳຫຼວດກວດຄືນ, ແກ້ໄຂບັນດາຄວາມຫຍຸ້ງຍາກຂໍ້ຕິດຂັດຢ່າງທັນການ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດໃນການຊື້ຂາຍບັນດາຜະລິດຕະພັນທີ່ຈຳເປັນ, ເສີມສ້າງໃຫ້ແກ່ຄວາມຕ້ອງການສິນຄ້າຂອງກັນ. ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີກໍສະເໜີວ່າ ໃນໄລຍະຈະມາເຖິງ ບັນດາວິສາຫະກິດຕ້ອງຕັ້ງໜ້າຫຼາຍກວ່າອີກເພື່ອຫັນຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງນີ້ໃຫ້ປະກົດຜົນເປັນຈິງ. (ແຫຼ່ງຄັດຈາກ VOV)

ຕອນບ່າຍວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ຫົວໜ້າຄະນະເຈລະຈາລັດຖະບານ ຫວຽດນາມ ກ່ຽວກັບບັນດາບັນຫາການຄ້າ ກັບ ອາເມລິກາ, ໄດ້ເຮັດວຽກກັບບັນດາກຸ່ມບໍລິສັດ, ກຸ່ມບໍລິສັດໃຫຍ່ກ່ຽວກັບການຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ. ການເຮັດວຽກລະຫວ່າງການນຳກະຊວງອຸດສາຫະກຳ ແລະ ການຄ້າ ກັບບັນດາກຸ່ມບໍລິສັດ, ກຸ່ມບໍລິສັດໃຫຍ່ກ່ຽວກັບການຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ.ໃນກອງປະຊຸມ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເນັ້ນໜັກວ່າ ປັດຈຸບັນ ຫວຽດນາມ ມີຄວາມຕ້ອງການຊື້ສິນຄ້າ, ອຸປະກອນ, ການບໍລິການຈາກ ອາເມລິກາ ດ້ວຍຈຳນວນຫຼາຍ, ມູນຄ່າສູງ ແລະ ເປັນປົກກະຕິ. ນີ້ລ້ວນແຕ່ແມ່ນບັນດາຜະລິດຕະພັນທີ່ ອາເມລິກາ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ເຖິງຢ່າງໃດກໍຕາມ, ການແລກປ່ຽນການຄ້າລະຫວ່າງສອງປະເທດ ຍັງບໍ່ທັນສົມກັບກໍາລັງບົ່ມຊ້ອນ. ທ່ານ ຫງວຽນຮົ່ງຢຽນ ກໍຖືວ່າ ທັງສອງປະເທດ ລ້ວນແຕ່ຕ້ອງສຳຫຼວດກວດຄືນ, ແກ້ໄຂບັນດາຄວາມຫຍຸ້ງຍາກຂໍ້ຕິດຂັດຢ່າງທັນການ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດໃນການຊື້ຂາຍບັນດາຜະລິດຕະພັນທີ່ຈຳເປັນ, ເສີມສ້າງໃຫ້ແກ່ຄວາມຕ້ອງການສິນຄ້າຂອງກັນ. ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີກໍສະເໜີວ່າ ໃນໄລຍະຈະມາເຖິງ ບັນດາວິສາຫະກິດຕ້ອງຕັ້ງໜ້າຫຼາຍກວ່າອີກເພື່ອຫັນຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງນີ້ໃຫ້ປະກົດຜົນເປັນຈິງ.
ບັນດາບົດຕໍ່ໄປ ສິດເສລີໃນການເຊື່ອຖືສາສະຫນາ ສັງເກດຈາກ ວັນບຸນວິສາຂະບູຊາ Vesak 202508/05/2025ຂ່າວສານວັນບຸນວິສາຂະບູຊາ ສະຫະປະຊາຊາດ ປີ 2025 (Vesak 2025) ດຳເນີນຢູ່ ນະຄອນ ໂຮ່ຈິມິນ ແຕ່ວັນທີ 6-8 ພຶດສະພາ ໄດ້ຢັ້ງຢືນຕໍ່ກັບປະຊາຄົມສາກົນກ່ຽວກັບນະໂຍບາຍສະເຫມີຕົ້ນສະເຫມີປາຍໃນການເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ສາສະຫນາຂອງພັກ ແລະ ລັດ ຫວຽດນາມ. ເຫດການນີ້ກໍ່ເປັນການພິສູດໃຫ້ເຫັນພຶດຕິກຳຕົວຈິງຂອງຄວາມເສລີໃນການເຄື່ອນໄຫວດ້ານສາສະຫນາຢູ່ ຫວຽດນາມ, ກ່ຽວກັບບັນດາບາດກ້າວທີ່ແທດຈິງໃນການຮັບປະກັນສິດທິມະນຸດ. ສ້າງກົນໄກ, ນະໂຍບາຍພິເສດສະເພາະເພື່ອພັດທະນາເສດຖະກິດເອກະຊົນ08/05/2025ຂ່າວສານເຈົ້າໜ້າທີ່ ອາເມລິກາ, ຈີນ ກະກຽມພົບປະກັນເພື່ອເລີ່ມຕົ້ນການເຈລະຈາດ້ານການຄ້າ08/05/2025ຂ່າວສານຊຸກຍູ້ການຮ່ວມມືຍາວນານ, ມີປະສິດທິຜົນ ລະຫວ່າງ ຫວຽດນາມ ກັບ ສະຫະພັນ ລັດເຊຍ ແລະ ສ.ເບລາຣຸດ08/05/2025ຂ່າວສານພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບຢູ່ປະເທດ ໄທ08/05/2025ຂ່າວສານຫຼາຍປະເທດຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ08/05/2025ຂ່າວສານທຶນ FDI ເຂົ້າມາ ຫວຽດນາມ ເພີ່ມຂຶ້ນເກືອບ 40%08/05/2025ຂ່າວສານ ອ່ານເພີ່ມ