• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ສົມບັດທ່ີລ້ຳຄ່າ ໃນສະໄໝ ລາຊະວົງ ຫງວຽນ

ໃນ​ບັນດາສິ່ງລໍ້າຄ່າລະດັບຊາດ​ ຢູ່​ຫໍພິພິທະ​ພັນ ​ບູຮານ​ນະ​ຄະດີ ພະ ລາຊະວັງ ​ເຫ້ວຄື ໝໍ້ທອງ, ຊຸດ ກື໊ວດີ໊ງ ລວມມີໂຖໃຫຍ່ ເກົ້າໜ່ວຍ (ຫຼໍ່ດ້


1. ຊຸດສະສົມ ໝໍ້ທອງ ສະໄໝລາຊະວົງ ຫງວຽນ ລວມມີ 10 ໜ່ວຍ, ມີ​ຂະໜາດ ​ແລະ ນ້ຳໜັກ​ທີ່​ແຕກ​ຕ່າງ​ກັນ, ​ໄດ້​ຮັບການຫຼໍ່ ໃນສະໄໝ ເຈົ້າ ຮ່ຽນເວືອງຫງວຽນຟຸກເຕິ່ນ (1648 1687),​ ເປັນ​ສັນຍາ​ລັກ​ໃຫ້​ແກ່​ຄວາມ​ເຂັ້ມ​ແຂງ, ​ໝັ້ນຄົງ ​ແລະ ເຂັ້ມ​ງວດ ຂອງ ອຳນາດການ ປົກຄອງທາງພາກໃຕ້ ຫວຽດນາມ ຊຶ່ງໄດ້ຮັບຮອງວ່າ​ເປັນ​ວັດຖຸ ທີ່ລຳ້ ຄ່າລະດັບຊາດ ໃນ​ປີ 2015.

ບັນດາໝໍ້ທອງ ເຫຼົ່ານີ້ ໄດ້ຫຼໍ່ ໃນເວລາຕ່າງກັນ ໃນ ສະຕະວັດ ທີ XVII, ໜ່ວຍທີ່ ຫຼໍ່ກ່ອນໝູ່ ແມ່ນປີ 1659 ແລະ ຫຼ້າສຸດແມ່ນປີ 1684. ໃນນັ້ນ ໜ້າສົນໃຈ ຄືໝໍ້ທອງ ສອງໜ່ວຍ ຕັ້ງຢູ່ເດີ່ນ ວັງ ເກີ່ນ ແຈ໋ງ ໃນກຳແພງ ພະລາຊະວັງ ເຫວ້ ແມ່ນໃຫຍ່ ແລະ ໜັກທີສຸດ. ໜ່ວຍໜຶ່ງຕັ້ງຢູ່ຕໍ່ໜ້າເຮືອນ ຕ໊າວູ, ຫຼໍ່ປີ ຖິ້ງດຶກ 8 (1660) ແລະ ອີກ ໜ່ວຍ ໜຶ່ງຢູ່ຕໍ່ໜ້າເຮືອນ ຫື້ວວູ, ຫຼໍ່ປີ ຖິ້ງດຶກ 10 (1662). ໝໍ້ທອງ​ສອງ​ໜ່ວຍ​ນີ້​ ມີ​ນ້ຳ​ໜັກ​ປະມານ 1500 ກິ​ໂລກຼາມ); ເສັ້ນຜ່າກາງ ປາກ 2,2 ແມັດ; ເສັ້ນຜ່າກາງ ພາຍໃນ 1,83 ແມັດ, ສູງ 1,05 ແມັດ.

