• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ສວນ ມໍລະດົກ ອາຊຽນ

ສວນ ມໍລະດົກ ອາຊຽນ (ASEAN) ເປັນຕົວແທນ ຂອງບັນດາ ຄວາມມານະພະຍາຍາມ ເພື່ອອະນຸລັກຮັກສາ ຄວາມຫຼາກຫຼາຍ ດ້ານຊີວະນາໆ ພັນ ແລະ ເສີມຂະຫຍາຍ ຄຸນຄ່າ ດ້ານການ ທ່ອງທ່ຽວ ກັບບັນດາປະເທດ ຢູ່ພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້. 
ຄວາມຫຼາກຫຼາຍດ້ານຊີວະນາໆ ພັນ ເປັນແຫຼ່ງລ່ໍລ້ຽງຊີວິດ ຂອງ ພວກເຮົາ. ນັ້ນເປັນບ່ອນ ໃຫ້ພວກເຮົາແຫ່ຼງອາຫານ, ວັດຖຸດິບ ເພື່ອ ການປຸງແຕ່ງຢາ, ວັດຖຸດິບ ເພື່ອຮັບໃຊ້ ຂະແໜງການ ຕຳ່ແຜ່ນ ຕັດ ຫຍິບ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການຜະລິດ ຂອງ ວິສາ ຫະກິດຫຼາຍແຫ່ງ ແລະ ອຸດສາຫະກຳ ຫຼາຍຂະແໜງ. ດ້ວຍ ເຫດນັ້ນ, ບັນດາບັນຫາກ່ຽວກັບ ຄວາມຫຼາກຫຼາຍ ດ້ານຊີວະນາໆ ພັນ ແລະ ສິ່ງແວດລ້ອມ ຕ້ອງໄດ້ລວບລວມເອົາໃນ ບັນດາຂົງ ເຂດ ພັດທະນາອື່ນໆ ຢູ່ສະເໝີ”. 
ປອ Theresa Mundita S. Lim, ຜູ້ອຳນວຍການ ບໍລິຫານ ສູນ ຄວາມຫຼາກຫຼາຍດ້ານຊີວະນາໆ ພັນ ອາຊຽນ (ACB
ໂຄງການສວນມໍລະດົກ ອາຊຽນ ໄດ້ຮັບການເປີດຕົວແຕ່ປີ 2006 ຊຶ່ງເປັນໜຶ່ງ ໃນບັນດາໂຄງການ ທີ່ສຳຄັນ ໂດຍສູນອາຊຽນ ວ່າ ດ້ວຍຄວາມຫຼາກຫຼາຍ ດ້ານຊີວະນາໆ ພັນໂດຍ (ABC) ເປັນຜູ້ ລິເລີ່ມ ນັບແຕ່ໄດ້ຮັບການສ້າງຕັ້ງ. ບັນດາປະເທດ ສະມາຊິກ ອາຊຽນ ໄດ້ເປັນເອກະສັນກັນວ່າ: “ປົກປັກຮັກສາ ຄວາມຫຼາກຫຼາຍ ດ້ານຊີວະນາໆ ພັນ ແລະ ຄຸ້ມຄອງ ຢ່າງໝັ້ນຄົງ ບັນດາລະບົບນິ ເວດ ທຳມະຊາດ ໃນພາກພື້ນ ອາຊຽນ ແມ່ນການປະກອບສ່ວນ ປັບປຸງ ຄ່າຄອງຊີບ ຂອງ ປະຊາຊົນ ທ້ອງຖິ່ນ”.

ປອ. ຫງວຽນວັນຕ່າຍ, ຫົວໜ້າກົມໃຫຍ່ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ໂຄງການ ສວນມໍລະດົກ ອາຊຽນ ໄດ້ກະຊວງ ສິ່ງແວດລ້ອມ ບັນ ດາປະເທດ ອາຊຽນ ສ້າງຕັ້ງດ້ວຍເປົ້າໝາຍ ປົກປັກຮັກສາ ຄວາມ ຫຼາກຫຼາຍ ດ້ານຊີວະນາໆ ພັນ ຊຶ່ງມີ ລະດັບຄວາມສຳຄັນ ຂອງ ພາກພື້ນ ແລະ ສາກົນ; ປະກອບສ່ວນຍົກສູງ ສະຕິຄວາມຮູ້ສຶກ, ການສຶກສາ ກ່ຽວກັບສິ່ງແວດລ້ອມ, ປະກອບສ່ວນ ສະແດງໃຫ້ເຫັນ ຄວາມມຸ່ງມາດປາດຖະໜາ ຂອງ ປະຊາຊົນ ບັນດາປະເທດອາຊຽນ ກ່ຽວກັບການປົກປັກຮັກສາ ແຫຼ່ງຊັບພະຍາກອນ ທຳມະຊາດ, ມຸ່ງສູ່ການພັດທະນາ ທີ່ຍືນຍົງ. 


