• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ສຽງຈາກພົງໄພ

 
ໃຜເຄີຍໄດ້ໄປໄຕງວຽນ, ອາດໄດ້ຟັງສຽງຄ້ອງ ທີ່ເຕັມໄປດ້ວຍຄວາມເລິກລັບ ສ່ອງແສງໃຫ້ເຫັນ ພາບດຳລົງຊີວິດ ອັນອົງອາດກ້າຫານ. ມີບາງຄົນ ຖືຄ້ອງ ເໝືອນດັ່ງ “ຈິດວິນຍານ” ຂອງຄົນໄຕງວຽນແຫ່ງນີ້.
 

ເກືອບ 6 ປີມາແລ້ວ​ ທີ່​ວັດທະນະທຳ​ຄ້ອງ​ໄຕ​ງວຽນ​ ໄດ້້​ຮັບຮອງຈາກ​ອົງການ​ອຸຍແນັສ​ໂກ​ ໃຫ້ເປັນ​ສິ່ງ ​ປະດິດ​ສ້າງ​ ທາງ​ດ້ານວັດທະນະທຳ ທີ່​ບໍ່​ເປັນ​ວັດຖຸ ​ແລະ ເລື່ອງເລົ່າ ປາກຕໍ່ປາກ​ກັນ​ມາ ​ຂອງ​ມະນຸດ (25 ພະຈິກ 2005) ແລະ 6 ປີດັ່ງກ່າວ ກໍ​ນັບ​ວ່າ ​ເປັນ​ເວລາ​​ບໍ່​​​ດົນປານໃດ, ​ແຕ່​ກໍ​ບໍ່​ສັ້ນ ​ເພື່ອ​ໃຫ້​ພວກ​ເຮົາ​ ເບິ່ງ​ໄດ້​ ຢ່າງ​ຄົບ​ຖ້ວນ ​ແລະ ຕົວ​ຈິງ​ກວ່າ​ເກົ່າ​ ກ່ຽວ​ກັບ​ມໍລະດົກ​ ອັນ​ພິ​ເສດ​ນີ້, ​​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ແມ່ນ​ສະພາບ​​ຄວາມເປັນ​ຢູ່ ຂອງເຜົ່າໄຕ​ງວຽນ ຊຶ່ງພວມ​ກຳລັງ​ ປ່ຽນ​ແປງ ຢູ່​​​ຄື​ດັ່ງ​ປະຈຸ​ບັນ. ວັດທະນະທຳ​ ຄ້ອງ​ບ້າງ​ໄຕ​ງວຽນ ທີ່ມີ​​ກະ ຈາຍ ​ໄປ​ທົ່ວ 5 ​ແຂວງພາກໃຕ້ຫວຽດນາມ​ຄື: ແຂວງກອນ​ຕູມ, ຢາ​ລາຍ, ດັກ​ລັກ, ດັກ​ນົງ, ເລີມ​ດົ່ງ ແລະເຈົ້າ​ຂອງ​ ວັດທະ​ນະ​ທຳ ອັນ​ພິ​ເສດ​ນີ້ ບໍ່​ແມ່ນ​​ໃຜ​ອື່ນ​ໄກ ຊຶ່ງມັນກໍ​ແມ່ນ ກະ​ໂຕ​ປະຊາ​ຊົນ​ບັນດາ​​ເຜົ່າ ທີ່​ອາ​ໄສ​ຢູ່​ໄຕ​ງວຽນນີ້ເອງ ​ຄື: ເຜົ່າບາ​ນາ, ​ເຊ​ດັງ, ມະ​ນົງ, ​ເກີ​ຮໍ, ​ເອ​ເດ, ຢາ​ລາຍ ແລະ ອື່ນໆ.
ເປັນເວລາ ດົນນານມາແລ້ວ, ສຽງກັງວານ ອັນມະຫັດສະຈັນ ແລະ ເລິກລັບ ຂອງຄ້ອງບ້າງ ໄດ້ຕິດພັນ ຢ່າງ ສະໜິດແໜ້ນ ກັບຊີວິດການເປັນຢູ່ ຂອງເຜົ່າຕ່າງໆ ຢູ່ໄຕງວຽນ ໂດຍຄົນໄຕງວຽນເອງ ທີ່ໄດ້ໃຊ້ ສຽງຄ້ອງ ບ້າງດັ່ງກ່າວ ທີ່ພັນລະນາ ເຖິງຄວາມງາມ ຂອງທຳມະຊາດ, ການດຳລົງຊີວິດ ແລະ ເວົ້າເຖິງຄວາມມຸ່ງ ມາດປາຖະໜາ ຂອງມະນຸດ… ຕາມນັກຄົ້ນຄວ້າ ໃຫ້ຮູ້ວ່າ: ທຸກໆ ພິທີກຳ ໃນແຕ່ລະປີ ຂອງເຜົ່າໄຕງວຽນ ຄືນັບແຕ່ ພິທີອອກກຳ ໄປຈົນເຖິງ ພິທີສົ່ງສະການ ແລະ ພິທີກາບໄຫວຕ່າງໆ ຕະຫລອດຮອດ ການເຄື່ອນ ໄຫວວັດທະນະທຳ ແບບທຳມະດາທີ່ສຸດ ຂອງຊາວບ້ານ ກໍລ້ວນແລ້ວແຕ່ມີສຽງຄ້ອງ, ສຽງກອງ. ຍ້ອນແນວ ນັ້ນ, ແຕ່ໃດມາ ວັດທະນະທຳ ຄ້ອງບ້າງ ຈ່ຶງໄດ້ຊຶມ ເລິກເຂົ້າໃນ ຫົວໃຈ ແລະ ເລືອດເນື້ອຂອງເຜົ່າ ໄຕງວຽນ ຕະຫຼອດມາ, ມັນໄດ້ເຂົ້າໄປ ທຸກຈອກ ທຸກແຈ ຂອງຊີວິດຈິດໃຈ, ນັບທັງ ທຸກບົດເພງ ແລະ ການຂັບລຳຂອງ ຄົນ ໄຕງວຽນ ກໍລ້ວນແລ້ວແຕ່ ມີສຽງຄ້ອງ ສຽງກອງດັ່ງກ່າວ ຊຶ່ງໄດ້ສະແດງອອກ ຢ່າງມະຫັດສະຈັນ ແລະ ເຕັມໄປ ດ້ວຍອິດທິພົນ ດັ່ງຄຳເວົ້າທີ່ວ່າ: “ຕີໃຫ້ຜີຈົນຫຼົງລືມ ຮອດການເຂົ້າມາ ທຳຮ້າຍມະນຸດ ຄົນເຮົາ, ຕີ ໃຫ້ໜູ ລືມໂກນ ລືມຮູ, ຕີໃຫ້ງູ ນອນຕາຍ,ໃຫ້ກະຕ່າຍ ຕື່ນຕົກໃຈ, ໃຫ້ກວາງໃຫຍ່ຟັງ ຈົນລືມຮອດ ກິນຫຍ້າ, ໃຫ້ທັງໝົດ ງ່ຽງຫູຟັງ ແຕ່ສຽງຄ້ອງ ຂອງດາມຊານ ເທົ່ານັ້ນ”. ແຕ່ປະຈຸບັນ ສິ່ງເລິກລັບ ມະຫັດສະຈັນ ແລະ ສັກສິດ ທີ່ໄດ້ຕິດພັນ ມາແຕ່ດົນນານ ແລ້ວນັ້ນ… 
 