ຕາມ​ບັນດາ​ນັກ​ຄົ້ນ​ຄວ້າ, ນອກຈາກ ​ບັນດາ​ລວດລາຍ​ປະດັບ​ປະດາ ແບບມູນເຊື້ອ​ຂອງ ​ຫວຽດນາມ ຄື​ຮູບ​ໃບ​ໂພ, ດອກ​ໄມ້, ນົກ, ສັດ, ຮູບເສັ້ນເຊືອກບິດ ຫຼື ຮູບມັງກອນ​ ເທິງຫູໝໍ້ທອງ ​ເຫຼົ່ານີ້​ ຍັງ​ມີ​ ລວດ ລາຍ ​ປະດັບ​ປະດາ​ ທີ່​ສວຍ​​ງາມ ​ຕາມ​ຮູບ​ແບບ​ສິລະ​ປະ​ຕາ​ເວັນ​ຕົກ​ເຊັ່ນ: ໃບ​ໄມ້​, ​​ຮູບ​ກົມ, ຈຸດໆ... ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ບັນ ດາໝໍ້ ເຫຼົ່ານີ້ ອາດຈະໄດ້ຮັບການ ຫຼໍ່ພາຍໃຕ້ ທີ່ປຶກສາ ຂອງ ຄົນ ຕ່າງປະເທດ ຜູ້ເຮັດວຽກໃຫ້ອຳນາດການປົກຄອງຢູ່ທາງພາກໃຕ້ ໃນຄາວນັ້ນ. ດ້ວຍເຫດນັ້ນ ສາມາດເຫັນ​ໄດ້​ວ່າ ​ໃນ​ໄລຍະ​ນີ້, ​ເຕັກ ນິກ​ການ​ຫຼໍ່​ທອງ ​​ແບບ​ດັ້ງ​ເດີມ ຢູ່​ພາຍ​ໃນ​ປະ​ເທດ​ ໄດ້ມີການ​ແຊກ​ແຊງ ດ້ານ​ເຕັກນິກ​ການ​ຫຼໍ່ທອງ​ ຂອງ​ ຕາ​ເວັນ​ຕົກ.

ວັດຖຸທ່ີລໍ້າຄ່າ ຂອງຊາດ ໃນສະໄໝເຈົ້າ ຫງວຽນ ໄດ້ຕັ້ງ ຢູ່ເດີ່ນພະລາຊະວັງ ເກີ່ນແຈ໋ງ ໃນພະລາຊະວັງ ເຫວ້, ໄດ້ຮັບ ການຮັບຮອງວ່າເປັນວັດຖຸທ່ີລໍ້າຄ່າຂອງຊາດໃນປີ 2015. ພາບ: ແທງຮ່ວາ

ໝໍ້ທອງ​​ໜ່ວຍ​ນີ້​ ມີ​ນ້ຳ​ໜັກ​ປະມານ 1500 ກິ​ໂລກຼາມ); ເສັ້ນຜ່າກາງ ປາກ 2,2 ແມັດ; ເສັ້ນຜ່າກາງ ພາຍໃນ 1,83 ແມັດ, ສູງ 1,05 ແມັດ. ພາບ: ແທງຮ່ວາ

ຫູຈັບຂອງ ໝໍ້ທອງ ມີຮູບຮູບເສັ້ນເຊືອກບິດ ຊຶ່ງສະແດງເຖິງ ຄວາມເຂັ້ມແຂງ ແລະ ໝັ້ນຄົງ. ພາບ: ແທງຮ່ວາ

 

2. ກື໊ວວິເທີ່ນກົງ ແມ່ນຊື່ເອີ້ນລວມ ຂອງ ປືນໃຫຍ່ 9 ກະບອກ ປີ 1803 ໃນສະໄໝກະສັດ ຢາລອງ (1802-1820), ກະສັດ ອົງທຳ ອິດຂອງລາຊະວົງ ຫງວຽນ, ມີຂະໜາດຄ້າຍຄືກັນ, ແຕ່ລະກະບອກ ຍາວປະມານ 5,15 ແມັດ, ໜັກກວ່າ 10 ໂຕນ, ໄດ້​ຮັບ​ການ​ຮັບຮອງ​ເປັນວັດຖຸທີ່ລຳ້ຄ່າ ລະດັບ​ຊາດ ​ໃນ​ປີ 2012.