ປ່າສະຫງວນແຫ່ງຊາດ Bidoup - ນຸ໋ຍບ່າ ຂອງ ແຂວງ ເລີມດົ່ງ ມີພືດໄມ້ເຖິງ 1923 ສາຍພັນ, ໃນນັ້ນມີບັນດາ ປະເພດ ທີ່ມີຄ່າຫາຍາກເຊັ່ນ: ແປກສອງໃບແປ-ປະເພດ ພືດໄມ້
ໄດ້ໂລກຮັບຮອງວ່າມີແຕ່ຢູ່ Bidoup- ນຸ໋ຍບ່າ; ໄມ້ໂລ່ງເລ່ງ, ແປກແດງ; ແປກ 5 ໃບ ດ່າລາດ, ສະເພາະ ຕະກຸນດອກເຜີ້ງ ມີເຖິງ 297 ສາຍພັນ-ໄດ້ຖືວ່າ
ເປັນສູນກາງ ແຫ່ງດອກເຜີ້ງ ຂອງ ຫວຽດນາມ.



ທົວທ່ອງທ່ຽວ ວັດທະນະທຳ ໝູ່ບ້ານ ໄດ້ດຶງດູດນັກທ່ອງ ທ່ຽວ ເມື່ອມາຍັງປ່າສະຫງວນແຫ່ງຊາດ ຈືມອມໄຣ(ແຂວງ ກອນຕຸມ). ພາບ: VNP


ປ່າສະຫງວນແຫ່ງຊາດ ອູມິງເຖື້ອງ ບໍ່ພຽງແຕ່ ເປັນຈຸດ ທ່ອງທ່ຽວ ທ້າຍສັບປະດາທີ່ໜ້າດຶງດູດໃຈ ຂອງ ແຂວງ ກຽນຢາງ ເທົ່ານັ້ນ, ແຕ່ຍັງເປັນ ສະຖານທີ່ທ່ອງທ່ຽວ
ຂອງ ເຂດຕາເວັນຕົກຂອງພາກໃຕ້ ຫວຽດນາມ ອີກດ້ວຍ. ດ້ວຍ ລະບົບນິເວດ ທີ່ເປັນ ເອກະລັກ, ອູມິງເຖື້ອງ ຍັງໄດ້ຖືວ່າ ເປັນປະເພດປ່າມີ ລັກສະນະ ຈຳເພາະ
ຊຶ່ງໄດ້ຈັດເຂົ້າປະເພດ ຫາຍາກຂອງໂລກ. ພາບ: VNP



ເຂດອະນຸລັກ ທຳມະຊາດ ຫງອກລິງມີພືດໄມ້ຊັ້ນສູງ 1091 ສາຍພັນ, ໃນນັ້ນມີ 40 ສາຍພັນ ໄດ້ບັນທຶກໄວ້ໃນປຶ້ມແດງ ຫວຽດນາມ  ແລະ 25 ສາຍພັນ
ໄດ້ບັນທຶກໄວ້ໃນປຶ້ມແດງໂລກ. ພາບ: VNP



ປ່າສະຫງວນແຫ່ງຊາດ ຮວ່າງລຽນເຊີນ ໄດ້ຖືວ່າ ເປັນໜຶ່ງ ໃນບັນດາເຂດປ່າຊົມໃຊ້ສະເພາະ ສຳຄັນ ແລະ ໃຫຍ່ທີສຸດຂອງ ຫວຽດນາມ. ພາບ: VNP


ປ່າສະຫງວນແຫ່ງຊາດ ບາເບ໊ ມີເນື້ອທີ່ 7.610 ເຮັກຕາ, ໃນນັ້ນມີ 3.226 ເຮັກຕາເປັນເຂດຍ່ອຍ ທີ່ໄດ້ຮັບການ ປົກປັກຮັກສາ ຢ່າງເຄັ່ງຄັດ ແລະ ກວ່າ 300 ເຮັກຕາ ເນື້ອທີ່ໜ້າໜອງ.
ຜົນບັນດາການຄົ້ນຄວ້າ ວິທະຍາສາດ ໄດ້ຢືນຢັນວ່າ ນີ້ແມ່ນພື້ນທີ່ຮັ່ງມີໄປດ້ວຍ ລັກສະນະ ຫຼາຍຮູບຫຼາຍແບບ ດ້ານຊີວະນາໆ ພັນ, ມີຄວາມເປັນ ເອກະລັກຫຼາຍຢ່າງ
ຂອງ ລະບົບນິເວດ ທີ່ເປັນເອກະລັກ ປ່າທຳມະຊາດ ຢູ່ເທິງພູຫີນປູນ ແລະ ໜອງເທິງພູ, ປ່າທຳມະຊາດຢູ່ເຂດດິນຕຳ່. ພາບ: VNP



