• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມັດຊາໃຫຍ່ສະຫະປະຊາຊາດ ຮັບຮອງເອົາມະຕິສະເຫຼີມສະຫຼອງ 50 ປີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້

ມະຕິຢືນຢັນຄືນຈຸດປະສົງ, ຫຼັກການ ແລະ ຄຸນຄ່າຂອງ TAC - ເອກະສານໄດ້ລົງນາມຢູ່ ບາຫຼີ (ອິນໂດເນເຊຍ) ໃນວັນທີ 24 ກຸມພາ 1976 - ໃນການຊຸກຍູ້ການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ, ການໂອ້ລົມສົນທະນາ
  ສະມັດຊາໃຫຍ່ສະຫະປະຊາຊາດ ຮັບຮອງເອົາມະຕິສະເຫຼີມສະຫຼອງ 50 ປີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້. (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 04 ກັນ​ຍາ, ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ນະ​ຄອ​ນ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ, ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ມະ​ຕິ “ສະ​ເຫຼີ​ມ​ສະ​ຫຼອງ 50 ປີ​ສົນ​ທິ​ສັນ​ຍາ​ໄມ້​ຕີ​ຈິດ ແລະ ​ການຮ່ວມ​ມື​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້” (TAC) ດ້ວຍ​ການ​ຮ່ວມ​ອຸ​ປະ​ຖຳ​ຂອງ 102 ປະ​ເທດ, ລວມ​ທັງ 5 ປະ​ເທດ​ມະ​ມາ​ຊິກ​ຖາ​ວອນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ.

ມະ​ຕິ​ຢືນ​ຢັນ​ຄືນ​ຈຸດ​ປະ​ສົງ, ຫຼັກ​ການ ແລະ ຄຸນ​ຄ່າ​ຂອງ TAC - ເອ​ກະ​ສານ​ໄດ້​ລົງ​ນາມ​ຢູ່ ບາ​ຫຼີ (ອິນ​ໂດ​ເນ​ເຊຍ) ໃນ​ວັນ​ທີ 24 ກຸມ​ພາ 1976 - ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ໄວ້​ເນ​ື້ອ​ເຊື່ອ​ໃຈ, ການ​ໂອ້​ລົ​ມ​ສົນ​ທະ​ນາ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ. ມະ​ຕ​ິ​ເນັ້ນ​ໜັກ​ເຖິງ​ບັນ​ດາ​ຫຼັກ​ການ​ພຶ້ື້ນ​ຖານ​ຂອງ​​ສົນ​ທິສັນ​ຍາ, ໃນ​ນັ້ນ​ມີ​ການ​ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຄວາມ​ສະ​ເໝີ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ; ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ; ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ; ບໍ່​ນາບ​ຂູ່ ຫຼື ນຳ​ໃຊ້​ອາ​ວຸດ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ໃຫ້​ມີ​ປະ​ສິດ​ທິ​ຜົນ.

(ແຫຼ່ງຄັດຈາກ VOV)

ການທູດລັດຖະສະພາສວມບົດບາດສຳຄັນໃນການພົວພັນ ຫວຽດນາມ - ມຽນມາ

ການທູດລັດຖະສະພາສວມບົດບາດສຳຄັນໃນການພົວພັນ ຫວຽດນາມ - ມຽນມາ

ການນຳ 2 ທ່ານໄດ້ແບ່ງປັນກ່ຽວກັບບົດບາດຂອງອົງການນິຕິບັນຍັດໃນລະບົບການເມືອງ ແລະ ວິວັດການພັດທະນາຂອງແຕ່ລະປະເທດ.

Top