ຢູ່ເທິງປືນໃຫຍ່ ແຕ່ລະກະບອກ, ດ້ານຫຼັງຂອງປືນ, ຖືກ ສະຫຼັກ ຊື່ ຕາມລໍາດັບຈາກ 1 ຫາ 9 ກົງກັບ "ຕື໋ເຖີ່ຍ” (ສີ່ລະດູ) ແລະ "ຫງູ໊ ແຫ່ງ” (ວັດຖຸ ທັງຫ້າທີ່ເປັນເຄົ້າກຳເນີດ ຂອງໂລກ). ປືນໃຫຍ່ 4 ກະ ບອກ ຢູ່ເບື້ອງຊ້າຍ (ຫຼັງປະຕູ ເຖເຍີນ) ໄດ້ຕັ້ງຊື່ ຕາມ 4 ລະດູຄື: ລະ ດູບານໃໝ່, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ; ປືນໃຫຍ່ 5 ກະບອກ ​ຢູ່​ເບື້ອງ​ຂວາ (ຫຼັງ​ປະຕູ​ ກວ໊າງ​ດຶກ) ຕາມ​ລຳ​ດັບແຕ່ 5 ຫາ 9 ໄດ້ຕັ້ງ​ຊື່​ຕາມ 5 ຫງູ໊ແຫ່ງ​ຄື: ມົກ, ຫວາ, ໂຖ, ກິມ, ຖຸຍ (ຕົ້ນ ໄມ້, ໄຟ, ດິນ, ໂລຫະ ແລະ ນໍ້າ).

ຢູ່​ເທິງລຳ​ປືນ​ ມີ​ຕົວ​ອັກ​ສອນ ​​ບອກລາຍ​ລະ​ອຽດ ​ກ່ຽວ​ກັບ​ການ​ນຳ​ໃຊ້​ໝື້ປືນ, ວິ​ທີ​ຍິງ ແລະ​ ຊື່​ຜູ້ເຂົ້າຮ່ວມ​ການ​ຫຼໍ່ປືນ. ໃນ​ປີ 1816, ​ກະສັດ ຢາ​ລອງ​ ໄດ້​ແຕ່ງ​ຕັ້ງໃຫ້​ປືນ​ໃຫຍ່​ທັງ​ເກົ້າ ກະບອກນີ້ ນາມມະຍົດວ່າ  "ເທີ່ນອຸຍໂວດິກ ເຖື້ອງເຕື໋ອງກວນ" (ມີຄວາມໝາຍ ເປັນ ສັນຍາລັກ ໃຫ້ແກ່ ກຳລັງແຮງ ຂອງ ລາຊະວົງ ຫງວຽນ ແລະ ບັນດາ ເທບພະ ເຈົ້າ ຜູ້ປົກປ້ອງ ລາຊະວົງ. ນາມມະຍົດນີ້ ພ້ອມກັບ ສະໄໝ ແຕ່ງຕັ້ງ ຕຳແໜ່ງ ລ້ວນແຕ່່ ໄດ້ຖືກແກະສະຫຼັກນູນ ຢູ່ໃນສ່ວນທ້າຍ ຂອງລຳ ປືນ ທັງ 9 ກະບອກ. ​ໃນ​ຕົ້ນສະ​ໄໝ​ ລາຊະວົງ ຫງວຽນ, ປືນ​ໃຫຍ່​ເຫຼົ່າ​ນີ້ ​ຖືກ​ຕັ້ງ​ຢູ່​ສອງ​ດ້ານ ​ຕໍ່ໜ້າ​ປະຕູ​ໂຂງ​ ງໍ້ມົນ. ໃນປີ 1917, ປືນ ໃຫຍ່ເກົ້າກະບອກນີ້ ໄດ້ຖືກຍ້າຍໄປສູ່ ຈຸດທີ່ຕັ້ງ ໃນປັດຈຸບັນ. 

ກື໊ວວີ້ເທີ່ນກົງ ແມ່ນປືນໃຫຍ່ 9 ກະບອກ ຫຼໍ່ດ້ວຍທອງ, ຖືກ ຮັບຮອງເປັນວັດຖຸທ່ີລໍ້າຄ່າ ຂອງຊາດ ໃນປີ 2012. ພາບ: ແທງຮ່ວາ
ປືນເທີ່ນກົງ ແຕ່ລະກະບອກ ຍາວປະມານ 5,15 ແມັດ, ໜັກກວ່າ 10 ໂຕນ, ຫຼໍ່ດ້ວຍທອງ. ພາບ:ແທງຮ່ວາ
ປືນເທີ່ນກົງ ຖືກວາງໄວ້ທັງສອງດ້ານຂອງປະຕູກຳແພງໃນ, ເລົາປືນມຸ່ງສູ່ຈະຕູລັດໃຫຍ່ ຕໍ່ໜ້າປະຕູໂຂງ ງໍ້ມົນຂອງໃນພະລາຊະວັງ ເຫວ້. ພາບ: ແທງຮ່ວາ

