• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ເຂດ​ທະ​ຫານ​ປະ​ຕິ​ວັດ, ເປັນ​ກຳ​ລັງຫຼວງ, ຍອດ​ຢ້ຽມ​, ທັນ​ສະ​ໄໝ

“ກຳ​ລັງ​ປະ​ກອບ​ອາ​ວຸດ​ທະ​ຫານ​ເຂດ 3 ຕ້ອງ​ສົມ​ທົບ​ກັບ​ບັນ​ດາ​ກຳ​ລັງ, ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຕ່າງໆ​ສ້າງ​ພື້ນ​ຖານ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ, ທ່າ​ສະ​ໜາມ​ປ້ອງ​ກັນ​ຊາດ​ທົ່ວ​ປວ​ງ​ຊົນ, ຕິດ​ພັນ​ກັບ​​ທ່າ​ສະ​ໜາມປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ ແລະ “ແນວ​ຮົບ​ຈິດ​ໃຈ​ປະ​ຊາ​ຊົນ” ທີ່​ໝັ້ນ​ແກ່ນ.

ນີ້​ແມ່ນ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ, ເລ​ຂາ​​ຄະ​ນະພ​ັກ​ກອງ​ທັບ​ສູນ​ກາງ ເມື່ອ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ - ຮັບ​ນາມ​ມະ​ຍົດ​ ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ຂອງ​ທະ​ຫານ​ເຂດ 3, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ເມ​ສາ ຢູ່ນະ​ຄອນ ຫາຍ​ຟ່ອງ.

 

  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ມອບ​ນາມ​ມະ​ຍົດວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ຂອງ​ທະ​ຫານ​ເຂດ 3 (ພາບ: VOV)  

ເມ​ື່ອ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເນັ້ນ​ໜັກ​ວ່າ:

“ຕ້ອງ​ສົມ​ທົບ​ກັບ​ບັນ​ດາ​ກຳ​ລັງ, ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ສ້າງ​ພື້ນ​ຖານ​ປ້ອງ​ຊາດ​ທົ່ວ​ປວງ​ຊົນ, ​ທ່າ​ສະ​ໜາມ​ປ້ອງ​ກັນ​ຊາດ​ທົ່ວ​ປວ​ງ​ຊົນ, ຕິດ​ພັນ​ກັບ​​ທ່າ​ສະ​ໜາມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ ແລະ “​ທ່າ​ສະ​ໜາມ​ຈິດ​ໃຈ​ປະ​ຊາ​ຊົນ” ທີ່​ໝັ້ນ​ແກ່ນ; ປະ​ກອບ​ສ່ວນ​ສ້າງ ກວາງ​ນິງ - ຫາຍ​ຟ່ອງ ກາຍ​ເປັນ​ສົ້ນ​ເຕີບ​ໂຕ​ເສດ​ຖະ​ກິດ​ຕົ້ນ​ຕໍ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ຫວຽດ​ນາມ, ຮ່າ​ໂນ້ຍ - ຫາຍ​ຟ່ອງ - ກວາງ​ນິງ ແມ່ນ​ສົ້ນ​ເຕີບ​ໂຕຫຼັກ​ຂອງ​ພາກ​ເໜືອ ແລະ ທົ່ວ​ປະ​ເທດ. ສ້າງ​ຖັ​ນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ທີ່​ມີ​ຄຸນ​ນະ​ທາດ​ການ​ເມືອງ​ອັນ​ໝັ້ນ​ແກ່ນ, ມີ​ລະ​ດັບ​ຄວາມ​ຮູ້, ມີ​ຄວາມ​ສາ​ມາດ ແລະ ຄວາມ​ຮັບ​ຜິດ​ຊອບ​ສູງ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ໜ້າ​ທີ່​ໃນ​ສະ​ພາບ​ການ​ໃໝ່”.

ກ່ອນ​ໜ້າ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ​ ໂຮ່​ຈີ​ມິນ ແລະ ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​​ຫໍ​ບູ​ຊາ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ກຳ​ລັງ​ປ້ອງ​ກັນ​ອາ​ວຸດ​ທະ​ຫານ​ເຂດ 3.

(ແຫຼ່ງຄັດຈາກ VOV)

ການພົວພັນດ້ານການເມືອງລະຫວ່າງ ຫວຽດນາມ - ລາວ ນັບມື້ນັບສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈ

ການພົວພັນດ້ານການເມືອງລະຫວ່າງ ຫວຽດນາມ - ລາວ ນັບມື້ນັບສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈ

2 ຝ່າຍເປັນເອກະພາບຕີລາຄາການພົວພັນດ້ານການເມືອງລະຫວ່າງ 2 ປະເທດນັບມື້ນັບສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈ.

Top