• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ແຂວງ ກວາງ​ນິງ ມຸ່ງ​ໄປ​ເຖິງ​ສູນ​ທ່ອງ​ທ່ຽວ​ເຊື່ອມ​ຕໍ່​ພາກ​ພື້ນ ແລະ ສາ​ກົນ

ແຂວງ ກວາງນິງ ໄດ້ກຳນົດເປົ້າໝາຍຮອດປີ 2030 ກາຍເປັນສູນທ່ອງທ່ຽວເຊື່ອມຕໍ່ພາກພື້ນ ແລະ ສາກົນ, ຢັ້ງຢືນທີ່ຕັ້ງປາຍແຫຼມຂອງຂະແໜງທ່ອງທ່ຽວໃນໂຄງປະກອບເສດຖະກິດຢູ່ທ້ອງຖິ່ນ. ບໍ່ພຽງແຕ່ອີງໃສ່ຄວາມສາມາດບົ່ມຊ້ອນ, ທ່າແຮງທາງທຳມະຊາດ ແລະ ມໍລະດົກເທົ່ານັ້ນ, ແຂວງ ກວາງນິງ ພວມມີວິທີເຮັດໃໝ່, ສ້າງຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ເພື່ອກາຍເປັນສະຖານທີ່ພິເສດດຶງດູດແຂກທ່ອງທ່ຽວອີກດ້ວຍ.

ນັບແຕ່ຕົ້ນປີມາຮອດປັດຈຸບັນ, ແຂວງ ກວາງນິງ ຕ້ອນຮັບກ່ຳປັ່ນທ່ອງທ່ຽວສາກົນ 38 ລຳ (ພາບ: VOV)
ນັບແຕ່ຕົ້ນປີມາຮອດປັດຈຸບັນ, ແຂວງ ກວາງນິງ ໄດ້ຕ້ອນຮັບກ່ຳປັ່ນທ່ອງທ່ຽວສາກົນ 38 ລຳ ດ້ວຍຈຳນວນແຂກທ່ອງທ່ຽວສາກົນເກືອບ 49.000 ເທື່ອຄົນ, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ແຂວງ ກວາງນິງ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ຕ້ອນຮັບກ່ຳປັ່ນທ່ອງທ່ຽວຫຼາຍ, ຍ້ອນມີລະບົບທ່າກ່ຳປັ່ນ ແລະ ບັນດາຜະລິດຕະພັນທ່ອງທ່ຽວໄດ້ຮັບການເຮັດໃໝ່ຕະຫຼອດ ເພື່ອຕອບສະໜອງຄວາມຕ້ອງການທີ່ເປັນຫຼາຍຮູບຫຼາຍແບບຂອງແຂກທ່ອງທ່ຽວ. ທ່ານນາງ ເຈິ່ນງວ້ຽນ, ຜູ້ຕາງໜ້າກຸ່ມບໍລິສັດ Sun Group ໃຫ້ຮູ້ວ່າ:

ບັນດາວິສາຫະກິດ ໄດ້ພ້ອມກັນເຊື່ອມຕໍ່ເພື່ອນອກຈາກການສົ່ງເສີມການເຊີນບັນດາ famtrip, media trip  ມາເປັນເຈົ້າກາໂຄສະນາສື່ສານເຊື່ອມຕໍ່ບັນດາບໍລິສັດການບິນແລ້ວພວກຂ້າພະເຈົ້າກໍໄດ້ສ້າງ ແລະ ປັບປຸງຜະລິດຕະພັນໃໝ່ຢ່າງຕໍ່ເນື່ອງລາຍການຍິງບັ້ງໄຟດອກກໍແມ່ນຜະລິດຕະພັນໜຶ່ງ ຫຼືວ່າ ເຊີນ Hilton - ເຊິ່ງເປັນເຄື່ອງໝາຍການຄ້າໃຫຍ່ໃນໂລກ ເຂົ້າມາບໍລິຫານລະບົບ Yoko Onsen Quang Hanh”.

ຈຳນວນແຂກທ່ອງທ່ຽວສາກົນມາທ່ຽວ ຮະລອງ ນັບມື້ນັບຫຼາຍຂຶ້ນ (ພາບ: VOV)

ໄປຄຽງຄູ່ກັບການຕ້ອນຮັບແຂກທາງກ່ຳປັ່ນແລ້ວ, ແຂວງ ກວາງນິງ ຍັງພົ້ນເດັ່ນຂຶ້ນດ້ວຍຮູບແບບການທ່ອງທ່ຽວ MICE ເຊິ່ງເປັນຮູບແບບທ່ອງທ່ຽວ ສົມທົບການເຮັດວຽກ ກັບການພັກຜ່ອນຕາກອາກາດ ຮັບໃຊ້ໃຫ້ແກ່ວິສາຫະກິດ, ອົງການຈັດຕັ້ງ, ສະຫະສະມາຄົມ ດ້ວຍຂອບຂະໜາດໃຫຍ່ ແລະ ຮຽກຮ້ອງການບໍລິການທີ່ມີຄຸນນະພາບສູງ. ທ່າອ່ຽງດຶງດູດແຂກທ່ອງທ່ຽວ MICE ເຂົ້າມາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ເປີດໂອກາດໃຫຍ່ໃຫ້ແກ່ແຂວງ ກວາງນິງ ດ້ວຍບັນດາຄະນະແຂກທ່ອງທ່ຽວທີ່ມາຈາກຫຼາຍປະເທດໄດ້ເລືອກເອົາ ຮະລອງ, ບ໊າຍໄຈ ເປັນບ່ອນຈັດຕັ້ງກອງປະຊຸມສົມທົບກັບການພັກຜ່ອນ. ທ່ານນາງ ເລທິບິກຮັ່ງ, ຜູ້ອຳນວຍການສາຂາ ກວາງນິງ ຂອງບໍລິສັດທ່ອງທ່ຽວ Vietravel ຖືວ່າ:

