ບັນດາຜູ້ແທນໄດ້ພ້ອມກັນຮັບຊົມຮູບເງົາເອກະສານ 19 ເລື່ອງດ້ວຍຫົວຂໍ້ “ເສັ້ນທາງທີ່ໄດ້ເລືອກ” ພັນລະນາຄືນເສັ້ນທາງປະຫວັດສາດສຳຄັນຂອງ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ
ຕອນບ່າຍວັນທີ 06 ພຶດສະພາ, ພິທີຊຸມນຸ່ມມິດຕິງສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ແລະ 135 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ເຂດສວນສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ບາງກອກ, ປະເທດ ໄທ.
ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ ໄດ້ເນັ້ນໜັກເຖິງຄວາມໝາຍປະຫວັດສາດຂອງໄຊຊະນະລະດູບານໃໝ່ປີ 1975 ແລະ ຫວນຄືນການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ ຢູ່ ໄທ, ແຕ່ປີ 1928 – 1929, ແຫ່ງທີ່ປະທານ ໂຮ່ຈີມິນ ໄດ້ໂຄສະນາເຜີຍແຜ່ລັດທິຮັກຊາດ ແລະ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີກັບປະຊາຊົນ ໄທ.
ບັນດາຜູ້ແທນໄດ້ພ້ອມກັນຮັບຊົມຮູບເງົາເອກະສານ 19 ເລື່ອງດ້ວຍຫົວຂໍ້ “ເສັ້ນທາງທີ່ໄດ້ເລືອກ” ພັນລະນາຄືນເສັ້ນທາງປະຫວັດສາດສຳຄັນຂອງ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ພິເສດແມ່ນຈຸດເວລາປະຫວັດສາດວັນທີ 30 ເມສາ 1975, ເມື່ອພາກໃຕ້ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ.
(ແຫຼ່ງຄັດຈາກ VOV)