• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ວັດ ຕາປະ – ວັດຂະແມທີ່ມີເອກະລັກໂດດເດັ່ນເທິງຍອດເຂົາ ຢູ່ແຂວງ ອານຢາງ

ວັດ ຕາປະ (ຫຼື ວັດ ຈືນນຸມ ຕາມພາສາ ຂະແມ) ແມ່ນສະຖານທີ່ ພຸດທະສາສະໜານິກາຍຫິນະຍານເຜົ່າ ຂະແມ ທີ່ມີຊື່ສຽງ ແລະ ແມ່ນສະຖານທີ່ທ່ອງທ່ຽວທາງດ້ານຈິດວິນຍານທີ່ໂດດເດັ່ນຂອງ ແຂວງ ອານຢາງ. ດ້ວຍເນື້ອທີ່ທັງໝົດເກືອບ 4.000 ມ2 ຕັ້ງຢູ່ເທິງຈອມພູ, ວັດແຫ່ງນີ້ ໄດ້ຖືກສ້າງຂຶ້ນ ດ້ວຍສະຖາປັດຕະຍະກຳ ທີ່ເປັນເອກະລັກ, ໂຄງສ້າງທັງໝົດ ຂອງວັດ ໄດ້ຖືກຮອງຮັບ ດ້ວຍເສົາຊີມັງ ທີ່ແໜ້ນໜາ 120 ເສົາ ເຊິ່ງມີຄວາມສູງແຕ່ 5 ຫາ 18 ມ. ເມື່ອເບິ່ງຈາກທາງໄກ, ວັດ ຂະແມ ແຫ່ງນີ້ປຽບເໝືອນລອຍຢູ່ກາງອາກາດ ໂດຍມີປ່າພູ ທີ່ຂຽວງາມອ້ອມຮອບ, ກາຍເປັນຈຸດໝາຍປາຍທາງ ທີ່ດຶງດູດ ນັກທ່ອງທ່ຽວທຸກຄັ້ງທີ່ມາຢ້ຽມຢາມຕາແສງ ຈີໂຕນ.

ຄວາມງາມທີ່ມີເອກະລັກຂອງວັດ ຕາປະ. ພາບ: ແຄ໋ງຮ່ວາ – VNA
ເມື່ອເບິ່ງຈາກທາງໄກ, ວັດຂະແມແຫ່ງນີ້ປຽບເໝືອນ ລອຍຢູ່ກາງອາກາດ. ພາບ: ແຄ໋ງຮ່ວາ – VNA

ຈຸດເດັ່ນທີ່ໜ້າປະທັບໃຈທີ່ສຸດ ຂອງວັດ ຕາປະ ແມ່ນການ ປະສົມປະສານຢ່າງກົມກຽວ ລະຫວ່າງ ສິລະປະ ການຄວັດສະຫຼັກ ແບບ ຂະແມດັ້ງເດີມ ແລະ ທັດສະນີຍະພາບທາງທຳມະຊາດທີ່ສະຫງ່າງາມ. ຫຼັງຄາວັດຖືກອອກແບບເປັນຊົງຄ້ອຍຊັນ ຊ້ອນກັນຫຼາຍຊັ້ນ, ປະດັບປະດາດ້ວຍຮູບປັ້ນພະຍານາກທີ່ມີລວດລາຍອັນປານີດ ອ່ອນຊ້ອຍມຸ່ງສູ່ທ້ອງຟ້າ. ຕາມຝາ ແລະ ເສົາພາຍໃນສິມ ແມ່ນມີການຄວັດສະຫຼັກເລື່ອງລາວກ່ຽວກັບພຸດທະປະຫວັດ, ສ້າງບັນຍາກາດທີ່ສັກສິດ ແລະ ສະຫງົບງຽບ, ຊ່ວຍໃຫ້ຜູ້ມາຢ້ຽມຢາມຮູ້ສຶກຜ່ອນຄາຍຈິດໃຈ.

ສະຖາປັດຕະຍະກຳທີ່ເປັນເອກະລັກຂອງວັດ ຕາປະ. ພາບ: ແຄ໋ງຮ່ວາ – VNA

ເມື່ອເບິ່ງຈາກທາງໄກ, ວັດຂະແມແຫ່ງນີ້ປຽບເໝືອນ ລອຍຢູ່ກາງອາກາດ ໂດຍມີປ່າພູທີ່ຂຽວງາມອ້ອມຮອບ. ພາບ: ແຄ໋ງຮ່ວາ – VNA

ຈາກບໍລິເວນວັດເທິງຍອດພູ, ນັກທ່ອງທ່ຽວສາມາດຊົມ ທັດສະນີຍະພາບອັນສວຍງາມຂອງເຂດ ໄບນຸ໋ຍ (ເຈັດພູ) ໄດ້ຢ່າງສຸດສາຍຕາ. ຢູ່ຕີນພູແມ່ນທົ່ງນາ ຕາປະ ທີ່ກວ້າງໃຫຍ່ໄພສານ, ປ່ຽນສີສັນໄປຕາມລະດູການເກັບກ່ຽວ, ພ້ອມກັບຕົ້ນຕານທີ່ສູງສະຫງ່າ ເຊິ່ງເປັນເອກະລັກຂອງແຜ່ນດິນ ອານຢາງ. ທ່າມກາງສຽງລະຄັງວັດ ທີ່ດັງກ້ອງກັງວານ ຢູ່ກາງ ພູຜາປ່າໄມ້, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຊື່ນຊົມ ກັບສິ່ງກໍ່ສ້າງ ທີ່ຍິ່ງໃຫຍ່ເທົ່ານັ້ນ, ແຕ່ຍັງໄດ້ສຳຜັດກັບ ການເຊື່ອມໂຍງ ອັນດີເລີດ ລະຫວ່າງຄວາມເຊື່ອທາງສາສະໜາ ແລະ ຄວາມງາມ ຂອງທຳມະຊາດ, ເຮັດໃຫ້ວັດ ຕາປະ ກາຍເປັນສັນຍະລັກ ທາງວັດທະນະທຳທີ່ລ້ຳຄ່າຂອງຊຸມຊົນຊາວ ຂະແມຢູ່ທີ່ນີ້.

ປະຕິບັດໂດຍ: VNA/VNP

ຄວາມໂດດເດັ່ນຂອງບ້ານເຮືອນຮ້ານຫີນ ຂວຍກີ

ຄວາມໂດດເດັ່ນຂອງບ້ານເຮືອນຮ້ານຫີນ ຂວຍກີ

ບ້ານຫີນ ຂວຍກີ ສັງກັດຕາແສງ ດ່າມຖຸຍ, ເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ ເປັນດິນແດນແຫ່ງຕຳນານຢູ່ເຂດຊາຍແດນ ດ້ວຍບັນດາເຮືອນຮ້ານຫີນທີ່ໝັ້ນຄົງ ແລະ ເກົ່າແກ່ ຂອງຊາວເຜົ່າໄຕ່ ທີ່ມີນິດໄສໃຈດີ ແລະ ລຽບງ່າຍ.

Top