ລະບົບສັດ ແລະ ພຶກສາສາດ ຢູ່ປ່າສະຫງວນແຫ່ງຊາດ ອູມິງເຖື້ອງມີຄວາມອຸດົມສົມບູນ ແລະ ຫຼາກຫຼາກ, ນອກຈາກ ມີຕົ້ນສະນັດ, ຢູ່ທີ່ນີ້ຍັງຄົງມີ ພືດໄມ້ມີ ສາຍສົ່ງນຳ້ຊັ້ນສູງ 243 ສາຍພັນ, ໃນນັ້ນມີຫຼາຍສາຍພັນມີລຳໃຫຍ່ສູງ. ພາບ: VNP

ວັນທີ 10 ທັນວາ 2019, ທີ່ນະຄອນ ດ່າລາດ (ແຂວງ ເລີມດົ່ງ), ກົມໃຫຍ່ສິ່ງແວດລ້ອມ (ກະຊວງຊັບພະຍາກອນທຳມະຊາດ ແລະ  ສິ່ງແວດລ້ອມ) ໄດ້ປະສານສົມທົບ ກັບສູນຄວາມຫຼາກຫຼາຍ ດ້ານ ຊີວະນາໆ ພັນ ອາຊຽນ (ACB) ຈັດພິທີມອບໃບຢັ້ງຢືນ ແລະ ເຊີດ ຊູ ສວນມໍລະດົກ 4 ແຫ່ງ ທີ່ຫາກໍໄດ້ຮັບຮອງໃໝ່ ຂອງ ຫວຽດນາມ. ເຫດການນີ້ ໄດ້ຍົກຈຳນວນ ສວນ ມໍລະດົກອາຊຽນ ຂອງ ຫວຽດ ນາມ ຂຶ້ນເປັນ 10 ແຫ່ງ, ເຮັດໃຫ້ຫວຽດນາມ ກາຍເປັນ ປະເທດ ສະມາຊິກ ມີສວນ ມໍລະດົກ ອາຊຽນ ຫຼາຍທີ່ສຸດໃນພາກພື້ນ.

ໃນພິທີດັ່ງກ່າວ, ປອ ຫງວຽນວັນຕ່າຍ, ຫົວໜ້າກົມໃຫຍ່ ສິ່ງແວດ ລ້ອມ ແລະ ທ່ານນາງ Clarria C. Adida, ຜູ້ຕາງໜ້າ ສູນຄວາມ ຫຼາກຫຼາຍດ້ານຊີວະນາໆ ພັນອາຊຽນ ໄດ້ມອບໃບຢັ້ງຢືນ, ຮັບຮອງ ສວນມໍລະດົກ ອາຊຽນ 4 ແຫ່ງ ຂອງ ຫວຽດ ນາມ ຊຶ່ງລວມມີ ປ່າສະຫງວນແຫ່ງຊາດ Bidoup - ນຸ໋ຍບ່າ ຂອງ ແຂວງ ເລີມດົ່ງ; ປ່າສະຫງວນແຫ່ງຊາດ ຫວູກວາງ, ຕັ້ງຢູ່ລະຫວ່າງກາງ ປ່າສະ ຫງວນແຫ່ງຊາດ ປູ່ມາດ (ແຂວງ ເງ້ະອານ) ແລະ ປ່າສະຫງວນ ແຫ່ງຊາດ ຟອງຍາ-ແກ໊ບ່າງ (ແຂວງ ກວ໊າງບິ່ງ); ປ່າ ສະຫງວນ ແຫ່ງຊາດ ລໍ່ກໍ່-ຊາມາດ ຂອງ ແຂວງ ໄຕນິງ ແລະ ເຂດອະນຸລັກ ທຳມະຊາດ ຫງອກລິງ ຂອງ ແຂວງ ກອນຕຸມ.








