• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ຈີນ ໄດ້ລົງພິມຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ທີ່ກອງປະຊຸມ WEF

ໃນເວັບໄຊອຳນາດການປົກຄອງ ແທນຈີນ ໄດ້ຄັດສະເໜີບັນດາບົດກ່າວປາໄສຂອງນາຍົກລັດຖະມົນຕີກ່ຽວຂ້ອງເຖິງການພົວພັນ 2 ຝ່າຍ.
ບົດຂຽນໃນເວັບໄຊ Chinanews.com (ພາບ: TTXVN)

ໃນຊຸມມື້ຜ່ານມາ, ສື່ມວນຊົນ ຈີນ ຄື: ສຳນັກຂ່າວສານ ຊິນຮວາ, ສຳນັກຂ່າວສານ ຈີນ, ໜັງສືພິມລາຍວັນ ປັກກິງ… ໄດ້ລົງພິມຫຼາຍຂ່າວ, ບົດໄຈ້ແຍກກ່ຽວຂ້ອງເຖິງການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ເຂົ້າຮ່ວມກອງປະຊຸມປະຈຳປີບັນດານັກນຳໜ້າຄັ້ງທີ 16 ຂອງເວທີປາໄສເສດຖະກິດໂລກ (WEF), ຈັດຂຶ້ນຢູ່ນະຄອນ ແທນຈີນ ແລະ ການເຮັດວຽກຢູ່ ຈີນ.

        ດ້ວຍຫົວຂໍ້ “ນາຍົກລັດຖະມົນຕີ ຫວຽດນາມ ເຕື້ອງເຖິງການພົວພັນ ຫວຽດນາມ - ຈີນ: ຮຽງບ່າຮຽງໄຫຼ່, ພ້ອມກັນພັດທະນາ”, ໃນເວັບໄຊໜັງສື່ພິມ ປັກກິງ ລາຍວັນໄດ້ຄັດສະເໜີບົດກ່າວຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ເນັ້ນໜັກເຖິງຄວາມຈົ່ງຮັກພັກດີ ແລະ ຄວາມຮັບຜິດຊອບເຊິ່ງກັນແລະກັນລະຫວ່າງ ຫວຽດນາມ ແລະ ຈີນ ສ້າງເປັນການພົວພັນທີ່ສະໜິດແໜ້ນ, ເລິກເຊິ່ງຄືໃນປະຈຸບັນ.

        ໃນເວັບໄຊອຳນາດການປົກຄອງ ແທນຈີນ ໄດ້ຄັດສະເໜີບັນດາບົດກ່າວປາໄສຂອງນາຍົກລັດຖະມົນຕີກ່ຽວຂ້ອງເຖິງການພົວພັນ 2 ຝ່າຍ, ຮຽກຮ້ອງໃຫ້ວິສາຫະກິດຂອງ 2 ປະເທດເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດໃຫ້ແກ່ ຫວຽດນາມ ແລະ ຈີນ.

        ສ່ວນເວັບໄຊ Chinanews.com ໄດ້ລົງບົດຂຽນດ້ວຍຫົວຂໍ້ “ທ່ານນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດ ອາຊີ ຮ່ວມແຮງຮ່ວມໃຈສ້າງສັງກາດອາຊີ ວັດທະນາຖາວອນ ແລະ ຍືນຍົງ”, ຍົກອອກຈຸດພົ້ນເດັ່ນໃນທັດສະນະຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕໍ່ເລື່ອງບັນດາປະເທດ ອາຊີ ຕ້ອງເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືຕໍ່ໜ້າບັນດາສິ່ງທ້າທາຍ, ຮ່ວມແຮງຮ່ວມໃຈສ້າງ “ສັງກາດ ອາຊີ” ຢ່າງວັດທະນາຖາວອນ ແລະ ຍືນຍົງ.

(ແຫຼ່ງຄັດຈາກ VOV)

ເລຂາທິການໃຫຍ່ສະຫະປະຊາຊາດ: ກົດບັດສະຫະປະຊາຊາດຕ້ອງໄດ້ເຄົາລົບ

ເລຂາທິການໃຫຍ່ສະຫະປະຊາຊາດ: ກົດບັດສະຫະປະຊາຊາດຕ້ອງໄດ້ເຄົາລົບ

ຕາມທ່ານເລຂາທິການໃຫຍ່ Antonio Guterres ແລ້ວ, ກົດບັດສະຫະປະຊາຊາດແມ່ນຖະແຫຼງການກ່ຽວກັບຄວາມຫວັງ ແລະ ເປັນພື້ນຖານຂອງການຮ່ວມມືສາກົນເພື່ອໂລກທີ່ດີງາມກວ່າ.

Top