ຂ່າວສານ

ຫວຽດ​ນາມ ຊຸກ​ຍູ້​​ການປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າກັບ ອາ​ເມ​ລິ​ກາ

ຕອນບ່າຍວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ຫົວໜ້າຄະນະເຈລະຈາລັດຖະບານ ຫວຽດນາມ ກ່ຽວກັບບັນດາບັນຫາການຄ້າ ກັບ ອາເມລິກາ, ໄດ້ເຮັດວຽກກັບບັນດາກຸ່ມບໍລິສັດ, ກຸ່ມບໍລິສັດໃຫຍ່ກ່ຽວກັບການຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ.
ການເຮັດວຽກລະຫວ່າງການນຳກະຊວງອຸດສາຫະກຳ ແລະ ການຄ້າ ກັບບັນດາກຸ່ມບໍລິສັດ, ກຸ່ມບໍລິສັດໃຫຍ່ກ່ຽວກັບການຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ.
ໃນກອງປະຊຸມ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເນັ້ນໜັກວ່າ ປັດຈຸບັນ ຫວຽດນາມ ມີຄວາມຕ້ອງການຊື້ສິນຄ້າ, ອຸປະກອນ, ການບໍລິການຈາກ ອາເມລິກາ ດ້ວຍຈຳນວນຫຼາຍ, ມູນຄ່າສູງ ແລະ ເປັນປົກກະຕິ. ນີ້ລ້ວນແຕ່ແມ່ນບັນດາຜະລິດຕະພັນທີ່ ອາເມລິກາ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ເຖິງຢ່າງໃດກໍຕາມ, ການແລກປ່ຽນການຄ້າລະຫວ່າງສອງປະເທດ ຍັງບໍ່ທັນສົມກັບກໍາລັງບົ່ມຊ້ອນ. ທ່ານ ຫງວຽນຮົ່ງຢຽນ ກໍຖືວ່າ ທັງສອງປະເທດ ລ້ວນແຕ່ຕ້ອງສຳຫຼວດກວດຄືນ, ແກ້ໄຂບັນດາຄວາມຫຍຸ້ງຍາກຂໍ້ຕິດຂັດຢ່າງທັນການ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດໃນການຊື້ຂາຍບັນດາຜະລິດຕະພັນທີ່ຈຳເປັນ, ເສີມສ້າງໃຫ້ແກ່ຄວາມຕ້ອງການສິນຄ້າຂອງກັນ. ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີກໍສະເໜີວ່າ ໃນໄລຍະຈະມາເຖິງ ບັນດາວິສາຫະກິດຕ້ອງຕັ້ງໜ້າຫຼາຍກວ່າອີກເພື່ອຫັນຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງນີ້ໃຫ້ປະກົດຜົນເປັນຈິງ.

top