 ສຽງກັງວານຂອງຄ້ອງໄຕງວຽນ.

 ບັນດານັກສິລະປິນເຍົາວະຊົນຂອງໄຕງວຽນ.

 ວົງຄ້ອງຂອງຄົນໄຕງວຽນ. 

ສິລະປິນອາວຸໂສຄ້ອງໄຕງວຽນ.

ນັກທ່ອງທ່ຽວຕ່າງປະເທດໄດ້ຄົ້ນຫາສິລະປະຄ້ອງໄຕງວຽນ.  
ມີບາງຄັ້ງ ເບິ່ງເໝືອນກັບວ່າ ກະໂຕ ຄົນໄຕງວຽນ ກໍຄື ຄົນຫວຽດນາມເອງ ກໍມີ ເປັນຫ່ວງ ບໍ່ໜ້ອຍ ຕໍ່ປາກົດ ການ ຄ້ອງບ້າງດັ່ງກ່າວ ໄດ້ໄຫຼອອກ ໄປພາຍນອກ ຊຶ່ງເປັນເລື່ອງ ເກີດຂຶ້ນຕົວຈິງໃນທຸກວັນນີ້, ພ້ອມດຽວກັນ ນັ້ນ ຮູບແບບການດຳລົງຊີວິດ ທີ່ທັນສະໄໝ ໃນປະຈຸບັນ ກໍສົ່ງຜົນກະທົບ ບໍ່ໜ້ອຍຕໍ່ຊີວິດ ແລະ ແນວຄວາມ ຄິດ ຂອງຄົນແຫ່ງນີ້. ໃນສະພາບ ຊີວິດການເປັນຢູ່ ທີ່ມີຄວາມຫຍຸ້ງຍາກຂາດເຂີນ ແລະ ການໄລ່ລ່າ ວັດຖຸບູ ຮານ ອັນມີຄ່າຍັງມີຢູ່, ຈະເຮັດໃຫ້ຄົນໄຕງວຽນ ຈຳຕ້ອງຂາຍຄ້ອງ ອັນລ້ຳຄ່າຂອງຕົນ ກໍເປັນໄປໄດ້ ແລະ ສະ ພາບ ຂອງຄົນຮຸ່ນໜຸ່ມ ກໍມີລັກສະນະ ຫ່າງເຫີນໄປຈາກ ສິລະປະພື້ນເມືອງ ທີ່ປູ່ຍ່າຕາຍາຍ ຂອງເຂົາປະໄວ້ ໃຫ້… ຊຶ່ງສິ່ງດັ່ງກ່າວ ນັບວ່າເປັນບັ້ງເລກ ທີ່ຈະແກ້ໄດ້ຍາກ ສຳລັບຜູ້ເຮັດວຽກ ການອະນຸລັກຮັກສາ ແລະຄຸ້ມ ຄອງ ວັດທະນະທຳ ຫວຽດນາມ. ເພື່ອເຮັດໃຫ້ ສຽງຄ້ອງ ໄດ້ຍືນຍົງຄົງຕົວ ຢູ່ຄູ່ກັບປ່າດົງພົງໄພ ແລະ ວັດທະ ນະທຳ ຄ້ອງບ້າງແຫ່ງນີ້ ແລະ ບໍ່ໃຫ້ຈ່າງຫາຍໄປ ຈາກຊີວິດຈິດໃຈ ຂອງເຜົ່າໄຕງວຽນຕະຫຼອດໄປ ແລະ ສົມ ເປັນມໍລະດົກ ທາງດ້ານວັດທະນະທຳ ຂອງໂລກນັ້ນ, ຄົນໄຕງວຽນ ແລະ ບັນດາອົງການຈັດຕັ້ງ ທີ່ກ່ຽວຂ້ອງ ຈະຕ້ອງ ໄດ້ເຮັດຫຼາຍໜ້າວຽກ. ຊຶ່ງໃນນັ້ນ ກ່ອນອື່ນໝົດ ແມ່ນຈະຕ້ອງ ໄດ້ເອົາໃຈໃສ່ລົງທຶນ ພັດທະນາ ເສດຖະກິດ ໃນເຂດພູດອຍ, ເຂດຊົນເຜົ່າສ່ວນໜ້ອຍ ຢ່າງແຂງແຮງ, ເຮັດໃຫ້ຊີວິດການເປັນຢູ່ ດ້ານວັດຖຸ ຂອງ ປະຊາຊົນຢູ່ແຫ່ງນີ້ ໄດ້ອີ່ມໜຳສຳລານ, ຊຸກຍູ້ການຄົ້ນຄວ້າ, ອະນຸລັກຮັກສາຄ້ອງ ທີ່ມີຄ່າ ກໍຄືການ ໂຄສະນາ ເຜີຍແຜ່ ເພື່ອສ້າງ ຂະບວນການ ສຶກສາ, ຄົ້ນຄວ້າ ໃຫ້ກວ້າງຂວາງ, ພ້ອມສົ່ງເສີມ ການສະແດງ ສິລະປະ ວັນນະຄະດີ ກ່ຽວກັບຄ້ອງ ໃຫ້ຫຼາກຫຼາຍສີສັນ, ຊຶ່ງປັດຈຸບັນ, ເກືອບທຸກໆບ້ານ ຢູ່ໄຕງວຽນ ກໍລ້ວນ ແລ້ວແຕ່ມີ ໜ່ວຍສິລະປະ ຄ້ອງສະແດງຮັບໃຊ້ ສັງຄົມ ແລະ ໃນງານບຸນຕ່າງໆ. ຍ້ອນແນວນັ້ນ, ນັກທ່ອງ ທ່ຽວ ຈາກປະເທດຕ່າງໆ ເມື່ອໄດ້ມາ ໄຕງວຽນ ກໍອາດ ຍັງຈະໄດ້ຮັບຟັງສຽງ ອັນມະຫັດສະຈັນ ຂອງຄ້ອງ ເລິກລັບ ດັ່ງກ່າວ ທ່າມກາງປ່າດົງ ພົງໄພແຫ່ງນີ້.
 ບົດ: ຢາງເຄວ - ພາບ: ມິງກວກ, ກິມເຊີນ, ຫ່ວາງຢາບ

Bài: Giang Khuê - Ảnh: Minh Quốc, Kim Sơn, Hoàng Giáp

ຢາລາຍ - ບົດເພງປະສານສຽງ ແຫ່ງປ່າດົງ ແລະ ທ້ອງທະເລ

ຢາລາຍ - ບົດເພງປະສານສຽງ ແຫ່ງປ່າດົງ ແລະ ທ້ອງທະເລ

ຢາລາຍ ປະກົດຕົວຂຶ້ນ ຜ່ານແຕ່ລະຂອບຮູບ ເຜີຍໃຫ້ເຫັນສີສັນ ທີ່ຜັນ ປ່ຽນຢ່າງຕໍ່ເນື່ອງ: ນັບແຕ່ປ່າດົງພົງໄພ ໄຕງວຽນ ທີ່ໃຫຍ່ໂຕມະໂຫ ຖານ ຈົນຮອດ ທະເລສີຄາມ ແຫ່ງພາກກາງ ທີ່ເຕັມໄປດ້ວຍ ແສງ ແດດ, ບ່ອນທີ່ທຳມະຊາດ ແລະ ວັດທະນະທຳ ໄດ້ຮ່ວມກັນສ້າງເປັນ ບົດເພງປະສານສຽງ ທາງສາຍຕາ ອັນມີສະເໜ່.

Top