ກ່ອນນີ້ 78 ປີ (29/05/1948), ສປຊ ໄດ້ຈັດສົ່ງຄະນະຈັດຕັ້ງການຕິດຕາມກວດກາສັນຕິພາບ ສປຊ (UNTSO) ຢ່າງເປັນທາງການ. ນັບແຕ່ນັ້ນມາ, ວັນທີ 29 ພຶດສະພາ ຂອງທຸກໆປີ ໄດ້ກາຍເປັນວັນກຳລັງຮັກສາສັນຕິພາບ ສປຊ ສາກົນ.
ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ຄະນະຮັກສາສັນຕິພາບ ສປຊ (ພາບປະກອບ: ຄະນະຮັກສາສັນຕິພາບ ຫວຽດນາມ ປະຈຳ ສປຊ)
ໂດຍແມ່ນສະມາຊິກທີ່ຕັ້ງໜ້າຂອງ ສປຊ ນັບແຕ່ປີ 1977, ຫວຽດນາມ ໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນພາລະກຳຮັກສາສັນຕິພາບໂລກ ຂອງ ສປຊ. ນັບແຕ່ເດືອນພຶດສະພາ 2014 ມາຮອດປັດຈຸບັນ, ຫວຽດນາມ ໄດ້ສົ່ງນາຍທະຫານ ແລະ ທະຫານເປັນມືອາຊີບເກືອບ 1.400 ເທື່ອຄົນໄປປະຕິບັດໜ້າທີ່ຢູ່ບັນດາຄະນະຮັກສາສັນຕິພາບ ສປຊ. ບັນດາກຳລັງນີ້ ໄດ້ ແລະ ພວມປະຕິບັດສຳເລັດໜ້າທີ່ຢ່າງດີເລີດ, ໄດ້ຮັບການຕີລາຄາສູງຈາກ ສປຊ, ກອງບັນຊາການຄະນະຮັກສາສັນຕິພາບບັນດາປະເທດ ກ່ຽວກັບທັງລະດັບວິຊາການ, ຄວາມສາມາດຈັດຕັ້ງວຽກງານ ແລະ ສະຕິປະຕິບັດລະບຽບວິໄນ… ທ່ານ ພັນເອກ Yeman Yao Arsene, ຫົວໜ້າຄະນະແຜນການ, ຕຳຫຼວດຄະນະ MINUSCA ໃຫ້ຄຳເຫັນວ່າ:
“ຄູ່ຮ່ວມງານ ຫວຽດນາມ ຍາມໃດກໍສະແດງລັກສະນະເປັນລະບຽບວິໄນໄດ້ເປັນຢ່າງດີຫຼາຍ. ເຂົາເຈົ້າປະຕິບັດຖືກຕ້ອງຕາມໂມງເວລາ, ເຄົາລົບລະບົບແບ່ງຂັ້ນບັນຊາ ແລະ ມີບັນດາມາດຕະຖານສູງສຸດກ່ຽວກັບການນຸ່ງຊຸດແບບຟອມ ກໍຄືການປະພຶດ. ນັ້ນແມ່ນບັນດາຄູ່ຮ່ວມງານທີ່ດີທີ່ສຸດ ແລະ ການສົມທົບກັບພາກສ່ວນກໍນັບມື້ນັບມີຄວາມຜູກພັນກັນຢ່າງແໜ້ນແຟ້ນກວ່າ.”
(ແຫຼ່ງຄັດຈາກ VOV)