ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດ ໃນການເພີ່ມທະວີການຄຸ້ມຄອງດ້ານເຕັກໂນໂລຊີທົ່ວໂລກ, ສອດຄ່ອງກັບກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ
(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ)
ຫວຽດນາມ ຖືການພັດທະນາວິທະຍາສາດ - ເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນແມ່ນບຸລິມະສິດແຖວໜ້າ. ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ, ຜູ້ຕາງໜ້າປະຈຳການຂອງ ຫວຽດນາມ ທີ່ຄະນະກຳມະການເສດຖະກິດ - ສັງຄົມ ອາຊີ - ປາຊີຟິກ ສະຫະປະຊາຊາດ (ESCAP), ທີ່ກອງປະຊຸມຄັ້ງທີ 81 ຂອງ ESCAP ຈັດຂຶ້ນຢູ່ສູນກອງປະຊຸມສະຫະປະຊາຊາດ ປະຈຳ ບາງກອກ, ປະເທດ ໄທ, ໃນວັນທີ 24 ເມສາ.
“ຫວຽດນາມ ໃຫ້ບຸລິມະສິດແຖວໜ້າຕໍ່ການພັດທະນາວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ມີຫຼາຍຍຸດທະສາດ, ນະໂຍບາຍ ແລະ ໂຄງການກະທຳໄດ້ຮັບຮອງເອົາເພື່ອຊຸກຍູ້ການພັດທະນາເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ພວກຂ້າພະເຈົ້າຖືບັນດາຄວາມມານະພະຍາຍາມດັ່ງກ່າວແມ່ນມາດຕະການສຳຄັນເພື່ອພັດທະນາແບບຍືນຍົງ, ຫຼີກລ່ຽງລະດັບລາຍຮັບປາງກາງ ແລະ ນຳປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່”.
ທ່ານຢືນຢັນວ່າ, ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດ ໃນການເພີ່ມທະວີການຄຸ້ມຄອງດ້ານເຕັກໂນໂລຊີທົ່ວໂລກ, ສອດຄ່ອງກັບກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ; ທ່ານສະເໜີໃຫ້ ESCAP ຊຸກຍູ້ການຜັນຂະຫຍາຍເອກະສານດີຈີຕອນທົ່ວໂລກຢູ່ລະດັບພາກພື້ນ ແລະ ເພີ່ມທະວີບັນດາຂໍ້ລິເລີ່ມກ່ຽວກັບເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນ, ໃນນັ້ນມີປັນຍາປະດິດ (AI).
(ແຫຼ່ງຄັດຈາກ VOV)