ຂ່າວສານ

ສ້າງ​ແຮງ​ກະ​ຕຸ້ນ​ໃໝ່, ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

ທ່ານ ເລ​ຮ່​ວາຍ​ຈຸງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ດ້ວຍ​ ​ບັນ​ດາ​ເປົ້າ​ໝາຍ​ທີ່​ວາງ​ອອກ​ບັນ​ລຸ​ໄດ້​ລະ​ດັບ​ສູງ.
  ທ່ານ ເລຮ່ວາຍຈຸງ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢູ່ກອງປະຊຸມ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ອົດສະຕາລີຄັ້ງທີ 8 (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 14 ສິງ​ຫາ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ​ຢູ່ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ​ແຕ່​ວັນ​ທີ 9 – 13 ສິງ​ຫາ​ຢ່າງ​ຈົບ​ງາມ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານນາງ Sam Mostyn ຜູ້​ສຳ​ເລັດ​​ລັດ​ຊະ​ການ ແຫ່ງ ອົດ​ສະ​ຕາ​ລີ ແລະ ທ່ານ​ນາງ Cindy Kiro ຜູ້​ສຳ​ເລັດລັດ​ຊະ​ການ ແຫ່ງ ອົດ​ສະ​ຕາ​ລີ.

ໂດຍ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ, ທ່ານ ເລ​ຮ່​ວາຍ​ຈຸງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ດ້ວຍ​ ​ບັນ​ດາ​ເປົ້າ​ໝາຍ​ທີ່​ວາງ​ອອກ​ບັນ​ລຸ​ໄດ້​ລະ​ດັບ​ສູງ. ພົ້ນ​ເດັ່ນ​ແມ່ນ​ການ​ຢ້ຽມ​ຢາມ​ໄດ້​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ສ້າງແຮງ​ກະ​ຕຸ້ນ​ໃໝ່​ເພື່ອ​ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ​ທັງ​ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ. ໄປ​ຄຽງ​ຄູ່ດ້ານ​ການ​ເມືອງ - ການ​ຕ່າງ​ປະ​ເທດ, ເສດ​ຖະ​ກິດ - ການ​ຄ້າ - ການ​ລ​ົງ​ທຶນ, ການ​ນຳ​ຫວຽດ​ນາມ ແລະ ສອງ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສ​ັນ​ຍາ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ປະ​ກອບ​ສ່ວນ​ໃຫ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ.

ທ່ານ ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ວ່າ ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ​ຂອງ​ການ​ຢ້ຽມ​ຢາມ​ກໍ່​ໄດ້​ເຮັດ​ໃຫ້​ການ​ຮ່ວມ​ມື​ທາງ​ການ​ທູດ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ກັບ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ຫວຽດ​ນາມ ພວມ​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ຫັນ​ເປັນ​ສີ​ຂຽວ ແລະ ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ນີ້​ກໍ່​ແມ່ນ​ບັນ​ດາ​ຂົງ​ເຂດ​ທີ່ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ ​ມີ​ທ່າ​ແຮງ ແລະ ມີ​ຄວາມ​ສາ​ມາດ​ໜູນ​ຊ່ວຍ​ສູງ.


top