• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສຳນັກຂ່າວສານຫວຽດນາມ ໄດ້ສ້າງ ຂີດໝາຍ 80ປີ ແຫ່ງຄວາມພາກພູມໃຈຄືນໃໝ່ ຜ່ານພື້ນທີ່ວາງສະແດງພິເສດ

ຕອນເຊົ້າວັນທີ 28 ສິງຫາ 2025, ຢູ່ສູນວາງສະແດງແຫ່ງຊາດ (ຮ່າໂນ້ຍ), ໄດ້ໄຂງານວາງສະແດງຜົນງານແຫ່ງຊາດເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ວັນທີ 2 ກັນຍາ ດ້ວຍຫົວຂໍ້ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”. ໃນຂອບເຂດງານວາງສະແດງ, ເຂດວາງສະແດງຂອງສຳນັກຂ່າວສານຫວຽດນາມ ໄດ້ແນະນຳກ່ຽວກັບການເດີນທາງ 80 ປີແຫ່ງວັນສ້າງຕັ້ງ, ກໍ່ສ້າງ, ພັດທະນາ ແລະ ການຮ່ວມເດີນທາງກັບປະເທດຊາດ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ຢ້ຽມ​ຢາມ​ຮ້ານ​ວາງ​ສະ​ແດງ​ຂອງ​ສຳ​ນັກ​ຂ່າວ ​ຫວຽດ​ນາມ. ພາບ: ມິງກວ໋ຽດ/VNA

ດ້ວຍ​ຫົວ​ຂໍ້​ວ່າ “80 ຂີດ​ໝາຍ​ຄວາມ​ພາກພູມ​ໃຈ”, ​ເຂດ​ວາງສະ​ແດງ​ຂອງ​ສຳນັກ​ຂ່າວສານ ​ຫວຽດນາມ (VNA) ​ໄດ້​ຮັບ​ການ​ອອກ​ແບບ​ບໍ່​ພຽງ​ແຕ່​ເພື່ອ​ສະ​ແດງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​​ເລົ່າ​ເລື່ອງ​ທີ່​ກວມລວມ. ຕາມ​ນັ້ນ​ແລ້ວ, VNA ​ໄດ້​ສ້າງ​ຂີດ​ໝາຍ​ປະຫວັດສາດ​ຄືນ​ໃໝ່​ໂດຍ​ຜ່ານ​ບັນດາ​ບົດ​ລາຍ​ງານ​ຂ່າວ, ຮູບ​ພາບ ​ແລະ ວັດຖຸ​ພັນ, ຢັ້ງຢືນ​ທີ່​ຕັ້ງ​ຂອງ​ຕົນ​ແມ່ນ​ແຫຼ່ງຂ່າວ​ຕົ້ນຕໍ ​ແລະ ​ເປັນ​ທາງ​ການ​ຂອງ​ປະ​ເທດ​ໃນ​ຕະຫຼອດ 80 ປີຜ່ານມາ.

ຢູ່​ທີ່​ນີ້, ນັກ​ທ່ອງ​ທ່ຽວ​ສາມາດ​ເຫັນ​ໄດ້​ບັນດາ​ບົດ​ລາຍ​ງານ​ຂ່າວ​ປະຫວັດສາດ​ອັນ​ລ້ຳ​ຄ່າ, ນັບ​ແຕ່​ບົດ​ລາຍ​ງານ​ຂ່າວ​ຄັ້ງ​ທຳ​ອິດ​ ກ່ຽວ​ກັບບົດ​ຖະ​ແຫຼ​ງການເອກະລາດ (1945), ໄຊຊະນະ ​ດ້ຽນບຽນ​ຝູ (1954), ບັ້ນຮົບ ​ໂຮ່ຈິ​ມິນ (1975), ​ເຖິງ​ບັນດາບົດຂຽນ, ບົດຂ່າວໃນຂະ​ບວນວິວັດແຫ່ງການປ່ຽນແປງໃໝ່ ​ແລະ ລະບົບ​ນິ​ເວດ​ ສື່​ມວນ​ຊົນ​ຫຼາຍ​ຮູບ​ຫຼາຍ​ແບບ.

