• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຈາກມະຕິ ກ້າວໄປສູ່ການເຄື່ອນໄຫວຕົວຈິງ

ສະຫາຍ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ກ່າວຄຳເຫັນຊີ້ນຳ ຢູ່ກອງປະຊຸມທົ່ວປະເທດ ເຊື່ອມຊຶມ, ຜັນຂະຫຍາຍປະຕິບັດ ມະຕິສະບັບເລກທີ 10-NQ/TW

 ໃນຕອນເຊົ້າວັນທີ 30 ມິຖຸນາ, ຢູ່ທີ່ ນະຄອນຫຼວງ ຮ່າໂນ້ຍ, ກົມການເມືອງ ໄດ້ຈັດກອງປະຊຸມທົ່ວປະເທດ ເພື່ອຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມ ແລະ ຜັນຂະຫຍາຍປະຕິບັດ ມະຕິສະບັບເລກທີ 10-NQ/TW, ລົງວັນທີ 8 ມິຖຸນາ 2026 ຂອງກົມການເມືອງ ວ່າດ້ວຍການພັດທະນາເສດຖະກິດ ທີ່ມີເງິນລົງທຶນຈາກຕ່າງປະເທດ. ສະຫາຍ ໂຕເລີມ ເລຂาທິການໃຫຍ່, ປະທານປະເທດ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ. 
ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາ​ບ: VNA)

ລາຍການແມ່ນໄດ້ຮັບການເຊື່ອມຕໍ່ໄປຍັງເກືອບ 35.000 ຈຸດເຊື່ອມຕໍ່ສັນຍານ ນັບຕັ້ງແຕ່ຂັ້ນສູນກາງ ຈົນເຖິງຂັ້ນຕາແສງ, ບັນດາອົງການລັດຖະບານ ແລະ ກົມກອງທະຫານ, ຊຶ່ງດຶງດູດການເຂົ້າຮ່ວມ ຂອງຜູ້ຕາງໜ້າເກືອບ 2,1 ລ້ານສະຫາຍ. ເຫດການດັ່ງກ່າວ ແມ່ນໄດ້ຮັບການຖ່າຍທອດສົດ ທາງໂທລະພາບ ແລະ ກະຈາຍສຽງສົດ ທາງບັນດາຊ່ອງຂອງ ສະຖານີໂທລະພາບ ຫວຽດນາມ ແລະ ສະຖານີວິທະຍຸກາຍສຽງ ຫວຽດນາມ.

ການ​ນຳ​ພັກ, ລັດ​ ແລະ ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: VNA)

ເຂົ້າຮ່ວມກອງປະຊຸມ ຍັງມີສະຫາຍ ກຳມະການ ກົມການເມືອງ, ນາຍົກລັດຖະມົນຕີ ເລມິງຮຶງ; ສະຫາຍ ກຳມະການ ກົມການເມືອງ, ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ໊ນ; ສະຫາຍ ອະດີດກຳມະການ ກົມການເມືອງ, ອະດີດປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ; ແລະ ສະຫາຍ ກຳມະການ ກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈິ່ນເກີ໊ມຕູ໋.

ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ. ພາບ: VNA

 ມະຕິສະບັບເລກທີ 10-NQ/TW ຂອງກົມການເມືອງ ໄດ້ເນັ້ນໜັກວ່າ ເສດຖະກິດ ທີ່ມີເງິນລົງທຶນ ຈາກຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ສຳຄັນ ຂອງພື້ນຖານເສດຖະກິດແຫ່ງຊາດ, ບໍ່ພຽງແຕ່ປະກອບສ່ວນເພີ່ມທຶນໄລຍະກາງ ແລະ ໄລຍະຍາວ ໃຫ້ແກ່ການລົງທຶນພັດທະນາເທົ່ານັ້ນ ແຕ່ຍັງແມ່ນຊ່ອງທາງໃນການຮັບເອົາເຕັກໂນໂລຊີທີ່ກ້າວໜ້າ, ຮູບແບບການບໍລິຫານຈັດການທີ່ທັນສະໄໝ, ບຳລຸງສ້າງຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ຊ່ວຍຂະຫຍາຍຕະຫຼາດ; ໄດ້ຮັບການສົ່ງເສີມຈາກລັດ ໃຫ້ພັດທະນາຢ່າງຍາວນານ, ປະຕິບັດຕໍ່ກັນຢ່າງສະເໝີພາບ ແລະ ແຂ່ງຂັນກັນຢ່າງປອດໃສ ກັບບັນດາພາກສ່ວນເສດຖະກິດອື່ນໆ ຕາມຂໍ້ກຳນົດ ຂອງກົດໝາຍ. ພ້ອມດຽວກັນນັ້ນ, ກໍ່ໄດ້ວາງເປົ້າໝາຍຮອດປີ 2030, ຫວຽດນາມ ຈະນອນຢູ່ໃນກຸ່ມນຳໜ້າຂອງ ASEAN ກ່ຽວກັບສະພາບແວດລ້ອມການລົງທຶນດຳເນີນທຸລະກິດ, ສະມັດຖະພາບການແຂ່ງຂັນ, ການປະດິດສ້າງໃໝ່, ຄຸນນະພາບການບໍລິການສາທາລະນະ ບໍລິການພາກລັດ ແລະ ຄວາມສາມາດໃນການຮັບເອົາບັນດາໂຄງການລົງທຶນຈາກຕ່າງປະເທດ ທີ່ມີຄຸນນະພາບສູງ.

ພາບລວມໃນກອງປະຊຸມ. ພາບ: VNA

ກອງປະຊຸມ ໄດ້ຮັບຟັງຄຳເຫັນກ່າວຊີ້ນຳອັນສຳຄັນ ຂອງສະຫາຍ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ. ດ້ວຍຈິດໃຈຄວາມຮັບຜິດຊອບສູງ, ບັນດາພະນັກງານ, ສະມາຊິກພັກ ຢູ່ຈຸດເຊື່ອມຕໍ່ສັນຍານ ຂອງຫ້ອງວ່າການສູນກາງພັກ ໄດ້ສຸມໃສ່ຄົ້ນຄວ້າ, ເຊື່ອມຊຶມເນື້ອໃນທັງໝົດ ທີ່ໄດ້ຮັບການຖ່າຍທອດຢູ່ກອງປະຊຸມຢ່າງຄົບຖ້ວນ, ເພື່ອເຮັດເປັນບ່ອນອີງໃຫ້ແກ່ການຜັນຂະຫຍາຍປະຕິບັດ ມະຕິຢ່າງມີປະສິດທິຜົນ ໃນວຽກງານເສນາທິການ, ຮັບໃຊ້ການຊີ້ນຳ ແລະ ບໍລິຫານຈັດການ ໃນຕໍ່ໜ້າ.

ປະຕິບັດໂດຍ: VNP/VNA

ມະຕິ 57 - ເປີດທາງໃຫ້ ຫວຽດນາມ ບຸກທະລຸ ໃນຍຸກ ດີຈີຕອນ

ມະຕິ 57 - ເປີດທາງໃຫ້ ຫວຽດນາມ ບຸກທະລຸ ໃນຍຸກ ດີຈີຕອນ

ຫຼັງຈາກເກືອບສອງປີ ຈັດຕັ້ງປະຕິບັດມະຕິ ສະບັບທີ 57-NQ/TW ຂອງ ກົມການເມືອງ (ປະກາດໃຊ້ ໃນວັນທີ 22 ທັນວາ 2024) ກ່ຽວກັບການບຸກທະລຸ ພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນ ດີຈີຕອນ ແຫ່ງຊາດ, ຫວຽດ ນາມ ກຳລັງຄ່ອຍໆ ຫັນບັນດາຂົງເຂດນີ້ ໃຫ້ກາຍເປັນແຮງ ຜັກດັນ ທີ່ສຳຄັນ ຊຸກຍູ້ການປ່ຽນແປງໃໝ່ ຮູບແບບການເຕີບໂຕ, ຍົກລະ ດັບ ຄວາມສາມາດ ໃນການແຂ່ງຂັນ ແລະ ສ້າງພື້ນຖານ ໃຫ້ແກ່ ບັນດາບາດກ້າວບຸກທະລຸ ໃນຍຸກ ດີຈີຕອນ.

Top