• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ​ສາ​ກົນ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ກອ​ງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນຢູ່ ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ) ໂດຍມີການເຂົ້າຮ່ວມຂອງນັກຂ່າວທັງພາຍໃນ ແລະ ສາກົນກວ່າ 600 ຄົນ.
ບັນດານັກຂ່າວເຮັດວຽກຢູ່ສູນສື່ມວນຊົນຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (ພາບ: TTXVN)

ໃນບັນຍາກາດທີ່ເຄັ່ງຂຶມຂອງກອງປະຊຸມໃຫຍ່, ຖັນແຖວນັກຂ່າວໄດ້ສະແດງໃຫ້ເຫັນຄວາມເປັນກຽດ, ຄວາມພາກພູມໃຈພ້ອມດ້ວຍຈິດໃຈຮັບຜິດຊອບສູງ ເມື່ອໄດ້ໃຫ້ຂ່າວໂດຍກົງກ່ຽວກັບເຫດການການເມືອງພິເສດສຳຄັນຂອງ ຫວຽດນາມ, ພ້ອມທັງຕີລາຄາສູງວຽກງານຈັດຕັ້ງ, ໜູນຊ່ວຍນັກຂ່າວສາກົນຂອງຄະນະຈັດຕັ້ງ. 

“ໃນບັນດາອົງການສື່ມວນຊົນ ອາເມລິກາ ລາຕິນ, ຂ້າພະເຈົ້າເຊື່ອໝັ້ນວ່າ Gramma ອາດຈະແມ່ນໜັງສືພິມໜຶ່ງດຽວທີ່ມີໜ້າຢູ່ ຮ່າໂນ້ຍ ໃນຂະນະນີ້. ສະນັ້ນ, ນີ້ກໍແມ່ນຄວາມຮັບຜິດຊອບໃຫຍ່ ເພື່ອໂຄສະນາຂ່າວ, ບົດກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກເຖິງມະຫາຊົນ ກູບາ ແລະ ຜູ້ອ່ານຂອງໜັງສືພິມ Gramma.” 

ພວກຂ້າພະເຈົ້າຂໍຕາງໜ້າຖັນແຖວນັກຂ່າວສື່ມວນຊົນລາວ, ໃນນັ້ນພິເສດແມ່ນໜັງສືພິມປະຊາຊົນ ພ້ອມກັບບັນດາອົງການສື່ມວນຊົນລາວ ທີ່ມີໜ້າຢູ່ນີ້ ເພື່ອໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ຂ້າພະເຈົ້າຮູ້ສຶກເປັນກຽດທີສຸດ. ການຕ້ອນຮັບ, ຮັບເອົາຂໍ້ມູນໄດ້ດຳເນີນໄປຢ່າງສະດວກ. ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ພວກຂ້າພະເຈົ້າໃນການເກັບກຳ, ໃຫ້ຂ່າວເຖິງປະຊາຊົນລາວ”.

ການມີໜ້າ ແລະ ການເຄື່ອນໄຫວຢ່າງຕັ້ງໜ້າຂອງບັນດາອົງການສື່ມວນຊົນສາກົນໃນກອງປະຊຸມໃຫຍ່ຄັ້ງນີ້ ສືບຕໍ່ຢັ້ງຢືນໃຫ້ເຫັນກຳລັງແຜ່ກະຈາຍຂອງເຫດການ, ພ້ອມທັງສ່ອງແສງຄວາມສົນໃຈຢ່າງເລິກເຊິ່ງຂອງເພື່ອນມິດສາກົນທີ່ມີຕໍ່ບັນດານະໂຍບາຍຊີ້ຂາດສຳຄັນ, ກຳນົດອະນາຄົດແຫ່ງການພັດທະນາຂອງ ຫວຽດນາມ./.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ:​ ບຸກ​ທະ​ລຸ​​ຈິນ​ຕະ​ນາ​ການ​ຂອງ​ພັກ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ:​ ບຸກ​ທະ​ລຸ​​ຈິນ​ຕະ​ນາ​ການ​ຂອງ​ພັກ

ນີ້ກໍແມ່ນກອງປະຊຸມໃຫຍ່ ທີ່ຮັບຮູ້ຫຼາຍຈິນຕະນາການບຸກທະລຸໃນວຽກງານຊີ້ນຳນຳພາຂອງພັກ, ໃນນັ້ນ ຄັ້ເປັນງທຳອິດທີ່ພັກສັງລວມເອກະສານສຳຄັນ 3 ສະບັບ, ກຳນົດທິດຮູບແບບພັດທະນາໃໝ່, ໃນຂະນະທີ່ບັນດາມະຕິຍຸດທະສາດໄດ້ຮັບການປະຕິບັດທົດລອງຕົວຈິງກ່ອນຍືນສະເໜີຕໍ່ກອງປະຊຸມໃຫຍ່.

Top