ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາຢືນຢັນວ່າ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ແມ່ນນັກການເມືອງໝັ້ນຄົງແນວແນ່, ກໍ່ສ້າງລັດຂອງປະຊາຊົນຢ່າງສຸດຈິດສຸດໃຈ; ເປັນນັກເສດຖະກິດທີ່ຕິດແທດກັບຕົວຈິງຢ່າງເລິກເຊິ່ງ
ທີ່ກອງປະຊຸມວິທະຍາສາດ (ພາບ: VGP)
ເນື່ອງໃນໂອກາດສະເຫຼີມສະຫຼອງ 120 ປີແຫ່ງວັນເກີດ ທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີ ຫວຽດນາມ (01 ມີນາ 1906 – 01 ມີນາ 2026), ຕອນບ່າຍວັນທີ 28 ກຸມພາ, ຢູ່ແຂວງ ກວາງງ້າຍ ໄດ້ຈັດກອງປະຊຸມວິທະຍາສາດ “ສະຫາຍ ຟ້າມວັນດົ່ງ - ການນຳທີ່ຕັ້ງໝັ້ນໃນຄວາມຈົງຮັກພັກດີ, ເປັນແບບຢ່າງຂອງພັກ ແລະ ການປະຕິວັດ ຫວຽດນາມ, ຜູ້ເປັນລູກທີ່ດີເລີດຂອງບ້ານເກີດເມືອງນອນ ກວາງງ້າຍ”.
ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາຢືນຢັນວ່າ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ແມ່ນນັກການເມືອງໝັ້ນຄົງແນວແນ່, ກໍ່ສ້າງລັດຂອງປະຊາຊົນຢ່າງສຸດຈິດສຸດໃຈ; ເປັນນັກເສດຖະກິດທີ່ຕິດແທດກັບຕົວຈິງຢ່າງເລິກເຊິ່ງ; ເປັນນັກວັດທະນະທຳທີ່ຖືການສຶກສາເປັນສຳຄັນ; ເປັນນັກການທູດທີ່ມີຄວາມເຊື່ອໝັ້ນຂອງສາກົນ. ທາງດ້ານວັດທະນະທຳ ແລະ ການພົວພັນຕ່າງປະເທດ, ບັນດາບົດປະກອບຄຳເຫັນໄດ້ເຮັດແຈ້ງວິຖີການທູດ ໂຮ່ຈີມິນ ເຊິ່ງທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ໝູນໃຊ້ຢ່າງມີໄຫວພິບ; ສົມທົບກັນຢ່າງກົມກຽວລະຫວ່າງຜົນປະໂຫຍດຂອງຊາດ ແລະ ບັນດາຄຸນຄ່າທົ່ວໄປຂອງມະນຸດ; ມີສັດທະນະລຸລ່ວງກ່ຽວກັບການປ່ຽນແປງໃໝ່ຢ່າງຮອບດ້ານ, ຖືມະນຸດເປັນໃຈກາງ, ຖືວັດທະນະທຳທັງເປັນເປົ້າໝາຍ, ທັງເປັນກຳລັງໜູນການພັດທະນາ.
(ແຫຼ່ງຄັດຈາກ VOV)