ທ່ານ ຫງວຽນຫາຍລຶວ, ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ເນັ້ນໜັກເຖິງສະພາບຂາດສະຖຽນລະພາບຢູ່ ຕາເວັນອອກກາງ, ຄວາມປອດໄພຂອງປະຊາຊົນ ແລະ ບັນດາກິດຈະກຳພົນລະເຮືອນທີ່ຈຳເປັນຕ້ອງໄດ້ຮັບການປົກປ້ອງ
ທ່ານ ຫງວຽນຫາຍລຶວ, ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ. (ພາບ: VNA)
ວັນທີ 28 ກໍລະກົດ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດວາລະປືກສາຫາລືເປີດກ່ຽວກັບ “ສະພາບການ ຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ”, ພາຍໃຕ້ການເປັນປະທານຂອງ ສປ. ກົງໂກ, ປະທານສະພາຄວາມໝັ້ນຄົງເດືອນ ກໍລະກົດ 2026.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ຫງວຽນຫາຍລຶວ, ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ເນັ້ນໜັກເຖິງສະພາບຂາດສະຖຽນລະພາບຢູ່ ຕາເວັນອອກກາງ, ຄວາມປອດໄພຂອງປະຊາຊົນ ແລະ ບັນດາກິດຈະກຳພົນລະເຮືອນທີ່ຈຳເປັນຕ້ອງໄດ້ຮັບການປົກປ້ອງ; ຄວາມໝັ້ນຄົງ, ຄວາມເສລີໃນການເດີນທະເລ ແລະ ການບິນ ຕ້ອງໄດ້ຮັກສາໃຫ້ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຜູ້ຕາງໜ້າ ຫວຽດນາມ ໄດ້ຊົມເຊີຍເລື່ອງ ອາເມລິກາ ແລະ ອີຣານ ເຊື່ອມຕໍ່ການເຈລະຈາຄືນໃໝ່ເພື່ອແກ້ໄຂຄວາມບໍ່ລົງລອຍກັນ ແລະ ຢຸດຕິການປະທະກັນ; ທ່ານຮຽກຮ້ອງໃຫ້ທຸກຝ່າຍຈົ່ງລະງັບໃຈ ແລະ ມີເຈດຕະນາທີ່ດີເພື່ອປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້.
ເນື່ອງໃນໂອກາດນີ້, ທ່ານ ຫງວຽນຫາຍລຶວ, ໄດ້ຢືນຢັນຄືນໃໝ່ເລື່ອງ ຫວຽດນາມ ຢຶດໝັ້ນການສະໜັບສະໜູນສິດອັນຊອບທຳ ແລະ ບໍ່ອາດລະເມີດໄດ້ຂອງປະຊາຊົນ ປາແລັດສະຕິນ; ພ້ອມກັນນັ້ນ ກໍ່ສືບຕໍ່ແກ້ໄຂມາດຕະການ 2 ລັດ ບົນພື້ນຖານເສັ້ນຊາຍແດນກ່ອນປີ 1967, ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະຫະປະຊາຊາດ.
(ແຫຼ່ງຄັດຈາກ VOV)