ທ່ານ​ລັດຖະມົນຕີ ​ແລະ ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ​ເຈີ່ນ​ວັນ​ເຊີນ ​ໄດ້​ໄປ​ຢ້ຽມຢາມ​ຮ້ານ​ວາງສະ​ແດງ​ຂອງ​ສຳນັກ​ຂ່າວສານ ຫວຽດນາມ. ພາບ: ມິງກວ໋ຽດ/VNA

ທ່ານ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ໄປ​ຢ້ຽມຢາມ​ຮ້ານ​ວາງສະ​ແດງ​ຂອງ​ສຳນັກ​ຂ່າວສານ​ ຫວຽດນາມ. ພາບ: ແທງຕຸ່ງ/VNA

ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫງວຽນ​ຮົ່ງຢຽນ ຢ້ຽມຢາມ​ຮ້ານ​ວາງສະ​ແດງຂອງ​ສຳນັກ​ຂ່າວສານ​ ຫວຽດນາມ.. ພາບ: ມິງກວ໋ຽດ/VNA

  ເຂດ​ວາງສະ​ແດງ​ສິ່ງ​ພິມ​ຂອງ​ສຳນັກ​ຂ່າວສານ​ ຫວຽດນາມ ​ໃນ​ງານ​ວາງສະ​ແດງ. ພາບ: ເຕິດເຊີນ/VNP

ເຂດ​ວາງສະ​ແດງ​ແນະນຳ​ກ່ຽວ​ກັບ​ການ​ເດີນທາງ 80 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ, ກໍ່ສ້າງ, ພັດທະນາ ​ແລະ ການ​ຮ່ວມ​ທາງ​ກັບ​ປະ​ເທດ​ຂອງ​ອົງການ​ຂ່າວ, ດ້ວຍ​ຂໍ້ຄວາມ​ວ່າ: ແຫຼ່ງຂ່າວ​ທາງ​ການ - ສາຍ​ຂ່າວ​ຕົ້ນຕໍ. ພາບ: ເຕິດເຊີນ/VNP

ປະຊາຊົນ​ສຳ​ຜັດ​ກັບ​ເກມ​ນ້ອຍ​ຢູ່​ເຂດ​ວາງ​ສະ​ແດງ​ຂອງ​ສຳ​ນັກ​ຂ່າວ ​ຫວຽດ​ນາມ. ພາບ: ເຕິດເຊີນ/VNP

ທ່ານ​ນາງ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VNA ຫງວຽນ​ທິ​ຊື້​ໃຫ້​ຮູ້​ວ່າ: ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ຂະ​ແໜງ​ການ, ​ຮ້ານ​ວາງສະ​ແດງ​ຂອງ VNA ​ໄດ້​ສະໜອງ​ແຫຼ່ງ​ຂໍ້​ມູນ​ຂ່າວ​ສານ​ທີ່​ອຸດົມສົມບູນ​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ ດ້ວຍ​ຮູບ​ຖ່າຍ 200 ກວ່າ​ຮູບ ​ແລະ ວັດຖຸ​ພັນ​ຫຼາຍ​ສິບ​ອັນ​ກ່ຽວ​ກັບ​ຂະ​ບວນການ​ເຮັດ​ວຽກ​ຂອງ​ນັກ​ຂ່າວ VNA ຫຼາຍ​ລຸ້ນຄົນ.

ປະຕິບັດໂດຍ: ເງິນຮ່າ, ເຕິດເຊີນ/VNP

ການເຂົ້າຮ່ວມ ຂອງ ທ່ານນາຍົກລັດຖະມົນຕີ ຢັ້ງຢືນເຖິງບົດບາດເປັນເຈົ້າການ ຂອງ ຫວຽດນາມ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48

ການເຂົ້າຮ່ວມ ຂອງ ທ່ານນາຍົກລັດຖະມົນຕີ ຢັ້ງຢືນເຖິງບົດບາດເປັນເຈົ້າການ ຂອງ ຫວຽດນາມ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຈະນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ສຸດ ຍອດ  ASEAN ຄັ້ງທີ 48 ທີ່ ເຊບູ (Cebu), ປະເທດ ຟີລິບປິນ, ແຕ່ວັນທີ 7-8 ພຶດສະພາ, ຕາມຄຳເຊີນ ຂອງ ປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr, ປະທານ ASEAN ປີ 2026.

Top