3. ກື໊ວດີ໊ງ ແມ່ນຊຸດໂຖໃຫຍ່ 9 ໜ່ວຍ ຕັ້ງຢູ່ເດີ່ນວັງ ເຖ໋ມ໋ຽວ, ໃນພະ ລາຊະວັງ ເຫວ້, ຫຼໍ່ໃນປີ 1835, ສຳເລັດໃນປີ 1837 ໃນສະໄໝ ກະສັດ ມິງມ້າງ (1820-1841), ເປັນຈຸດສຸດຍອດ ຂອງສິລະປະ ຫຼໍ່ທອງຂອງ ຫວຽດນາມ ​ໃນ​ສະຕະວັດ​ທີ XIX ແລະ​ ໄດ້​ຮັບ​ການ​ຮັບ ຮອງ​ວ່າ ​ເປັນ​ວັດຖຸທີ່ລຳ້ຄ່າ ລະດັບຊາດ​ໃນ​ປີ 2012.

ກື໊ວດີ໊ງ ແມ່ນສັນຍາລັກ ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເອກະ​ພາບ​ຂອງ​ປະ​ເທດ, ຄວາມ​ເປັນ​ທຳ ​ແລະ ຄວາມ​ໝັ້ນຄົງ​ຂອງ​ລາຊະວົງ. ຊື່ສະໄໝ, ນ້ໍາໜັກ ຂອງ ກື໊ວດີ໊ງ ແຕ່ລະໜ່ວຍ ຖືກແກະສະຫຼັກ ຢູ່ ຂອບປາກ. ກື໊ວດີ໊ງ ໜັກທີສຸດແມ່ນ ກາວດີ໊ງ  (ປະ​ມານ 2,600 ກິ​ໂລກຣາມ​)​, ເບົາ​ທີ​ສຸດ​ແມ່ນ ຮວ່ຽນດີ໊ງ (ປະ​ມານ 1,930 ກິ​ໂລ​ກຣາມ)​.

ເວົ້າ​ເຖິງ​ຄວາມ​ໝາຍ ​ຂອງ​ການ​ຫຼໍ່ ກື໊ວດີ໊ງ, ກະສັດ ມິ​ງມ້າງ ​ໄດ້​ອອກ ພະລາຊະອົງການ​ວ່າ: “ຂ້າພະ​ເຈົ້າ​ເຄົາລົບ​ອາຊີບ​ທີ່​ຜ່ານ​ມາ, ປະຕິ ບັດ​ຕາມ​ແນວທາງ​ຢ່າງຈະ​ແຈ້ງ. ປັດຈຸບັນ ຕ້ອງການທີ່ຈະຮຽນ ແບບ ຊີວິດເກົ່າ; ຫຼໍ່ ກື໊ວດີ໊ງ 9 ໜ່ວຍ ປະດິດສະຖານຢູ່ເຮືອນ ເຖ໋ມ໋ຽວ... ນັ້ນແມ່ນ ເພື່ອເປັນການ ສະແດງຄວາມຫວັງ ໄດ້ຄົງຢູ່ຕະຫຼອດໄປ ແລະ ຖ່າຍທອດ ໃຫ້ຄົນຮຸ່ນຫຼັງ.” (ອີງ​ຕາມ "ດ້າຍນາມຖືກລູກ-ປຶ້ມ ປະຫວັດສາດ ກ່ຽວກັບເຈົ້າ ຫງວຽນ ແລະ ລາຊະວົງ ຫງວຽນ).

