ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຈະເພີ່ມທະວີຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ
ທີ່ການພົບປະເຈລະຈາ. (ພ່າບ: VNA)
ຕອນບ່າຍວັນທີ 27 ພະຈິກ, ຢູ່ ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນ ລາວ ຢ່າງສົມກຽດ ຢູ່ສຳນັກງານລັດຖະບານພາຍໃຕ້ການເປັນປະທານຂອງ ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ, ນາຍົກລັດຖະມົນຕີສອງທ່ານກໍ່ໄດ້ດຳເນີນການພົບປະສົນທະນາ.
ທີ່ການພົບປະ, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຈະເພີ່ມທະວີຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ; ຍູ້ແຮງການພົບປະແລກປ່ຽນວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະ ການສຶກສາມູນເຊື້ອກ່ຽວກັບສາຍພົວພັນພິເສດ ຫວຽດນາມ ແລະ ລາວ. ສອງຝ່າຍຈະສົມທົບກັນຈັດບັນດາການເຄື່ອນໄຫວທີ່ແທດຈິງໃນ "ປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2027", ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 50 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນແບບພິເສດລະຫວ່າງສອງຊາດ.
ນາຍົກລັດຖະມົນຕີສອງທ່ານກໍ່ເຫັນດີເປັນເອກະພາບຈະເພີ່ມທະວີການແລກປ່ຽນຂໍ້ມູນ, ໃຫ້ຄຳປຶກສາ ແລະ ສົມທົບຫຼັກໝັ້ນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ສະໜັບສະໜູນເຊິ່ງກັນແລະກັນໃນ ອາຊຽນ, ສະຫະປະຊາຊາດ ແລະ ເວທີປາໄສຫຼາຍຝ່າຍອື່ນໆ; ສືບຕໍ່ເສີມຂະຫຍາຍປະສິດທິຜົນການຮ່ວມມືລະຫວ່າງສາມປະເທດ ຫວຽດນາມ, ລາວ, ກຳປູເຈຍ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ໂດຍສະເພາະແມ່ນ ACMECS ແລະ CLMV.
(ແຫຼ່ງຄັດຈາກ VOV)