ໃນຕໍ່ໜ້າ, ຫວຽດນາມ ອາດມີຜູ້ຕິດເຊື້ອ ໄວຣັດ ໂຄໂຣນາ (COVID-19) ຕື່ມອີກຫຼາຍກໍລະນີ, ແຕ່ດ້ວຍການເຂົ້າຮ່ວມ ຢ່າງ ພ້ອມພຽງ ແລະ ຂ້ຽວຂາດ ຂອງ ທົ່ວລະບົບການເມືອງ, ດ້ວຍລະ ດັບຄວາມຮູ້ ຄວາມສາມາດ ທີ່ໄດ້ຢັ້ງຢືນມາແລ້ວ, ຂະແໜງການ ສາທາລະນະສຸກ ຫວຽດນາມ ມີຄວາມໝັ້ນໃຈວ່າ ຈະມີ ຄວາມສາມາດ ຢ່າງພຽງພໍ ໃນການສະກັດກັ້ນ ການແຜ່ລະບາດ ຂອງ ເຊື້ອພະຍາດນີ້.
ໃນອາທິດຜ່ານມາ, ຫົວຂໍ້ທ່ີກ່ຽວຂ້ອງ ກັບການຕິດເຊື້ອລະບົບທາງເດີນຫາຍໃຈ ຈາກເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (COVID-19) ເປັນໜຶ່ງໃນບັນດາຫົວຂໍ້ ທີ່ຜູ້ຄົນໃຫ້ຄວາມ ສົນໃຈ. ວິວັດທະນາການ ຂອງ ສະຖານະການ ໂລກລະບາດ ຢູ່ໃນໂລກ ແລະ ຫວຽດນາມ ໄດ້ລາຍງານປະຈຳວັນ. ບັນດາການປະຊຸມດ່ວນ ຂອງ ລັດຖະບານ, ພະແນກການ, ຂະແໜງການຕ່າງໆ ໃນທົ່ວປະເທດ, ການຊີ້ນຳຢ່າງຮີບດ່ວນ ເພື່ອປ້ອງກັນ ແລະ ສະກັດກັ້ນ ໂລກລະບາດ ໄດ້ວົງການສື່ມວນຊົນ ສ່ອງແສງຢ່າງທັນເຫດການ, ຕົວຈິງ ແລະ ຕໍ່ເນື່ອງ.
ຫວຽດນາມ ໄດ້ຊ່ວຍເຫຼືອ ດ້ານວັດຖຸ, ເຄື່ອງໃຊ້ສາທາລະນະສຸກ ລວມມູນຄ່າປະມານ 0,5 ລ້ານ ໂດລາສະຫະລັດ ເພື່ອແບ່ງປັນ ກັບ ສປ ຈີນ ທີ່ກຳລັງ ປະເຊີນໜ້າ ກັບ ໂລກລະບາດ ອັກເສບປອດຍ້ອນເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່. ສະມາຄົມກາແດງ ຫວຽດນາມ ໄດ້ ຂົນຂວາຍ ຊ່ວຍເຫຼືອ ລວມມູນຄ່າ 100.000 ໂດລາສະຫະລັດ ແລະ 7 ແຂວງ ຕິດກັບ ຊາຍແດນ ທາງພາກເໜືອກໍ່ໄດ້ໃຫ້ການຊ່ວຍເຫຼືອ ປະຊາຊົນ ຈີນ. |
![]() ໃນວັນທີ 4 ກຸມພາ 2020, ທີ່ສຳນັກງານລັດຖະບານ, ທ່ານ ຫວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເປັນປະທານໃນ ວາລະປະຊຸມປະຈຳລັດຖະບານ ກ່ຽວກັບ ການຕ້ານ ແລະ ສະກັດກັ້ນ ໂລກລະບາດ ອັກເສບປອດ ຍ້ອນເຊື້ອໄວ ຣັດ ໂຄໂຣນາ ສາຍພັນໃໝ່ (COVID-19). ພາບ: ຖົ໋ງເຍິດ/VNA ![]() ທີ່ນະຄອນ ເຫວ້, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງ ກວດກາ ວຽກງານຕ້ານ ແລະ ສະກັດກັ້ນ ໂລກລະບາດ ອັກເສບ ປອດ ຍ້ອນເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (COVID-19). ໃນພາບ: ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງກວດກາ ວຽກງານປ້ອງກັນ ແລະ ສະກັດກັ້ນການລະບາດ ຢູ່ກຸ່ມ ປູສະນີ ຍະສະຖານ ຮ່ອງຮອຍປະຫວັດສາດ ກຸງເກົ່າ ເຫວ້. ພາບ: ຖົ໋ງເຍິດ/VNA ![]() ສາຍພັນໃໝ່ (COVID-19), ເປັນປະທານການປະຊຸມຜ່ານທາງ ອິນເຕີແນັສ ໃນທົ່ວປະເທດ ກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ກ່ຽວກັບ ການຜັນຂະຫຍາຍ ບັນດາມາດຕະການ ຕ້ານ ແລະ ສະກັດກັ້ນ ການລະບາດ. ພາບ: ເລີມແຄ໋ງ/VNA ![]() ແນໃສ່ຮ່ວມມື ກັບບັນດາທ້ອງຖິ່ນ ຂອງ ສປ ຈິີນ ໃນການຕ້ານ ແລະ ສະກັດກັ້ນ ການລະບາດ ອັກເສບປອດ ຍ້ອນເຊື້ອ ໄວຣັດ ໂຄໂຣນາ ສາຍພັນໃໝ່ (COVID-19), ແຂວງ ລ້າງເຊີນ (ຫວຽດ ນາມ) ໄດ້ມອບຜ້າອັດປາກ 350.000 ຜືນ ໃຫ້ແກ່ ອຳນາດ ການປົກຄອງ ເຂດປົກຄອງຕົນເອງ ຊົນເຜົ່າ ຈ້ວງ ແຂວງ ກວາງຊີ (ສປ ຈີນ) ທີ່ ຫຼັກກິໂລແມັດ 0, ດ່ານຊາຍແດນສາກົນ ຫືວງີ້. ກ່ອນນັ້ນ, ແຂວງ ລ້າງເຊີນ ກໍໄດ້ຊ່ວຍຜ້າອັດປາກ 265.000 ຜືນ, ເຫຼົ້າ 90 ຂ້າເຊື້ອ ຈໍານວນ 500 ແກ້ວ, ເສື້ອຄຸມດ້ານການແພດ 800 ຜືນ ພ້ອມກັບ ອຸປະກອນອື່ນໆ ອີກຫຼາຍຢ່າງ ໃຫ້ແກ່ ບັນດາທ້ອງຖິ່ນ, ໜ່ວຍງານທີ່ຕິດກັບ ສປ ຈີນ. ພາບ: ຖ໋າຍທ່ວນ/VNA ![]() ໃນເວລາ 14 ໂມງ ວັນທີ 4 ກຸມພາ 2020, ນາງ ເລທິທູ ຮ. (ບ້ານ ເກີດ ຢູ່ ເມືອງ ວ້ານນິງ, ແຂວງ ແຄ໋ງຮ່ວາ) - ຕິດເຊື້ອ ໄວຣັດ COVID-19 ລາຍທໍາອິດ ຢູ່ ແຂວງ ແຄ໋ງຮ່ວາ ໄດ້ອອກຈາກ ໂຮງໝໍ ຫຼັງຈາກຖືກ ແຍກອອກຫ່າງ ແລະ ປິ່ນປົວ ເປັນເວລາ 9 ວັນ (ແຕ່ວັນທີ 27 ມັງກອນ - ວັນທີ 4 ກຸມພາ). ໃນພາບ: ຮອງຜູ້ ອຳ ນວຍການໂຮງໝໍພະຍາດ ເຂດຮ້ອນ ແຄ໋ງຮ່ວາ ຫງວຽນ ຫວູ ກວັກ ບິ່ງ ໄດ້ມອບຊໍ່ດອກໄມ້ ແລະ ໃບອອກຈາກໂຮງໝໍ ໃຫ້ແກ່ ນາງ ເລທິທູ ຮ. ພາບ: ຟານເສົາ/VNA ![]() ບັນດາທ່ານໝໍ ໂຮງໝໍ ເຈີ້ໄຣ໊ ນະຄອນ ໂຮ່ຈີມິນ ອວຍພອນ ທ່ານ Li Zichao, ຄົນເຈັບ ອາຍຸ 28 ປີ ຊາວ ຈີນ - ໜຶ່ງໃນສອງ ກໍລະ ນີ ຕິດເຊື້ອໄວຣັດ COVID-19, ໄດ້ອອກຈາກໂຮງໝໍ ເມື່ອວັນທີ 4 ກຸມພາ. ພາບ: ດິງຮັ່ງ/VNA |
ຄວາມພະຍາຍາມ ຂອງ ບັນດາ ທ່ານໝໍ ໃນການຊ່ວຍເຫຼືອຊີວິດຜູ້ຄົນ ໄດ້ຮັບການຕອບແທນ. ຫຼັກຖານ ຈາກເລື່ອງລາວ ຂອງ ທ່ານ Li Zichao ຄົນເຈັບຊາວ ຈີນ ໄດ້ຮັບການປິ່ນ ຈົນຫາຍດີ ຢູ່ໂຮງໝໍ ເຈີ້ໄຣ໊, ລາວໃຫ້ຮູ້ວ່າ ຕົນເອງໂຊກດີ ທີ່ໄດ້ເຂົ້າໂຮງໝໍ ຢູ່ ຫວຽດນາມ, ໄດ້ຮັບການປິ່ນປົວເປັນຢ່າງດີ. ກົງສູນ ສປ ຈີນ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຝາກຄຳຂອບອົກຂອບໃຈ ມາຍັງລັດຖະບານ ຫວຽດນາມ ແລະ ບັນດານາຍແພດ ທ່ານໝໍ ທ່ີໄດ້ໃຫ້ການເບິ່ງແຍງ ດູແລ, ປິ່ນປົວໃຫ້ແກ່ ສອງພໍ່ລູກ ທ່ານ Li Zichao.
![]() ສະໜາມບິນສາກົນ ໂນ້ຍບ່າຍ ໄດ້ເປັນເຈົ້າ ໃນການຜັນຂະຫຍາຍ ບັນດາມາດຕະການ ຕ້ານ ແລະ ສະກັດກັ້ນ ການລະບາດ ອັກເສບປອດ ຍ້ອນເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (COVID-19) ເຊ່ັນ: ການສ້າງ ແລະ ຈັດການກັບບັນຫາ ສະພາບການ ທີ່ເປັນ ສົມມຸດຕິຖານ ເມື່ອພົບເຫັນຜູ້ຖືກຕິດເຊື້ອ ໄວຣັດ COVID-19; ກະກຽມຢ່າງພຽງພໍ ເຄື່ອງອຸປະກອນ, ໂສ້ງເສື້ອກັນລະບາດ, ຢາສຸກເສີນ, ຖົງມື, ເຫຼົ້າ 90 ຂ້າເຊື້ອ, ສານເຄມີຂ້າເຊື້ອ ໃນພື້ນທີ່ ປົນເປື້ອນ. ແຈກຈ່າຍຜ້າອັດປາກ, ເຫຼົ້າ 90 ຫຼື ນໍ້າຢາຂ້າເຊື້ອ ໃຫ້ແກ່ພະນັກງານທຸກຄົນ ຊຶ່ງເປັນຜູ້ເຮັດວຽກ ຕ້ອງມີການ ສຳຜັດກັບ ຜູ້ ໂດຍສານ. ພາບ: VNA ![]() ຕອນບ່າຍວັນທີ 31 ມັງກອນ 2020, ໂຮງຮຽນມັດທະຍົມ ຕອນ ປາຍ ຫວຽດດຶກ, ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ ໄດ້ຜັນຂະຫຍາຍ ບັນດາມາດຕະການ ຕ້ານ ແລະ ສະກັດກັ້ນ ໂລກລະບາດອັກ ເສບປອດ ຍ້ອນເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (COVID-19) ຕໍ່ພະນັກງານ, ຄູສອນ, ຜູ້ອອກແຮງງານ ແລະ ນັກຮຽນທົ່ວໂຮງຮຽນ ຢ່າງຮີບດ່ວນ. ພາບ: ແທ່ງດາດ/VNA ![]() ຫຼັງຈາກປິ່ນປົວ ໜຶ່ງກໍລະນີ ຕິດເຊື້ອໄວຣັດ ໂຄໂຣນາຫາຍດີແລ້ວ, ປັດຈຸບັນ ໂຮງໝໍ ເຈີ້ໄຣ໊ (ນະຄອນ ໂຮ່ຈີມິນ) ກຳລັງປິ່ນປົວ ຢ່າງ ຕັ້ງໜ້າ ໃຫ້ແກ່ ຄົນເຈັບຜູ້ຕິດເຊື້ອໄວຣັດ ໂຄໂຣນາ ທີ່ຍັງເຫຼືອ ດ້ວຍ ຄວາມຫວັງ. ພາບ: VNA ![]() ສູນ ພະຍາດເຂດຮ້ອນ-ໂຮງໝໍ ແບ໋ກມາຍ ເພີ່ມທະວີ ຄວບຄຸມ ກໍລະນີ ຕິດເຊື້ອລະບົບຫາຍໃຈ, ພ້ອມແລ້ວທີ່ຈະພະຍາ ບານສຸກເສີນ, ຕ້ອນຮັບ, ແຍກອອກຫ່າງ ແລະ ປິ່ນປົວ ໃຫ້ຄົນເຈັບຖືກຕາມ ບັນດາຂໍ້ແນະນຳ ກ່ຽວກັບ ການຕ້ານ ແລະ ສະກັດກັ້ນໂລກລະ ບາດອັນຕະລາຍ. ພາບ: ເຢືອງຫງອກ/VNA ![]() ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນເຈື່ອງເຊີນ ໄດ້ ມີໜ້າຢ່າງທັນການ ຢູ່ໂຮງໝໍ ເຈີ້ໄຣ໊ ເພື່ອກວດກາ ສອງກໍລະນີ ຕິດເຊື້ອໄວຣັດ COVID-19. ນີ້ແມ່ນສອງພໍ່ລູກ ຊາວຈີນ, ໃນນັ້ນ ຜູ້ ເປັນພໍ່ ໄດ້ໄປຈາກ ແຂວງ ຫູເປີຍ (ສປ ຈີນ) ເຂົ້າມາ ຫວຽດ ນາມ ຜ່ານສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ແທ່ງຈຸງ/VNA ![]() ບັນດາກຳມະກອນ ບໍລິສັດ ຢີ ຮ່ານາມ ຈຳກັດ, ພາກສ່ວນ ຫ້ອງ ການ ໃສ່ຜ້າອັດປາກໃນຊ່ົວໂມງເຮັດວຽກ. ພາບ: ແອງຕ໋ວນ/VNA ![]() ໃນເວລາ 5 ໂມງ 4 ນາທີ ວັນທີ 10 ກຸມພາ 2020 ຖ້ຽວບິນ ຂອງ ບໍລິສັດການບິນ Vietnam Airlines ໄດ້ນຳ ພົນລະເມືອງ ຫວຽດ ນາມ ຈໍານວນ 48 ຄົນ ຈາກສປ ຈີນ ສູ່ສະໜາມບິນ ເວີນໂດ່ນ (ແຂວງ ກວ໊າງນິງ). ໃນນັ້ນ ມີພົນລະເມືອງ ຫວຽດນາມ ໃຊ້ຊີວິດ ແລະ ເຮັດວຽກ ຢູ່ ສປ ຈີນ 30 ຄົນ, ພະນັກງານ ປະຈຳຖ້ຽວບິນ 15 ຄົນ ແລະ ພະນັກງານສາທາລະນະສຸກ 3 ຄົນ. ເພື່ອຮັບປະກັນຄວາມ ປອດໄພ ແລະ ສະກັດກັ້ນ ໂລກລະບາດ ອັກເສບປອດ ຍ້ອນເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (COVID-19) ລະບາດຂຶ້ນ, ຫຼັງຈາກ ລົງຈາກ ເຮືອບິນ, ກຳລັງເຈົ້າໜ້າທີ່ ໄດ້ດຳເນີນ ການພົ່ນຢາຂ້າເຊື້ອໃຫ້ແກ່ຄົນ ແລະ ພາຫະນະ ກ່ອນຈະນຳສົ່ງ ຂຶ້ນລົດມາຍັງໂຮງໝໍ ພະຍາດເຂດຮ້ອນ ສູນກາງ ຮາກຖານ 2 (ຕາແສງ ກິມຈຸງ, ເມືອງ ດົງແອງ, ຮ່າໂນ້ຍ) ເພື່ອນໍາໃຊ້ບັນດາມາດຕະການແຍກອອກຫ່າງ, ຕິດຕາມ ແລະ ປິ່ນປົວ. ພາບ: ເຢືອງຢາງ/VNA ![]() ຢູ່ແຂວງ ຫາຍຟ່ອງ, ຜູ້ອອກແຮງງານ ຊາວຈີນ ກວ່າ 800 ຄົນໄດ້ ຖືກແຍກອອກຫ່າງ ແລະ ຕິດຕາມສຸຂະພາບ. ພາບ: ອານດັງ/VNA ![]() ໂຮງໝໍ ຖົ໋ງເຍິດ ນະຄອນ ໂຮ່ຈີມິນ ຈັດຕັ້ງ ການເຝິກຊ້ອມ ກັບ ສອງກໍລະນີສຸກເສີນ ທີ່ກ່ຽວພັນເຖິງ ໂລກລະບາດ ອັກເສບປອດ ຍ້ອນເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (COVID-19). ພາບ: ດິງຮັ່ງ/VNA ![]() ຕໍ່ໜ້າສະຖານະການຜັນແປຢ່າງສັບສົນ ຂອງ ການລະບາດອັກ ເສບປອດ ຍ້ອນເຊື້ອໄວຣັດ ໂຄໂຣນາ, ສູນກວດກາພະຍາດ ແຂວງ ຝູ໋ອຽນ ໄດ້ທໍາການວັດແທກ ອຸ່ນຫະພູມ ຮ່າງກາຍ ສຳລັບ ຜູ້ໂດຍສານ ທຸກຄົນ ທັງຂາເຂົ້າ ແລະ ຂາອອກ ຢູ່ສະໜາມບິນ ຕຸຍຮ່ວາ. ພາບ: ຊວນຈ້ຽວ/VNA ![]() ວັນທີ 3 ກຸມພາ 2020, ແຂວງ ລ້າງເຊີນ ໄດ້ຈັດ ຄະນະປະຕິບັດງານ ລົງກວດກາ ສະພາບການຕົວຈິງ ກ່ຽວກັບ ການກະກຽມຕ້ອນ ຮັບ, ແຍກອອກຫ່າງ ຄົນ ຫວຽດນາມ ກັບເຂົ້າມາ ຈາກ ສປ ຈີນ ແລະ ທຳຄວາມສະອາດ ຢູ່ຕາມໂຮງຮຽນ ແຫ່ງຕ່າງໆ ຢູ່ພື້ນທີ່ເມືອງ ວັນຫຼ໊າງ, ເມືອງ ກາວລົກ ແລະ ນະຄອນ ລ້າງເຊີນ. ມາຮອດຈຸດເວລານີ້ ຢູ່ເທິງທີ່ແຂວງ ລ້າງເຊີນ ຍັງບໍ່ທັນພົບເຫັນກໍລະນີໃດ ຖືກຕິດພະຍາດ ອັກເສບປອດ ຍ້ອນເຊື້ອໄວຣັດ ໂຄໂຣນາ. ພາບ: ຖ໋າຍທ່ວນ/VNA ![]() ການນຳນະຄອນ ຫາຍເຢືອງ ລົງກວດກາວຽກງານ ປ້ອງກັນ ແລະ ສະກັດກັ້ນ ໂລກລະບາດອັກເສບປອດ ຍ້ອນເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ ຢູ່ໂຮງຮຽນປະຖົມ ຫງວຽນເລືອງບັ່ງ, ນະຄອນ ຫາຍ ເຢືອງ. ພາບ: VNA ![]() ພະນັກງານກັກກັນພະຍາດ ຢູ່ດ່ານຊາຍແດນສາກົນ ຫືວງີ້ ວັດ ແທກ ອຸ່ນຫະພູມຂອງຮ່າງກາຍ ຂອງ ຜູ້ທ່ີເຂົ້າເມືອງ. ພາບ: ຖ໋າຍທ່ວນ/VNA ![]() ຕໍ່ໜ້າການຜັນແປຢ່າງສັບສົນ ຂອງ ການຕິດເຊື້ອອັກເສບປອດ ຍ້ອນເຊື້ອໄວຣັດ ໂຄໂຣນາ (COVID-19), ແນໃສ່ເພີ່ມທະວີ ການປ້ອງກັນ ແລະ ສະກັດກັ້ນພະຍາດນີ້, ຢູ່ບັນດາເມືອງຊາຍແດນ ຂອງແຂວງ ກາວ ບັ່ງ ເຊັ່ນ: ເມືອງ ຈ່າຫຼີງ, ຫ້າລາງ, ຟຸກຮ່ວາ... ທະຫານ ປ້ອງກັນ ຊາຍແດນແຂວງ ໄດ້ແຈກຢາຍ ຜ້າອັດປາກ ຈໍານວນຫຼາຍ ພັນຜືນໂດຍ ບໍ່ຄິດຄ່າ ໃຫ້ແກ່ປະຊາຊົນ ທີ່ດຳລົງຊີວິດ ຢູ່ຕາມ ພື້ນທີ່ຊາຍແດນ. ພາບ: ຈູຮ້ຽວ/VNA |
ໃນການຕອບສຳພາດ ຕໍ່ສຳນັກຂ່າວສານ ຫວຽດນາມ ກ່ຽວກັບ ບັນດາເນື້ອໃນກ່ຽວພັນເຖິງໂລກລະບາດ COVID-19, ປອ. Kidong Park, ຫົວໜ້າຜູ້ຕາງໜ້າອົງການ ອະນາໄມໂລກ(WHO) ປະຈໍາ ຫວຽດນາມ ໄດ້ຮັບຮູ້ ຫວຽດນາມ ຮັບມືກັບ ການແຜ່ລະບາດ ຂອງ ໂລກນີ້ ໄດ້ດີທີ່ສຸດ ແລະ ໃຫ້ຮູ້ວ່າ WHO ຮັບຮູ້ ແລະ ຕີລາຄາສູງ ຕໍ່ຄວາມສາມາດ ຂອງ ສະຖາບັນອະນາໄມ ແລະ ລະບາດ ວິທະຍາແຫ່ງຊາດ ຫວຽດ ນາມ ໃນການແຍກອອກສາຍ ພັນໃໝ່ ຂອງ COVID-19. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຫວຽດນາມ ມີລະບົບຫ້ອງທົດລອງ ກ່ຽວກັບ ບັນດາພະຍາດ ຕິດແປດ ດີທີ່ສຸດ. ການແຍກອອກ ໄວຣັດ ສາຍພັນໃໝ່ ແມ່ນ ສຳຄັນທີ່ສຸດ, ເປັນການປະກອບສ່ວນ ຊຸກຍູ້ ຂະບວນວິວັດແຫ່ງການ ຄົ້ນຄວ້າ ຫາຢາປິ່່ນປົວ ພະຍາດ ຍ້ອນເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (COVID-19) ໄວຍິ່ງຂຶ້ນ.