ບັນດາປະເພດນົກທີ່ມີຄ່າຫາຍາກ, ບັນດາ ປະເພດ ງູ, ປະເພດເຕົ່າເຂດຮ້ອນ ແລະ ຫີນປະກາລັງອີກຫຼາຍ ປະເພດ ໄດ້ຮັບການອະນຸລັກຮັກສາຢ່າງເຂັ້ມງວດ
ທີ່ສວນ ມໍລະດົກ ອາຊຽນ 10 ແຫ່ງຂອງ ຫວຽດນາມ. ພາບ: VNP
ການຮັບຮອງນາມມະຍົດ ສວນມໍລະດົກ ອາຊຽນ ໄດ້ປະກອບສ່ວນ ສຳຄັນ ຕໍ່ວຽກງານອະນຸລັກຮັກສາ ບັນດາ ລະບົບນິເວດ, ບໍ່ພຽງແຕ່ ມີ ຄວາມຫຼາກຫຼາຍດ້ານຊີວະນາໆ ພັນ, ແຕ່ຍັງມີຄຸນຄ່າວັດທະນະ ທຳ, ປະຫວັດສາດ ຕໍ່ແຕ່ລະປະເທດ, ນັບທັງທົ່ວພາກພື້ນ. ພ້ອມ ກັນນັ້ນ ປະກອບສ່ວນ ຍົກສູງສະຕິຄວາມຮູ້ສຶກ ອະນຸລັກຮັກສາ ຄວາມຫຼາກຫຼາຍດ້ານຊີວະນາໆ ພັນ ຂອງ ປະຊາຊົນ ບັນດາປະ ເທດ ອາຊຽນ ອີກດ້ວຍ. 

ເມື່ອມາຍັງ ດ່າລາດ (ແຂວງ ເລີມດົ່ງ), ພວກເຮົາໄດ້ມີໂອກາດ ໄປ ຢ້ຽມຢາມ ປ່າ ສະຫງວນແຫ່ງຊາດ Bidoup - ນຸ໋ຍບ່າ, ໄດ້ສຳຜັດ ກັບ ພື້ນຖານວັດທະນະທຳ ກໍຄື ບັນຍາກາດທຳມະຊາດ ຢູ່ນະແຫ່ງ ນີ້. ປ່າສະຫງວນແຫ່ງຊາດ Bidoup - ນຸ໋ຍບ່າ ແລະ ເຂດອະນຸລັກ ຊັ້ນອາກາດ ແລະ ຊີວະນາໆ ພັນໂລກ ລາງບຽງ ໄດ້ ຢູແນັສໂກ ຮັບ ຮອງ, ພ້ອມກັບ ບັນດາຊົນເຜົ່າ ທ່ີໃຊ້ຊີວິດ ຢູ່ແຫ່ງນີ້ ໄດ້ສ້າງບັນດາ ຄຸນຄ່າ ສະເພາະຕ່າງຫາກ ຊຶ່ງຈຳເປັນຕ້ອງໄດ້ຮັບການ ອະນຸລັກ ຮັກສາ”. 
ທ່ານນາງ Clarria C. Adida, ຜູ້ຕາງໜ້າ ສູນຄວາມຫຼາກຫຼາຍ ດ້ານຊີວະນາໆ ພັນ ອາຊຽນ

ບົດ: VNP ສັງລວມ - ພາບ: VNP

ASEAN ຮ່ວມແຮງຮ່ວມໃຈກັບ ມຽນມາ ແລະ ໄທ ໃນການແກ້ໄຂຜົນກະທົບຈາກເຫດແຜ່ນດິນໄຫວ

ASEAN ຮ່ວມແຮງຮ່ວມໃຈກັບ ມຽນມາ ແລະ ໄທ ໃນການແກ້ໄຂຜົນກະທົບຈາກເຫດແຜ່ນດິນໄຫວ

ນີ້ແມ່ນການຢືນຢັນ ຂອງ ບັນດາລັດຖະມົນຕີ ກະຊວງການຕ່າງປະເທດ ASEAN ໃນກອງປະຊຸມສຸກເສີນພິເສດ ຈັດຂຶ້ນໂດຍປະເທດ ມາເລເຊຍ ເຊິ່ງເປັນປະທານ ASEAN ໃນປີ 2025 ຜ່ານລະບົບທາງໄກ ເພື່ອຕອບສະໜອງຕໍ່ເຫດການແຜ່ນດິນໄຫວ ຢ່າງຮຸນແຮງຂະໜາດ 7.7 ຣິກເຕີ ທີ່ເຮັດໃຫ້ສັ່ນສະເທືອນປະເທດ ມຽນມາ ແລະ ໄທ ເມື່ອວັນທີ 28 ມີນາ.

Top