ເພື່ອດຶງດູດແຂກທ່ອງທ່ຽວໃຫ້ຫຼາຍກວ່າອີກແຂວງ ກວາງນິງ ຕ້ອງຍົກສູງການທ່ອງທ່ຽວຊຸມຊົນແຂກທ່ອງທ່ຽວຫຼາຍຄົນຢາກຊອກຮູ້ກ່ຽວກັບວິຖີກາດຳລົງຊີວິດຮີດຄອງປະເພນີຂອງປະຊາຊົນທ້ອຖິ່ນນອກຈາກນັ້ນແລ້ວເພື່ອຕ້ອນຮັບບັນດາຄະນະແຂກທ່ອງທ່ຽວໃຫຍ່ແຕ່ 2.000  3.000 ຄົນນັ້ນແຂວງ ກວາງນິງ ຍັງຂາດພື້ນຖານດ້ານວັດຖຸຢູ່ໃນອະນາຄົດແຂວງ ກວາງນິງ ຈະມີບັນດາບາດກ້າວໃໝ່ ແລະ ຕອບສະໜອງຢ່າງຄົບຖ້ວນບົນພື້ນຖານນັ້ນ ບັນດາວິສາຫະກິດຕ້ອງໂຄສະນາ ແລະ ຂຸດຄົ້ນແຫຼ່ງແຂກທ່ອງທ່ຽວ”.

ຜະລິດຕະພັນທ່ອງທ່ຽວຢູ່ແຂວງ ຮະລອງ ນັບມື້ນັບມີຫຼາຍຮູບຫຼາຍແບບ (ພາບ: VOV)

ກວາງນິງ ບໍ່ພຽງແຕ່ມີທີ່ຕັ້ງສະດວກ ເມື່ອມີທັງດ່ານຊາຍແດນທາງບົກ ແລະ ທ່າກ່ຳປັ່ນທະເລ, ທ່າອາກາດສະຍານສາກົນເທົ່ານັ້ນ ຫາກຍັງແມ່ນບ່ອນທີ່ແຂກທ່ອງທ່ຽວແວ່ຢາມບັນດາມໍລະດົກໂລກ ເຊິ່ງອົງການ ສປຊ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ຮັບຮອງ, ເຊັ່ນ: ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ - ກົນເຊີນ, ກຽບບາກ; ອ່າວຮະລອງ - ໝູ່ເກາະ ກາດບ່າ. ນີ້ລ້ວນແຕ່ແມ່ນບັນດາທ່າໄດ້ປຽບພິເສດ ສ້າງກຳລັງໜູນເພື່ອໃຫ້ຂະແໜງທ່ອງທ່ຽວແຂວງ ກວາງນິງ ພັດທະນາ. ທ່ານ ຫງວຽນຈູ່ງແຄັງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ຢັ້ງຢືນວ່າ:

ດ້ວຍບັນດາແຫຼ່ງຊັບພະຍາກອນທຳມະຊາດບັນດາມໍລະດົກໂລກ ເຊິ່ງອົງການ UNESCO ໄດ້ຮັບຮອງ ແລະ ລະບົບພື້ນຖານໂຄງລ່າງດ້ານວັດຖຸຫວັງວ່າ ກວາງນິງ  ຈະບຸກທະລຸຢ່າງແຮງໃນໄລຍະຈະມາເຖິງດ້ວຍບັນດາຜະລິດຕະພັນທ່ອງທ່ຽວທີ່ມີທ່າແຮງ”.

