• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ, ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ​ ສືບ​ຕໍ່​ພັດ​ທະ​ນາ​ແບບ​ຍືນ​ຍົງ

ທີ່ການພົບປະ, ຮອງນາຍົກລັດຖະມົນຕີສອງທ່ານ ໄດ້ຢັ້ງຢືນວ່າ ສອງປະເທດຖືເປັນສຳຄັນການພົວພັນສອງຝ່າຍ, ຍາມໃດກໍ່ມານະພະຍາຍາມເພີ່ມພູນຄູນສ້າງ ແລະ ນຳການພົວພັນມິດຕະພາບລະຫວ່າງສອງປະເທດສືບຕໍ່ພັດທະນາແບບຍືນຍົງ, ນັບມື້ນັບເຂົ້າສູ່ລວງເລິກ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ງານຕະໜາດນັດ ຈີນ ອາຊີໃຕ້ (ພາບ: ກະຊວງການຕ່າງປະເທດ)

ຕອນບ່າຍວັນທີ 19 ມິຖຸນາ, ເນື່ອງໃນໂອກກາດເຂົ້າຮ່ວມງານຕະຫຼາດນັດ ຈີນ - ອາຊີໃຕ້ ຄັ້ງທີ 9 ແລະ ງານຕະຫຼາດນັດການສົ່ງອອກນຳເຂົ້າ ຄຸນໝິງ ຄັ້ງທີ 29 ຢູ່ ຢູນໜານ, ຈີນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ.

ທີ່ການພົບປະ, ຮອງນາຍົກລັດຖະມົນຕີສອງທ່ານ ໄດ້ຢັ້ງຢືນວ່າ ສອງປະເທດຖືເປັນສຳຄັນການພົວພັນສອງຝ່າຍ, ຍາມໃດກໍ່ມານະພະຍາຍາມເພີ່ມພູນຄູນສ້າງ ແລະ ນຳການພົວພັນມິດຕະພາບລະຫວ່າງສອງປະເທດສືບຕໍ່ພັດທະນາແບບຍືນຍົງ, ນັບມື້ນັບເຂົ້າສູ່ລວງເລິກ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນສອງປະເທດສຸມໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ໂຄງການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ບັນດາກົນໄກສອງຝ່າຍ, ພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ໃນນັ້ນເນັ້ນໜັກເຖິງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ. ໄປຄຽງຄູ່ກັນນັ້ນ, ກໍ່ເປັນເອກະພາບສືບຕໍ່ຍູ້ແຮງການໂຄສະນາສຶກສາ ກ່ຽວກັບມູນເຊື້ອການພົວພັນແບບພິເສດ ຫວຽດນາມ - ລາວ, ເປັນຕົ້ນແມ່ນສຳລັບໄວໜຸ່ມສອງປະເທດ.

ໃນສະພາບການໂລກ ແລະ ພາກພື້ນ ສືບຕໍ່ມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນປັດຈຸບັນ, ຮອງນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ແລກປ່ຽນ, ປຶກສາຫາລື ບັນດາບັນຫາຍຸດທະສາດກ່ຽວກັບຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດຢ່າງເປັນປະຈຳ.

(ແຫຼ່ງຄັດຈາກ VOV)

ເວທີປາໄສສື່ມວນຊົນທົ່ວປະເທດ 2025 ສ່ອງແສງຄວາມສົນໃຈແຖວໜ້າຂອງສື່ມວນຊົນໃນປະຈຸບັນ

ເວທີປາໄສສື່ມວນຊົນທົ່ວປະເທດ 2025 ສ່ອງແສງຄວາມສົນໃຈແຖວໜ້າຂອງສື່ມວນຊົນໃນປະຈຸບັນ

ອິນເຕີເນັດ ແລະ ວິວັດການຫັນເປັນດີຈີຕອນໄດ້ນຳມາໃຫ້ໂອກາດຫຼາຍຢ່າງແກ່ວິທະຍຸກະຈາຍສຽງ.

Top