• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ

ເວທີປາໄສສຸມໃສ່ແລກປ່ຽນ ແລະ ຊຸກຍູ້ການກຳນົດທິດຈຸດສຸມ 5 ປະການ, ໃນນັ້ນກຳນົດແຈ້ງບັນດາຂົງເຂດໃຫ້ບຸລິມະສິດຮ່ວມມື
  (ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນທີ່ເວທີປາໄສ)  

ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອິນ​ເດຍ, ຕອນ​ຄ່ຳ​ວັນ​ທີ 06 ພຶດ​ສະ​ພາ, ຢູ່​ນະ​ຄອນ​ຫຼວງ New Delhi, ປະ​ເທດ​ ອິນ​ເດຍ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຫວຽດ​ນ​າມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​ນະ​ວັດ​ຕະ​ກຳ ຫວຽດ​ນາມ - ອິນ​ເດຍ ດ້ວຍ​ຫົວ​ຂໍ້ “ການ​ຮ່ວມ​ມື​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ”.

ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້ ເວ​ທີ​ປາ​ໄສ​ສຸ​ມ​ໃສ່​ແລກ​ປ່ຽນ ແລະ ຊຸກ​ຍູ້ການ​ກຳ​ນົດ​ທິດ​ຈຸດ​ສຸມ 5 ປະ​ການ, ໃນ​ນັ້ນ​ກຳ​ນົດ​ແຈ້ງ​ບັນ​ດາ​ຂົງ​ເຂດ​ໃຫ້​ບຸ​ລິ​ມະ​ສິດ​ຮ່ວມ​ມື, ສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຍຸດ​ທະ​ສາດ​ກຳ​ນົດ​ທິດໃນ​ສະ​ຕະ​ວັດ​ທີ 21, ລວມ​ມີ​ປັນ​ຍາ​ປະ​ດິດ, ເຕັກ​ໂນ​ໂລ​ຊີ, ພະ​ລັງ​ງານ​ສະ​ອາດ…

“ສ້າງ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ຜ່ານ​ບັນ​ດາ​ໂຄງ​ການ​ມີ​ຂອບ​ຂ​ະ​ໜາດ​ໃຫຍ່ ແລະ ກົນ​ໄກ​ຮ່ວມ​ມື​ໃນ​ໄລ​ຍະ​ຍາວ, ໃນ​ນັ້ນ​, ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ມື​ດີ​ຈີ​ຕອນ ຫວຽດ​ນາມ - ອິນ​ເດຍ. ຍູ້​ແຮງ​ຮູບ​ແບບ “ພ້ອມ​ກັນ​ຄົ້ນ​ຄວ້າ, ພ້ອມ​ກັນ​ພັດ​ທະ​ນາ, ພ້ອມ​ກັນ​ຜະ​ລິດ”, ມຸ່ງ​ໄປ​ເຖິງ​ການ​ຜະ​ລິດ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​​ເຕັກ​ໂນ​ໂລ​ຊີຖື​ເຄື່ອງ​ໝາຍ​ກາ​ນ​ຄ້າ​ລວມ, ມີ​ຄວາມ​ສາ​ມາດ​ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ່າ​ທົ່​ວ​ໂລກ​ຢ່າງ​ເລິກ​ເຊິ່ງ”.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມນີ້, ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກໍ່​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Kusum Jain, ປະ​ທານ​ສະ​ພາ​ຄົມ​ມິດ​ຕະ​ພາບ ອິນ​ເດຍ - ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄປຮອດ Cebu, ຟີລິບປິນ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 48

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄປຮອດ Cebu, ຟີລິບປິນ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 48

ຕອນທ່ຽງວັນທີ 07 ພຶດສະພາ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ Cebu, ຟີລິບປິນ, ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 48.

Top