ຢູ່​ແຕ່ລະ ກື໊ວດີ໊ງ​ ຈະມີ ​ຕົວ​ໜັງສື​ ຈີນ ບູຮານ​ໃຫຍ່ 2 ຕົວ ແມ່ນ​ຊື່ເອີ້ນ ກົງກັບຕໍາແໜ່ງ ຂອງ ແຕ່ລະກະສັດ ແຫ່ງ ລາຊະວົງ ຫງວຽນ ​ແລະ ຮູບປະດັບປະດານູນ 17 ຮູບສະແດງ ໃຫ້ເຫັນພາບລວມ ກ່ຽວກັບ​ດາລາສາດ, ພູມີປະເທດ, ຮູບ​ແມ່​ນ້ຳ ​ແລະ ພູ​ເຂົາ, ທະເລ, ເກາະ, ນົກ, ພືດ, ວັດຖຸບູຮານ... ຊຶ່ງແມ່ນ ສັນຍະລັກພິເສດ ຂອງ ປະເທດ.

ຕາມ​ບັນດາ​ນັກ​ຄົ້ນ​ຄ້ວາ​, ກື໊ວດີ໊ງ ບໍ່​ພຽງ​ແຕ່​ແມ່ນ​ “ປຶ້ມພູມີສາດ”, ​“ສາລະນຸກົມ” ທີ່​ເປັນ​ເອກະລັກ ​ສະ​ເພາະ​ຂອງ ປະ​ເທດ ໃນ​ສະຕະ ວັດ​ທີ XIX ​ເທົ່າ​ນັ້ນ, ແຕ່​ຍັງບັນຈຸກຳລັງ​ອຳນາດ ​ຂອງ​ລາຊະວົງ ​ກວມເອົາ​ທົ່ວ​ເຂດແຄ້ວນແດນ​ດິນ (ທັງ​ເຂດນ່ານຟ້າ ​ແລະ ​ທະ​ເລ) ແລະ ທໍາມະຊາດ ຂອງ ປະເທດ, ພ້ອມກັບ ກຳລັງແຮງປົກປ້ອງ ຄວາມເປັນເຈົ້າຂອງນັ້ນ.

ດ້ວຍ​ບັນດາ​ຄຸນຄ່າ​ ທາງວັດທະນະທໍາ ​ແລະ ປະຫວັດສາດ​ທີ່​ເປັນ​ເອກະລັກ​, ວັດຖຸທີ່ລໍ້າຄ່າລະດັບຊາດ ກື໊ວດີ໊ງ ໄດ້ສູນ ອະນຸລັກ ຮັກສາ ຮ່ອງຮອຍປະຫວັດສາດ ນະຄອນຫຼວງ ເກົ່າເຫວ້ ກຳລັງສ້າງເອກະສານ ສຳເນົາ ເພື່ອຍື່ນຕໍ່ ອົງການ UNESCO ພິຈາລະນາ ​ແລະ ຮັບຮອງ​ເປັນ​ມໍລະດົກ ​ເອກະສານ​ໂລກ.

ກື໊ວດີ໊ງ ໄດ້ຮັບຖືວ່າເປັນຜົນງານສິ້ນເອກ ກ່ຽວກັບ ການຫຼໍ່ທອງ ຂອງເມືອງ ເຫວ້, ໄດ້ຮັບຮອງເປັນວັດຖຸທ່ີລໍ້າຄ່າ ຂອງຊາດ ໃນປີ 2012 ແລະ ກຳລັງໄດ້ຍື່ນສະເໜີຕໍ່ອົງການ UNESCO ພິຈາລະນາ ແລະ ຮັບຮອງເປັນມໍລະດົກໂລກ. ພາບ: ແທງຮ່ວາ
ກື໊ວດິ໊ງຖືກຕັ້ງຢູ່ເດີ່ນວັງ ເຖ໋ມ໋ຽວ ຊຶ່ງເປັນສະຖານທີ່ ສັກກະລະບູຊາ ເຈົ້າຊີວິດ ຫງວຽນອົງຕ່າງໆ ໃນພະລາຊະວັງ ເຫວ້. ພາບ: ແທງຮ່ວາ
ແກະສະຫຼັກຮູບດອກບົວ ຢູ່ເທິງ ກື໊ວດິ໊ງຂອງເມືອງ ເຫ້ວ. ພາບ: ແທງຮ່ວາ

ບົດ ແລະ ພາບ: ແທງຮ່ວາ - ແປໂດຍ: ບິກລຽນ


Top