• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຫຼວງ ຮ່າໂນ້ຍ

ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ກັບ ຄະນະພັກ, ອົງການປົກຄອງນະຄອນຫຼວງ ຮ່າໂນ້ຍ.

ໃນຕອນເຊົ້າວັນທີ 27 ມັງກອນ 2026, ຄະນະປະຈຳພັກນະຄອນຫຼວງ ຮ່າໂນ້ຍ ໄດ້ຈັດກອງປະຊຸມຕ້ອນຮັບ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ກັບ ຄະນະພັກ, ອົງການປົກຄອງນະຄອນຫຼວງ ຮ່າໂນ້ຍ.

ສະຫາຍ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ ຫງວຽນຢຸຍຫງອກ ຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ທີ່ມາຢ້ຽມຢາມ ແລະ ເຮັດວຽກ. ພາບ: ວັນດຽບ/VNA
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ກັບ ບັນດາຜູ້ແທນ. ພາບ: ວັນດຽບ/VNA
ທັດສະນີຍະພາບການຢ້ຽມຢາມ ແລະ ເຮັດວຽກ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກັບ ຄະນະພັກ, ອົງການປົກຄອງນະຄອນຫຼວງ ຮ່າໂນ້ຍ. ພາບ: ວັນດຽບ/VNA
ຜູ້ແທນສອງປະເທດ ຫວຽດນາມ ແລະ ລາວ ເຂົ້າຮ່ວມກອງປະຊຸມເຮັດວຽກ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ກັບ ຄະນະພັກ, ອົງການປົກຄອງນະຄອນຫຼວງ ຮ່າໂນ້ຍ. ພາບ: ວັນດຽບ/VNA
ສະຫາຍ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ ຫງວຽນຢຸຍຫງອກ ຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ທີ່ມາຢ້ຽມຢາມ ແລະ ເຮັດວຽກ. ພາບ: ວັນດຽບ/VNA
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ກັບ ການນຳນະຄອນຫຼວງ ຮ່າໂນ້ຍ. ພາບ: ວັນດຽບ/VNA
ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢ້ຽມຊົມສະຖານທີ່ວາງສະແດງຜະລິດຕະພັນຫັດຖະກຳ ຂອງໝູ່ບ້ານອາຊີບມູນເຊື້ອ ຢູ່ ຮ່າໂນ້ຍ. ພາບ: ວັນດຽບ/VNA

ປະຕິບັດໂດຍ: VNP/VNA

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາ ກັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາ ກັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ທ່ານນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ທ່ານນາງ ໂງເຟືອງລີ.

Top