• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈຕໍ່​ເຫດ​ຢຽບ​ກັນຢ່າງ​ຮ້າຍ​ແຮງ​ຢູ່​ລັດ Uttar Pradesh, ອິນ​ເດຍ

ວັນທີ 4 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi.
ພາບປະກອບ: NDTV

ໂດຍໄດ້ຮັບຂ່າວກ່ຽວກັບເຫດຢຽບກັນ ຢ່າງຮ້າຍແຮງທີ່ເກີດຂຶ້ນ ຢູ່ລັດ Uttar Pradesh, ອິນເດຍ ວັນທີ 2 ກໍລະກົດ ໄດ້ເຮັດໃຫ້ມີຄົນເສຍຊີວິດ ແລະ ຖືກບາດເຈັບເປັນຈຳນວນຫຼາຍ, ວັນທີ 4 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi.

ທີ່ກ່ຽວຂ້ອງເຖິງເຫດການນີ້, ວັນທີ 4 ກໍລະກົດ ແຫຼ່ງຂ່າວຈາກອົງການກົງສູນຂຶ້ນກັບສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໃຫ້ຮູ້ວ່າ ປັດຈຸບັນຍັງບໍ່ມີຂໍ້ມູນກ່ຽວກັບ ພົນລະເມືອງຫວຽດນາມ ຖືກບາດເຈັບ ແລະ ເສຍຊີວິດໃນເຫດຢຽບກັນດັ່ງກ່າວ.

ກ່ອນໜ້ານັ້ນ, ຕາມແຫຼ່ງຂ່າວຕ່າງໆ, ວັນທີ 2 ກໍລະກົດ, ໃນຂະນະທີ່ ສາສະນິກກະຊົນພວມເຕົ້າໂຮມກັນຢູ່ໃກ້ນະຄອນ Hathras, ລັດ Uttar Pradesh ເພື່ອຮັບຟັງການເທດຂອງ ນັກເຜີຍແຜ່ສາສະໜາ ຊື່ດັງ, ໄດ້ມີພາຍຸຝຸ່ນເກີດຂຶ້ນຢ່າງຮ້າຍແຮງ ເຮັດໃຫ້ຜູູ້ຄົນແຕກຕື່ນແລ້ວ ຢຽບກັນ ຫຼືລົ້ມລົງເຕັງເຂົ້າກັນ. ມີຢ່າງນ້ອຍສຸດ 121 ຄົນເສຍຊີວິດໃນເຫດການ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ

ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ

ລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ຖັນແຖວນັກປັນຍາຊົນ, ໃນນັ້ນມີນັກປັນຍາຊົນຍິງ, ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມສຸດຈິດສຸດໃຈຂອງຕົນຢ່າງສຸດຂີດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກປັນຍາຊົນຍິງ, ນັກວິທະຍາສາດຍິງເຂົ້າຮ່ວມບັນດາການເຄື່ອນໄຫວ startup.

Top