• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ບຸກໂຈມຕີ ອີຣານ

ວັນທີ 28 ກຸມພາ, ສື່ມວນຊົນ ອາເມລິກາ ໃຫ້ຂ່າວວ່າ, ປະເທດນີ້ພວມເຂົ້າຮ່ວມບັນດາການບຸກໂຈມຕີເຂົ້າໃສ່ ອີຣານ ພ້ອມກັບ ອິດສະຣາແອັນ, ແລະ ບັນດາການບຸກໂຈມຕີກໍ່ພວມດຳເນີນໄປ.
  ອາເມລິກາ ສົມທົບກັບ ອິດສະຣາແອັນ ເປີດບັ້ນບຸກໂຈມຕີທາງອາກາດແນໃສ່ ອີຣານ ໃນນັ້ນມີທັງນະຄອນຫຼວງ ເຕເຮຣານ (ພາບ: WANA/REUTERS)  

ຕອນຄ່ຳວັນທີ 27 ກຸມພາ (ຕາມເວລາທ້ອງຖິ່ນ, ສື່ມວນຊົນ ອາເມລິກາ ໄດ້ຄັດຄຳເວົ້າຂອງບັນດາເຈົ້າໜ້າທີ່ໂດຍໃຫ້ຮູ້ວ່າ, ປະເທດນີ້ໄດ້ສົມທົບກັບ ອີດສະຣາແອັນ ເປີດບັ້ນບຸກໂຈມຕີທາງອາກາດແນໃສ່ ອີຣານ ໃນນັ້ນມີທັງນະຄອນຫຼວງ ເຕເຮຣານ. ບັນດາການບຸກໂຈມຕີເຂົ້າໃສ່ ອີຣານ ຂອງທະຫານປະສົມ ອາເມລິກາ, ອິດສະຣາແອັນ ໄດ້ເຮັດໃຫ້ ອີຣານ ຕ້ອງປິດນ່ານຟ້າໃນທັນທີ. ຕາມບັນດາເຈົ້າໜ້າທີ່ ອາເມລິກາ, ບັນດາບັ້ນບຸກໂຈມຕີແນໃສ່ ອີຣານ ໄດ້ປະຕິບັດທັງທາງອາກາດ ແລະ ທາງທະເລ.

        ປະຈຸບັນ, ຝ່າຍ ອາເມລິກາ ຍັງບໍ່ທັນສະໜອງຂໍ້ມູນລະອຽດກ່ຽວກັບບັນດາບັ້ນບຸກໂຈມຕີແນໃສ່ ອີຣານ ເທື່ອ. ເຖິງຢ່າງໃດກໍ່ຕາມ, ຕາມຝ່າຍ ອິດສະຣາແອັນ ແລ້ວ, ປະເທດນີ້ໄດ້ສົມທົບກັບ ອາເມລິກາ ເພື່ອປະຕິບັດບັ້ນຮົບ ແລະ ໄດ້ຂຶ້ນແຜນກ່ອນນັ້ນເປັນຫຼາຍເດືອນແລ້ວ.

        ໂດຍມີປະຕິກິລິຍາພາຍຫຼັງບັນດາບັ້ນບຸກໂຈມຕີຂອງ ອິດສະຣາແອັນ ໃນຮຸ່ງເຊົ້າວັນທີ 28 ກຸມພາ, ທ່ານ Ebrahim Azizi,, ຫົວໜ້າຄະນະຄວາມໝັ້ນຄົງແຫ່ງຊາດ ອີຣານ, ໄດ້ຖະແຫຼງຄືດັ່ງ ເຕເຮຣານ ໄດ້ເຄີຍກ່າວເຕືອນ, ຜົນຕາມມາຂອງບັນດາການກະທຳເຊິ່ງ ອິດສະຣາແອັນ ຫາກໍ່ເລີ່ມຕົ້ນນັ້ນ “ບໍ່ນອນໃນການຄວບຄຸມ” ຂອງ ອິດສະຣາແອັນ ອີກ. ເຕເຮຣານ ພວມກະກຽມໂຕ້ຕອບຢ່າງຮ້າຍແຮງ.

        ຕາມແຫຼ່ງຂ່າວຈາກສຳນັກຂ່າວສານທາງການ IRNA ຂອງ ອີຣານ, ມີຢ່າງໜ້ອຍສຸດ 2 ເຂດຢູ່ໃຈກາງນະຄອນຫຼວງເກີດມີກຸ່ມຄວັນຂຶ້ນ. ບັນດາເຫດລະເບີດໄດ້ຮັບຟຈາກທາງທິດເໜືອ ແລະ ທິດຕາເວັນອອກນະຄອນຫຼວງ ເຕເຮຣານ, ກໍຄືຢູ່ບັນດານະຄອນອື່ນ.

        ໃນຄະນະນັ້ນ, ສື່ມວນຊົນ ອິດສະຣາແອັນ ໃຫ້ຂ່າວກ່ຽວກັບບັນດາບັ້ນບຸກໂຈມຕີແນໃສ່ນະຄອນຫຼວງ ເຕເຮຣານ ແມ່ນແນໃສ່ບັນດາຮາກຖານຂອງອຳນາດການປົກຄອງ ແລະ ບັນດາເປົ້າໝາຍການທະຫານຍຸດທະສາດຂອງ ອີຣານ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ປອກຕຸຍການ ປາດຖະໜາຢາກເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍເລິກເຊິ່ງຂຶ້ນຕື່ມ

ຫວຽດນາມ ແລະ ປອກຕຸຍການ ປາດຖະໜາຢາກເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍເລິກເຊິ່ງຂຶ້ນຕື່ມ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ

Top