ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ປະກອບຄຳເຫັນກ່ຽວກັບແຜນຍຸດທະສາດວຽກງານແນວຄິດຂອງພັກ ໃນສະພາບການຫັນເປັນດີຈີຕອນ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນຊີ້ນຳ (ພາບ: VOV)
ຕ່ອນບ່າຍວັນທີ 15 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ປະກອບຄຳເຫັນກ່ຽວກັບແຜນຍຸດທະສາດວຽກງານແນວຄິດຂອງພັກ ໃນສະພາບການຫັນເປັນດີຈີຕອນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງແຜນຕ້ອງເຊື່ອມຊືມ 4 ທັດສະນະຊີ້ນຳໃຫຍ່, ໃນນັ້ນຕ້ອງຢຶດໝັ້ນຕໍ່ພື້ນຖານແນວຄິດຂອງພັກ, ພ້ອມທັງປ່ຽນແປງໃໝ່ຢ່າງແຮງ ວິທີການວຽກງານແນວຄິດ. ທ່ານໃຫ້ຮູ້ວ່າ:
ວຽກງານແນວຄິດບໍ່ພຽງແຕ່ໂຄສະນາ, ສຶກສາເທົ່ານັ້ນ ຫາກຍັງຕ້ອງກະກຽມຄວາມຮູ້ບຮູ້ສັງຄົມ, ສ້າງຄວາມເຫັນດີເຫັນພ້ອມດ້ານນະໂຍບາຍ, ປັບປຸງລະບຽບວິໄນ, ສະຫຼຸບການປະຕິບັດໃນຕົວຈິງ, ພັດທະນາທິດສະດີ, ປົກປ້ອງອິດທິພົນຊື່ສຽງ, ຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ, ລັດ ແລະ ລະບົບ. ຕ້ອງປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງ ການກໍ່ສ້າງ ແລະ ປ້ອງກັນ,ຖືການກໍ່ສ້າງເປັນກົກ, ຖືການຕ້ານເປັນໜ້າທີ່ປະຕິບັດເປັນປະຈຳ.
(ແຫຼ່ງຄັດຈາກ VOV)