• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມມອບ​ຈົດ​ໝາຍ​ທາງ​ການ​ຄັ​ດ​ຄ້າຍ​ເລື່ອງ​ຈີນ ຈັດ​ວາງ​ຄຳ​ສັ່ງ​ຫ້າມ​ການ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ

ກະຊວງການຕ່າງປະເທດ ຫວຽດນາມ ໄດ້ແລກປ່ຽນກັບສະຖານທູດຈີນ ປະຈຳ ຮ່າໂນ້ຍ ແລະ ມອບຈົດໝາຍທາງການຄັດຄ້ານຄຳສັ່ງຫ້າມຫາປາ.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ທີ່ການຖະແຫຼງຂ່າວຜິດປົກກະຕິທີ່ໄດ້ດຳເນີນໃນຕອນບ່າຍວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ໂດຍຕອບສຳພາດຕໍ່ຄຳຖາມຂອງນັກຂ່າວ ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ໜ້າເລື່ອງ ຈີນຫາກໍ່ປະກາດຄຳສັ່ງຢຸດຕິການຫາປາຢູ່ ທະເລຕາເວັນອອກ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ກະຊວງການຕ່າງປະເທດ ໄດ້ແລກປ່ຽນກັບສະຖານທູດຈີນ ປະຈຳ ຮ່າໂນ້ຍ ແລະ ມອບຈົດໝາຍທາງການຄັດຄ້ານຄຳສັ່ງຫ້າມຫາປາ. ທ່ານນາງໃຫ້ຮູ້ວ່າ:

ຫຼັກໝັ້ນຂອງຫວຽດນາມ ຕໍ່ຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກແມ່ນສະເໝີຕົ້ນສະເໝີປາຍ, ເຊິ່ງໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວ. ຫວຽດນາມ ຮຽກຮ້ອງໃຫ້ຈີນ ເຄົາລົບອະທິປະໄຕຂອງ ຫວຽດນາມ ຕໍ່ໝູ່ເກາະຮ່ວາງຊາ, ກໍ່ຄືອະທິປະໄຕ, ສິດອະທິປະໄຕ ແລະ ສິດອຳນາດສານຕໍ່ເຂດທະເລຂອງ ຫວຽດນາມ ທີ່ໄດ້ກຳນົດແມ່ນສອດຄ່ອງກັບ ສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍ ທະເລ 1982, ເຄົາລົບສິດຂອງຊາວປະມົງ ຫວຽດນາມ ທີ່ມີການເຄື່ອນໄຫວຢ່າງຊອບທຳໃນເຂດທະເລຂອງ ຫວຽດນາມ ແລະ ບັນດາເຂດທະເລນອກສິດອຳນາດສານຂອງ ປະເທດ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ ສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍ ທະເລ 1982, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ,  ຄວາມເປັນລະບຽບຮຽບຮ້ອຍທາງທະເລອີງຕາມກົດໝາຍຢູ່ທະເລຕາເວັນອອກ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ World Bank ຫນູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງທີ່ມີຂອບຂະຫນາດໃຫຍ່

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ World Bank ຫນູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງທີ່ມີຂອບຂະຫນາດໃຫຍ່

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານຫວຽດນາມ ຍາມໃດກໍ່ຖື World Bank ແມ່ນຄູ່ຮ່ວມມືສຳຄັນ, ໄວ້ເນື້ອເຊື່ອໃຈ ທີ່ໄດ້ມີການຫນູນຊ່ວຍຫລາຍຢ່າງ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງຫວຽດນາມ.

Top