• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່​ມວນ​ຊົນ​ສາ​ກົນ ຕີ​ລາ​ຄາ​ສູງການ​ກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ຫວຽດ​ນາມ ໃນ ອາ​ຊຽນ

ໃນ​ຊຸມ​ວັນ​ຜ່ານ​ມາ, ສື່ມວນ​ຊົນ​ພາກ​ພື້ນ ແລະ ສາ​ກົນ ໄດ້​ໃຫ້​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຕໍ່​​ການໄປ​ປະ​ຕິ​ບັດ​ງານຄັ້ງ​ທຳ​ອິດ​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວ​ຽດ​ນາມ ​ຢູ່ ໄທ, ສິງ​ກະ​ໂປ ແລະ ຟີ​ລິບ​ປິນ ໃນ​ຖາ​ນະ​ເປັນ​ປະ​ມຸກ​ລັດ.
  (ພາບ​ປະ​ກອບ: VGP)  

ໜັງ​ສື​ພິມ Straits Times ຂອງ ສິງ​ກະ​ໂປ ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ໃນ​ເວ​ລາ 04 ວັນ ຂອງ​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ສ​າຍ​ພົວ​ພັນ​ສອງ​ຝ່າຍ​ພວມ​ພັດ​ທະ​ນາ​ຢ່າງ​ແຮງ ນັບ​ທັງ​ດ້ານ​ການ​ຄ້າ, ການ​ລົງ​ທຶນ ຕະຫຼອດ​ຮອດ​ການ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ​ສູງ. ໜັງ​ສື​ພິມ​ດັ່ງ​ກ່າວ​ກໍ​ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ກຳ​ນົດ​ທິດ​ພັດ​ທະ​ນາ​ຮູບ​ແບບ​ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ, VSIP 2.0 ດ້ວຍ​ເນື້ອ​ໃນ​ຈຸດ​ສຸມ​ແມ່ນ​ເຕັກ​ໂນ​ໂລ​ຢີ​ອັດ​ສະ​ລິ​ຍະ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຊ່ອງໂທ​ລະ​ພາບ Channel News Asia (CNA) ຕີ​ລາ​ຄາ​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ “ໄດ້​ຢັ້ງ​ຢືນ​ການ​ພົວ​ພັນ​ອັນ​ໜຽວ​ແໜ້ນ ແລະ ຫຼາຍ​ຝ່າຍ” ລະ​ຫວ່າງ​ສອງ​ປະ​ເທດ. ເລື່ອງ​ການ​ນຳ ຫວຽດ​ນາມ ມີ​ບົດ​ກ່າວ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ Shangri – La, ໜຶ່ງ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ຄວາມ​ໝັ້ນ​ຄົງ​ແຖວ​ໜ້າ ອາ​ຊີ, ໄດ້​ຊີ້​ໃຫ້​ເຫັນ​ບົດ​ບາດ ແລະ ທີ່​ຕັ້ງ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂອງ ຫວຽດ​ນາມ ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ.

(ແຫຼ່ງຄັດຈາກ VOV)

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ຕອນ​ບ່າຍ​ວັນ​ທີ 28 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ, ສະ​ຫະ​ສະ​ມາ​ຄົມ​ຊ​ອັບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ (VINASA) ໄດ້​ຈັດ​ພິ​ທີ​ເຊີດ​ຊູ ແລະ ມອບ​ລາງວັນ ຊາວ​ເຄວ ປີ 2026.

Top