ບັນດາກິດຈະກຳຕອນກາງຄືນບໍ່ພຽງແຕ່ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວພາຍໃນເທົ່ານັ້ນ, ຫາກຍັງມີແຂກທ່ອງທ່ຽວສາກົນຫຼາຍຄົນເຂົ້າຮ່ວມອີກດ້ວຍ (ພາບ: VOV)

ປີ 2025, ແຂວງ ກວາງນິງ ສູ້ຊົນຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ 20 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 4,5 ລ້ານເທື່ອຄົນ. ຮອດປີ 2030, ກວາງນິງ ວາງເປົ້າໝາຍກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະຍຶນຍົງ, ຢັ້ງຢືນບົດບາດເປັນສູນທ່ອງທ່ຽວເຊື່ອມຕໍ່ພາກພື້ນ ແລະ ໂລກ, ຈຸດສຸມການທ່ອງທ່ຽວແຖວໜ້າຂອງຊາດ; ສູ້ຊົນຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ກວ່າ 26 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 9 ລ້ານເທື່ອຄົນ. ທ່ານ ຫງວຽນເລິມງວຽນ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນິງ, ໃຫ້ຮູ້ວ່າ:

ແຂວງ ກວາງນິງ ໄດ້ວາງອອກຫຼາຍແຜນການໃນການສ້າງບັນດາສະຖາບັນວັດທະນະທຳກິລາ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວມາແຫ່ງນີ້ໂດຍສະເພາະແມ່ນການຈັດຕັ້ງບັນດາກອງປະຊຸມສຳມະນາລາຍກາສະແດງສິລະປະບັນດາເຫດການ ແລະ ກິດຈະກຳກິລາແຂວງ ກວາງນິງ ພວມມີແຜນການດຶງດູດບັນດານັກລົງທຶນຍຸດທະສາດບັນດາວິສາຫະກິດລົງທຶນເຂົ້າບັນດາສະຖາບັນບັນດາພື້ນຖານໂຄງລ່າງເພື່ອຮັບໃຊ້ໃຫ້ແກ່ການພັດທະນາການທ່ອງທ່ຽວພັດທະນາອຸດສາຫະກຳວັດທະນະທຳ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຂວງ ເວົ້າລວມ".

ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ - ກົນເຊີນ, ກຽບບາກ (ພາບ: VOV)

ມຸ່ງໄປເຖິງເປົ້າໝາຍກາຍເປັນສູນທ່ອງທ່ຽວສາກົນ, ແຂວງ ກວາງນິງ ບໍ່ພຽງແຕ່ຂຸດຄົ້ນບັນດາສິ່ງທີ່ທຳມະຊາດດົນບັນດານໃຫ້ເທົ່ານັ້ນ, ຫາກຍັງເປັນເຈົ້າການເຊື່ອມໂຍງ, ມີການບໍລິການທີ່ເປັນມືອາຊີບ, ຫັນຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ. ກວາງນິງ ມຸ່ງໄປເຖິງກາຍເປັນໜຶ່ງໃນບັນດາສູນທ່ອງທ່ຽວພັດທະນາແຖວໜ້າຂອງທົ່ວປະເທດ, ສວມບົດບາດເປັນປະຕູຮ່ວມມື, ເຊື່ອມຕໍ່ການທ່ອງທ່ຽວກັບພາກພື້ນ ແລະ ສາກົນ, ພັດທະນາການທ່ອງທ່ຽວ “ທ່ອງທ່ຽວ 4 ລະດູ”./.

(ແຫຼ່ງຄັດຈາກ VOV)

ວັດ ຕາປະ – ວັດຂະແມທີ່ມີເອກະລັກໂດດເດັ່ນເທິງຍອດເຂົາ ຢູ່ແຂວງ ອານຢາງ

ວັດ ຕາປະ – ວັດຂະແມທີ່ມີເອກະລັກໂດດເດັ່ນເທິງຍອດເຂົາ ຢູ່ແຂວງ ອານຢາງ

ວັດ ຕາປະ (ຫຼື ວັດ ຈືນນຸມ ຕາມພາສາ ຂະແມ) ແມ່ນສະຖານທີ່ ພຸດທະສາສະໜານິກາຍຫິນະຍານເຜົ່າ ຂະແມ ທີ່ມີຊື່ສຽງ ແລະ ແມ່ນສະຖານທີ່ທ່ອງທ່ຽວທາງດ້ານຈິດວິນຍານທີ່ໂດດເດັ່ນຂອງ ແຂວງ ອານຢາງ. ດ້ວຍເນື້ອທີ່ທັງໝົດເກືອບ 4.000 ມ2 ຕັ້ງຢູ່ເທິງຈອມພູ, ວັດແຫ່ງນີ້ ໄດ້ຖືກສ້າງຂຶ້ນ ດ້ວຍສະຖາປັດຕະຍະກຳ ທີ່ເປັນເອກະລັກ, ໂຄງສ້າງທັງໝົດ ຂອງວັດ ໄດ້ຖືກຮອງຮັບ ດ້ວຍເສົາຊີມັງ ທີ່ແໜ້ນໜາ 120 ເສົາ ເຊິ່ງມີຄວາມສູງແຕ່ 5 ຫາ 18 ມ. ເມື່ອເບິ່ງຈາກທາງໄກ, ວັດ ຂະແມ ແຫ່ງນີ້ປຽບເໝືອນລອຍຢູ່ກາງອາກາດ ໂດຍມີປ່າພູ ທີ່ຂຽວງາມອ້ອມຮອບ, ກາຍເປັນຈຸດໝາຍປາຍທາງ ທີ່ດຶງດູດ ນັກທ່ອງທ່ຽວທຸກຄັ້ງທີ່ມາຢ້ຽມຢາມຕາແສງ ຈີໂຕນ.

Top