ປັດຈຸບັນ, WHO ໄດ້ ເຮັດວຽກ ກັບບັນດາຫ້ອງທົດລອງ ສາກົນ ແລະ ບັນດາຄູ່ຮ່ວມມື ແນໃສ່ສະໜອງບັນດາຕົວແບບທົດລອງຫຼາຍກວ່າເກົ່າ ໃຫ້ບັນດາປະເທດ, ໃນນັ້ນມີທັງ ຫວຽດນາມ ໃນຕໍ່ໜ້າ.
ການປິ່ນປົວ ໃຫ້ແກ່ຄົນເຈັບ ແລະ ແຍກອອກ ເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ COVID-19 ທ່ີປະສົບຜົນສຳເລັດ ໄດ້ເພີ່ມ ຄວາມສາມາດ ໃນການຕ້ານ, ສະກັດກັ້ນ, ປິ່ນປົວ ແລະຕໍ່ສູ້ກັບ COVID-19 ຢູ່ ຫວຽດນາມ.
- ໄລ່ມາຮອດ 17 ໂມງ ວັນທີ 14 ກຸມພາ, ຫວຽດນາມ ໄດ້ມີ ຜູ້ຕິດ ເຊື້ອໄວຣັດ COVID-19 ຈໍານວນ 16 ຄົນ ຊ່ຶງລວມມີ: 02 ພໍ່ລູກ ຊາວ ຈີນ (ໄດ້ຫາຍດີ ແລະ ອອກຈາກໂຮງໝໍ); ຫວຽດນາມ 06 ຄົນ ທີ່ກັບມາຈາກ ແຂວງ ຫູເປີຍ ແຫ່ງ ສປ ຈີນ (01 ຄົນ ໄດ້ຫາຍດີ ແລະ ອອກຈາກໂຮງໝໍ); 07 ຄົນ ຫວຽດນາມ ໄດ້ມີ ການສຳ ຜັດກັບ ຄົນຕິດເຊື້ອໄວຣັດ COVID-19 (01 ຄົນ ໄດ້ຫາຍດີ ແລະ ອອກຈາກໂຮງໝໍ); 01 ຄົນ ເປັນຊາວ ອາເມລິກາ ມາຫວຽດນາມ ຊຶ່ງກ່ອນນັ້ນ ເຄີຍຜ່ານ ແຂວງ ຫູເປີຍ ແຫ່ງ ສປ ຈີນ. - ບັນດາແຂວງ ມີຜູ້ຕິດເຊື້ອໄວຣັດ COVID-19: ຫວີງຟຸກ (11 ຄົນ); ນະຄອນ ໂຮ່ຈີມິນ (03 ຄົນ); ແຄ໋ງຮ່ວາ (01 ຄົນ); ແທງ ຮ໋ວາ (01 ຄົນ). ຈຳນວນກໍລະນີ ຜ່ານການວິເຄາະ ໃຫ້ຜົນ ບໍ່ມີປະກົດການ ຕິດ ເຊື້ອໄວຣັດ COVID-19: 840 ຄົນ. - ປິ່ນປົວຫາຍດີ: 07 ຄົນ ໄດ້ອອກຈາກໂຮງໝໍ. |
ບົດ: VNP ສັງລວມ - ພາບ: VNA