ຕາມຂໍ້ມູນຈາກຫ້ອງວ່າການສະພາແຫ່ງຊາດ, ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຮ່າງກົດໝາຍຈຳນວນໜຶ່ງ
ວາລະປະຊຸມຄັ້ງທີ 54 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ (ພາບປະກອບ)
ວາລະປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະໄດ້ແບ່ງເປັນ 2 ຄັ້ງ: ຄັ້ງທີ 1 ຈະຈັດຂຶ້ນໃນວັນທີ 02 ມີນາ; ຄັ້ງທີ 2 ຈະຈັດຂຶ້ນແຕ່ວັນທີ 16 – 17 ມີນາ ຢູ່ ຮ່າໂນ້ຍ. ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ຈະກ່າວຄຳເຫັນໄຂວາລະປະຊຸມໃນວັນທີ 02 ມີນາ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດພັດປ່ຽນບໍລິຫານເນື້ອໃນວາລະປະຊຸມ
ຕາມຂໍ້ມູນຈາກຫ້ອງວ່າການສະພາແຫ່ງຊາດ, ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຮ່າງກົດໝາຍຈຳນວນໜຶ່ງ, ໃນນັ້ນມີ: ກົດໝາຍວ່າດ້ວຍການເຂົ້າເຖິງຂໍ້ມູນ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍອົງການຜູ້ຕາງໜ້າຂອງປະເທດ ສສ.ຫວຽດນາມ ປະຈຳຕ່າງປະເທດ; ກົດໝາຍວ່າດ້ວຍການເຫຼື້ອມໃສ, ເຊື່ອຖືສາສະໜາ; ກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ)…; ພ້ອມກັນນັ້ນ, ກໍ່ຈະພິຈາລະນາ, ຮັບຮອງເອົາມະຕິສຳຄັນຈຳນວນໜຶ່ງ.
(ແຫຼ່ງຄັດຈາກ VOV)