ວັນທີ 19 ມີນາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມີບົດຂຽນດ້ວຍຫົວຂໍ້ວ່າ “ວັນບຸນຂອງປະເທດຊາດ ແລະ ໜ້າທີ່ຄວາມຮັບຜິດຊອບຕໍ່ປະຊາຊົນ”.
ທ່ານເລຂາທິການໃຫຍ່ ໂຕເລິມ ປະຕິບັດສິດຂອງພົນລະເມືອງ, ໄປປ່ອນບັດເລືອກຕັ້ງ (ພາບປະກອບ: VGP)
ໃນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ເພື່ອປະຕິບັດຄວາມຄາດຫວັງໃຫ້ ຫວຽດນາມ ກາຍເປັນປະເທດພັດທະນາ ມີລາຍຮັບສູງໃນປີ 2045, ບັນດາສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນອາຍຸການໃໝ່ ຕ້ອງມານະພະຍາຍາມປ່ຽນແປງໃໝ່, ຕິດແທດກັບສະພາບການຕົວຈິງຂອງພາລະກິດແຫ່ງການປ່ຽນແປງໃໝ່, ຕັ້ງໜ້າປະກອບສ່ວນພູມປັນຍາໃນການສ້າງລະບົບກົດໝາຍໃຫ້ສົມບູນແບບ, ເພີ່ມທະວີປະສິດທິຜົນການຕິດຕາມກວດກາສູງສຸດ ແລະ ຕັດສິນບັນດາບັນຫາສຳຄັນຢ່າງຖືກຕ້ອງ. ພິເສດ, ສະມາຊິກແຕ່ລະສະຫາຍ ຕ້ອງຮັກສາການຕິດຕໍ່ກັບຜູ້ມີສິດເລືອກຕັ້ງຢ່າງແໜ້ນແຟ້ນ, ຍາມໃດກໍ່ຮັບຟັງສຽງເວົ້າຂອງປະຊາຊົນ, ຍົກອອກບັນດາບັນຫາຮ້ອນໃຈຂອງຊີວິດເຂົ້າໃນເວທີການເມືອງ ເພື່ອປຶກສາຫາລື ແລະ ແກ້ໄຂຢ່າງທັນການ.
ສະຫຼຸບບົດຂຽນ, ທ່ານເລຂາທິການໃຫຍ່ຢືນຢັນວ່າ ຜົນສຳເລັດຂອງການເລືອກຕັ້ງໄດ້ເປີດປະຖົມປັດໃຈ, ກຳລັງໜູນໃໝ່ ເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ເປັນເທື່ອລະກ້າວ.
(ແຫຼ່ງຄັດຈາກ VOV)