• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີ ສະ​ເໜີ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ດ້ານ​ການ​ທະ​ຫານ​ກັບ ສ​ປ​ປ.ເກົາຫຼີ ພາຍຫຼັງ 7 ປີ

ວັນທີ 17 ພະຈິກ, ສ.ເກົາຫຼີ ໄດ້ສະເໜີຈັດການເຈລະຈາດ້ານການທະຫານກັບ ສປປ.ເກົາຫຼີ ເພື່ອປຶກສາຫາລືມາດຕະການເຮັດແຈ້ງເສັ້ນຊາຍແດນດ້ານການທະຫານ (MDL), ໃນສະພາບທະຫານ ສປປ.ເກົາຫຼີ ໄດ້ຂ້າມເສັ້ນຊາຍແດນຫຼາຍເທື່ອເມື່ອປະຕິບັດໜ້າທີ່ຢູ່ໃກ້ເຂດຊາຍແດນ.
ທ່ານຮອງລັດຖະມົນຕີກະຊວງນະໂຍບາຍດ້ານປ້ອງກັນຊາດ Kim Hong Cheol (ພາບ: REUTERS)

ທ່ານ Kim Hong Cheol ຮອງລັດຖະມົນຕີກະຊວງນະໂຍບາຍດ້ານປ້ອງກັນຊາດ ໃຫ້ຮູ້ວ່າ ເຊີອູນ ປາດຖະໜາຢາກໃຫ້ສອງຝ່າຍປຶກສາຫາລືເພື່ອສະກັດກັ້ນການກະທຳໂດຍບໍ່ຕັ້ງໃຈ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານ, ພ້ອມດຽວກັນນັ້ນ ກໍສະແດງຄວາມຫວັງວ່າ ພຽງຢາງ ຈະມີການສ່ອງແສງຄືນຢ່າງຕັ້ງໜ້າ. ສ.ເກົາຫຼີ ກໍກຽມພ້ອມປຶກສາຫາລືກ່ຽວກັບເວລາ ແລະ ສະຖານທີ່ຈັດຕັ້ງ.

ພ້ອມກັບຂໍ້ສະເໜີຈັດການເຈລະຈາ, ສ.ເກົາຫຼີ ໄດ້ປົດໂທລະໂຄ່ງ ແລະ ຢຸດຕິການອອກອາກາດລາຍການໂຄສະນາເພື່ອແນໃສ່ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສ.ເກົາຫຼີ ແລະ ສປປເກົາຫຼີ. ເຖິງຢ່າງໃດກໍຕາມ, ເລື່ອງ ສປປ. ເກົາຫຼີ ຈະຮັບຮອງດຳເນີນການເຈລະຈາໄດ້ຫຼືບໍ່ນັ້ນ ແມ່ນຍັງບໍ່ທັນຈະແຈ້ງເທື່ອ. ຖ້າດຳເນີນ, ນີ້ຈະແມ່ນການເຈລະຈາການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທຳອິດ ນັບແຕ່ປີ 2018 ເປັນຕົ້ນມາ. ກອງບັນຊາການ ສປຊ (UNC) ເນັ້ນໜັກວ່າ ຈະສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມທີ່ເໝາະສົມກັບ ສັນຍາຢຸດຍິງ ແລະ ຫຼຸດຜ່ອນຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ.

(ແຫຼ່ງຄັດຈາກ VOV)


Top