ໃນລະຫວ່າງວັນທີ 02 – 03 ກຸມພາ, ມີຫຼາຍຄະນະພັກ, ກະຊວງ, ຂະແໜງການ, ສຳນັກງານອົງການຂອງລາວ ໄດ້ເຂົ້າໄປຍັງສະຖານທູດ ຫວຽດນາມ ປະຈຳ ລາວ ອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 96 ປີ (03/02/1930 – 03/02/2026) ແລະ ບຸນປີໃໝ່ປະຈຳຊາດປີມະເມຍ 2026.
ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ (ເບື້ອງຂວາມື) ຕ້ອນຮັບທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ມາອວຍພອນ (ພາບ: VOV)
ບັນດາຜູ້ແທນຂອງລາວ ສະແດງຄວາມຊົມເຊີຍມາຍັງ ຫວຽດນາມ ທີ່ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ພ້ອມດຽວກັນນັ້ນ, ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນແບບພິເສດຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ສ້າງພື້ນຖານ, ການນຳ ແລະ ປະຊາຊົນລຸ້ນຕ່າງໆຂອງສອງປະເທດໄດ້ມີການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.
ສ່ວນທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ; ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮຽງບ່າຮຽງໄຫຼ່ເພື່ອພ້ອມກັນສ້າງສາ ແລະ ພັດທະນາປະເທດຊາດ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນມິງເຕີມ ຢັ້ງຢືນວ່າ ສະຖານທູດ ຫວຽດນາມ ປະຈຳ ລາວ ຈະພ້ອມກັບບັນດາກະຊວງ, ຂະແໜງການຂອງລາວ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ ໃຫ້ ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດຢ່າງແທ້ຈິງ.
(ແຫຼ່ງຄັດຈາກ VOV)