• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ສະ​ແດງ​ສິ​ລະ​ປະການ​ເມືອງ “ແສງ​ແດດ​ບາ​ດິ່ງ”

“ແສງ​ແດດ​ບາ​ດິ່ງ” ສ້າງ​ຂຶ້ນ​ຜ່ານ​​ສິ​ລະ​ປະໄດ້​ວາດ​ພາບ​ຂະ​ບວນ​ການ​ນັບ​ແຕ່​ວັນ​ທີ່ປະ​ທານ​ໂຮ່​ຈີ​ມິນ​ກັບ​ເມືອ​ປະ​ເທດ​ຊີ້​ນຳ​ການ​ປະ​ຕິ​ວັດ ຫວຽດ​ນາມ​ໂດຍ​ກົງ​ເມື່ອ​ປີ 1941 ຕະຫຼອດ​ຮອດ​ລະ​ດູ​ໄບ​ໄ​ມ້ຫຼົ່ນ​ປະ​ຫວັດ​ສາດ​ເມື່ອ​ປີ 1945, ສາ​ຖະ​ປະ​ນາ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ
  ສະ​ແດງ​ສິ​ລະ​ປະ​ການ​ເມືອງ “ແສງ​ແດດ​ບາ​ດິ່ງ” (ພາບ: VNA)  

ຕອນ​ຄ່ຳ​ວັນ​ທີ 20 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ໜັງ​ສື​ພິມ​ຜູ້​ແທນ​ປະ​ຊາ​ຊົນ​ໄດ້​ຈັດ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ການ​ເມືອງ “ແສງ​ແດດ​ບາ​ດິ່ງ” ຂ່ຳ​ນັບ​ຮັບ​ຕ້ອນ​ພິ​ທີ​ສະ​ເຫຼີມ​ສະຫຼອງ 81 ປີ​ແຫ່ງວັນ​ປະ​ຕິ​ວັດ ເດືອນ​ສິງ​ຫາ (19/8/1945 - 19/8/2026) ​ສຳ​ເລັດ ແລະ 81 ປີ​ແຫ່ງວັນ​ຊາດ (2/9/1945 - 2/9/2026). ທ່ານເຈິ່ນ​ແທັງ​ເໝິ້ນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາ​ທ່ານ​ນາງ ຫງວຽນ​ທິ​ແທັງ​ງາ ເຂົ້າ​ຮ່ວມ​ລາຍ​ການ.

“ແສງ​ແດດ​ບາ​ດິ່ງ” ສ້າງ​ຂຶ້ນ​ຜ່ານ​​ສິ​ລະ​ປະໄດ້​ວາດ​ພາບ​ຂະ​ບວນ​ການ​ນັບ​ແຕ່​ວັນ​ທີ່ປະ​ທານ​ໂຮ່​ຈີ​ມິນ​ກັບ​ເມືອ​ປະ​ເທດ​ຊີ້​ນຳ​ການ​ປະ​ຕິ​ວັດ ຫວຽດ​ນາມ​ໂດຍ​ກົງ​ເມື່ອ​ປີ 1941 ຕະຫຼອດ​ຮອດ​ລະ​ດູ​ໄບ​ໄ​ມ້ຫຼົ່ນ​ປະ​ຫວັດ​ສາດ​ເມື່ອ​ປີ 1945, ສາ​ຖະ​ປະ​ນາ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ; ຈາກ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຄັ້ງ​ທຳ​ອິດ​ຕະຫຼອດ​ຮອດໄລ​ຍະ 80 ປີ ​ສະ​ພາ​ແຫ່ງ​ຊາດ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊົນ​ຊາດ​ໃນ​ພາ​ລະ​ກຳ​ແຫ່ງ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ປ່ຽນ​ແປງ​ໃໝ່, ສ້າງ​ສັນ ແລະ ພັດ​ທະ​ນາ.

ລາຍ​ການ​ສະ​ແດງ​ສິ​ລະ​ປະການ​ເມືອງ “ແສງ​ແດດ​ບາ​ດິ່ງ” ບໍ່​ພຽງ​ແຕ່​ແມ່ນ​ການ​ສະ​ແດງ​ຄວາມ​ຮູ້​ບູນ​ຄູນ​ຕໍ່​​ລຸ້ນ​ພໍ່​ລຸ້ນ​ອ້າຍ​ທີ່​ໄດ້​ສ້າງ​ຄວາມ​ເປັນເອ​ກະ​ລາດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​​ບົດ​ເພງ​​ທີ່ປຸກ​ລຸກ​ນ້ຳ​ໃຈ​ຮັກ​ຊາດ ແລະ ຄວາມ​ມຸ່ງ​ຫວັງ​ອຸ​ທິດ​ສ່ວນອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ປັບປຸງນະໂຍບາຍທີ່ດິນໃຫ້ສົມບູນແບບຕ້ອງເລີ່ມມາຈາກບັນດາຂໍ້ຕິດຄັດໃນຕົວຈິງ

ປັບປຸງນະໂຍບາຍທີ່ດິນໃຫ້ສົມບູນແບບຕ້ອງເລີ່ມມາຈາກບັນດາຂໍ້ຕິດຄັດໃນຕົວຈິງ

ລັດຖະບານໄດ້ສະເໜີຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງດ້ວຍ 7 ໝວດນະໂຍບາຍ, ໃນນັ້ນ, ໜ້າສົນໃຈແມ່ນກົນໄກການເງິນທີ່ດິນ ແລະ ລາຄາທີດິນ.

Top