ທ່ານ ເລຮ່ວາຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນໜັກວ່າ ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມດ້ວຍ ບັນດາເປົ້າໝາຍທີ່ວາງອອກບັນລຸໄດ້ລະດັບສູງ.
ທ່ານ ເລຮ່ວາຍຈຸງ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢູ່ກອງປະຊຸມ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ອົດສະຕາລີຄັ້ງທີ 8 (ພາບ: VNA)
ຕອນເຊົ້າວັນທີ 14 ສິງຫາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ອົດສະຕາລີ ແລະ ນິວຊີແລນແຕ່ວັນທີ 9 – 13 ສິງຫາຢ່າງຈົບງາມ, ຕາມຄຳເຊື້ອເຊີນຂອງທ່ານນາງ Sam Mostyn ຜູ້ສຳເລັດລັດຊະການ ແຫ່ງ ອົດສະຕາລີ ແລະ ທ່ານນາງ Cindy Kiro ຜູ້ສຳເລັດລັດຊະການ ແຫ່ງ ອົດສະຕາລີ.
ໂດຍຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນຂອງການຢ້ຽມຢາມ, ທ່ານ ເລຮ່ວາຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນໜັກວ່າ ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມດ້ວຍ ບັນດາເປົ້າໝາຍທີ່ວາງອອກບັນລຸໄດ້ລະດັບສູງ. ພົ້ນເດັ່ນແມ່ນການຢ້ຽມຢາມໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ສ້າງແຮງກະຕຸ້ນໃໝ່ເພື່ອຍົກລະດັບການພົວພັນກັບທັງອົດສະຕາລີ ແລະ ນິວຊີແລນ. ໄປຄຽງຄູ່ດ້ານການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ - ການລົງທຶນ, ການນຳຫວຽດນາມ ແລະ ສອງປະເທດໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.
ທ່ານ ເລຮ່ວາຍຈຸງ ລັດຖະມົນຕີ ຢັ້ງຢືນວ່າ ບັນດາໝາກຜົນພົ້ນເດັ່ນຂອງການຢ້ຽມຢາມກໍ່ໄດ້ເຮັດໃຫ້ການຮ່ວມມືທາງການທູດຕິດພັນຢ່າງແໜ້ນແຟ້ນກວ່າກັບບັນດາຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ. ຫວຽດນາມ ພວມຍູ້ແຮງການປ່ຽນແປງໃໝ່ຮູບແບບການເຕີບໂຕ, ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ນີ້ກໍ່ແມ່ນບັນດາຂົງເຂດທີ່ ອົດສະຕາລີ ແລະ ນິວຊີແລນ ມີທ່າແຮງ ແລະ ມີຄວາມສາມາດໜູນຊ່ວຍສູງ.
(ແຫຼ່ງຄັດຈາກ VOV)