• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສູ້ຊົນບັນລຸເປົ້າໝາຍພັດທະນາແບບຍືນຍົງກ່ຽວກັບການສຶກສາທີ່ມີຄຸນນະພາບຂອງສະຫະປະຊາຊາດຮອດປີ 2030 ໂດຍໄວ

ຂົງເຂດການສຶກສາແມ່ນຈຸດພົ້ນເດັ່ນ ດ້ວຍເລື່ອງ ລັດຖະບານຍື່ນສະເໜີຕໍ່ກົມການເມືອງປະກາດໃຊ້ມະຕິເລກທີ 71 ກ່ຽວກັບການບຸກທະລຸໃນການພັດທະນາການສຶກສາ ແລະ ບຳລຸງສ້າງ.
ທີ່ກອງປະຊຸມ (ພາບ: quochoi.vn)

ຕອນເຊົ້າວັນທີ 03 ທັນວາ, ທີ່ກອງປະຊຸມສະພາແຫ່ງຊາດ, ທ່ານ ເຈືອງຮ່ວາບິ່ງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ສະເໜີບົດລາຍງານສັງລວມກ່ຽວກັບໝາກຜົນການປະຕິບັດມະຕິສະບັບຕ່າງໆຂອງສະພາແຫ່ງຊາດຊຸດທີ 14 ແລະ ຊຸດທີ 15, ດ້ວຍຫຼາຍໝາກຜົນພົ້ນເດັ່ນ.

        ໃນນັ້ນ, ຂົງເຂດການສຶກສາແມ່ນຈຸດພົ້ນເດັ່ນ ດ້ວຍເລື່ອງ ລັດຖະບານຍື່ນສະເໜີຕໍ່ກົມການເມືອງປະກາດໃຊ້ມະຕິເລກທີ 71 ກ່ຽວກັບການບຸກທະລຸໃນການພັດທະນາການສຶກສາ ແລະ ບຳລຸງສ້າງ. ລັດຖະບານກໍ່ຍື່ນສະເໜີຕໍ່ສະພາແຫ່ງຊາດປະກາດໃຊ້ກົດໝາຍວ່າດ້ວຍນາຍຄູ ແລະ ມະຕິຫຼາຍສະບັບກ່ຽວກັບການ: ຍົກເວັ້ນຄ່າຮຽນ, ໜູນຊ່ວຍຄ່າຮຽນສຳລັບເດັກຊັ້ນອະນຸບານ, ນັກຮຽນສາມັນ; ບາງກົນໄກ, ນະໂຍບາຍພິເສດ, ໃຫ້ລື່ນກາຍເພື່ອປະຕິບັດໃນການພັດທະນາການສຶກສາບຳລຸງສ້າງ… ຢ່າງບຸກທະລຸໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ເນັ້ນໜັກວ່າ:

        “ສ້າງສຳເລັດ, ປະກາດໃຊ້ບັນດາເອກະສານແນະນຳກົດໝາຍວ່າດ້ວຍນາຍຄູ 3 ສະບັບ. ສ້າງໂຮງຮຽນສາມັນກິນນອນເຊື່ອມຕໍ່ຊັ້ນສຳລັບບັນດາຕາແສງເຂດຊາຍແດນທາງບົກ 100 ແຫ່ງ, ຮັບປະກັນໃຫ້ສຳເລັດກ່ອນວັນທີ 30 ສິງຫາ 2026 ແລະ ສືບຕໍ່ຜັນຂະຫຍາຍການລົງທຶນ 148 ໂຮງຮຽນທີ່ຍັງເຫຼືອພາຍໃນເວລາ 2  3 ປີຈະມາເຖິງ ໃຫ້ຖືກຕາມການຊີ້ນຳຂອງກົມການເມືອງ. ສູ້ຊົນນຳ ຫວຽດນາມ ໃຫ້ນອນໃນກຸ່ມ 21 ປະເທດທີ່ບັນລຸເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດຮອດປີ 2030 ກ່ຽວກັບການບຳລຸງສ້າງທີ່ມີຄຸນນະພາບໂດຍໄວ”.

        ລັດຖະບານກໍ່ເນັ້ນໜັກເຖິງເລື່ອງ ຮີບເຮັ່ງສ້າງແຜນຮ່າງສະໜອງຊຸດປື້ມຕຳລາຮຽນທີ່ເປັນເອກະພາບນຳໃຊ້ລວມໃນທົ່ວປະເທດ, ໂດຍເລີ່ມແຕ່ສົກຮຽນ 2026 – 2027.

(ແຫຼ່ງຄັດຈາກ VOV)

ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ ໃນສະພາບການໃໝ່

ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ ໃນສະພາບການໃໝ່

ກອງປະຊຸມສຳມະນາໄດ້ມີການເຂົ້າຮ່ວມຂອງຜູ້ແທນ 120 ທ່ານ ເຊິ່ງແມ່ນນັກຊ່ຽວຊານ, ນັກວິທະຍາສາດ, ນັກການທູດ ແລະ ຜູ້ຕາງໜ້າຂັ້ນສູງຢູ່ພາຍໃນ ແລະ ຕ່າງປະເທດ

Top