• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລົດ​ໄຟ​ຮ່າ​ໂນ້ຍ 5 ​ປະຕູເຂົ້າ​ເມືອງດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ເປັນ​ຈຳ​ນວນຫຼາຍ​ພາຍຫຼັງ​ການ​ເຄື່ອນ​ໄຫວ​ມາ​ເປັນ​ເວ​ລາ 1 ປີ

ໃນ​ຖ້ຽວ​ລົດ​ນີ້, ແຂກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້ເຊື່ອມ​ຕົວ​ຢູ່ໃນ​ທ່າມ​ກາງບັນ​ຍາ​ກາດ​ວັດ​ທະ​ນະ​ທຳ​ອີກ​ດ້ວຍ.
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ໃນ​ລົດ​ໄຟ (ພາບ: VNP)
ພາຍຫຼັງ 1 ປີ​ເຄື່ອນ​ໄຫວ ລົດ​ໄຟ​ຮ່າ​ໂນ້ຍ The Hanoi Train - ຮ່າ​ໂນ້ຍ 5 ປະ​ຕູເຂົ້າ​ເມືອງ, ລົດ​ໄຟ​ໂດຍ​ບໍ​ລິ​ສັດ BHL ເຄື່ອນ​ໄຫວ​ໄດ້​ປະ​ຕິ​ບັດ ເກືອບ 400 ຖ້ຽວ, ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ເກືອບ 100.000 ເທື່ອ​ຄົນ, ໃນ​ນັ້ນ ແຂກ​ທ່ອງ​ທ່ຽວ​ສາ​ກົນ​ກວມ​ເອົາ​ປະ​ມານ 40%, ສ່ວນຫຼາຍ​ມາ​ຈາກ​ຝ​ລັ່ງ, ອົດ​ສະ​ຕາ​ລີ, ຈີນ, ສ.ເກົາຫຼີ. ວັນ​ທີ 19 ສິງ​ຫາ 2025, ຮ່າ​ໂນ້ຍ 5 ປະ​ຕູ​​ເຂົ້າ​ເມືອງໄດ້​ປະ​ຕິ​ບັດ​ຖ້ຽວ​ລົດ​ທຳ​ອິດ ແລະ ນັບ​ແຕ່​ວັນ​ທີ 6 ກັນ​ຍາ 2025, ລົດ​ໄຟ​ໄດ້​ເລີ່ມ​ເຄື່ອນ​ໄຫວ​ດ້ວຍ​ຄວາມ​ຖີ່ 1ຖ້ຽວ/ວັນ, ຕາມ​ຂະ​ບວນ​ການ​ເດີນ​ທາງ​ແຕ່ສ​ະ​ຖາ​ນີ​ລົດ​ໄຟ ຮ່າ​ໂນ້ຍ - ຕື່ມ​ເຊີນ - ລອງ​ບຽ​ນ​ແລ້ວ​ກັບ​ເມືອ​ສ​ະ​ຖາ​ນີ​ລົດ​ໄຟ ​ຮ່າ​ໂນ້ຍ. ໃນ​ຖ້ຽວ​ລົດ​ນີ້, ແຂກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້ເຊື່ອມ​ຕົວ​ຢູ່ໃນ​ທ່າມ​ກາງບັນ​ຍາ​ກາດ​ວັດ​ທະ​ນະ​ທຳ​ອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ສໍ້​ໂກງແຫຼ່ງ ​ຕົ້ນ​ກຳ​ເນີດ ແລະ ເປັນ​ປະ​ເທດຄ່ຽນ​ຖ່າຍ​ສິນ​ຄ້າ​ແບບ​ຜິດ​ກົດ​ໝາຍ

ຫວຽດ​ນາມ ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ສໍ້​ໂກງແຫຼ່ງ ​ຕົ້ນ​ກຳ​ເນີດ ແລະ ເປັນ​ປະ​ເທດຄ່ຽນ​ຖ່າຍ​ສິນ​ຄ້າ​ແບບ​ຜິດ​ກົດ​ໝາຍ

ຫວຽດ​ນາມ​ມີ​ແຜນ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ການ​ຄ້າ​ທີ່​ໂປ່ງ​ໃສ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ບົນ​ພື້ນ​ຖານ​ເສ​ລີ​ພາບ, ຍຸ​ຕິ​ທຳ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສອດ​ຄ່ອງ​ກັບ​ບັນ​ດາ​ຂໍ້​ຕົກ​ລົງ​ສອງ​ຝ່າຍ, ຫຼາຍ​ຝ່າຍ, ກໍ່​ຄື​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ອົງ​ການ​ການ​ຄ້າ​ໂລກ

Top